ພະແນກຮສສ ແຂວງຄຳມ່ວນ ມອບເຂົ້າຊ່ວຍເຫລືອຜູ້ປະສົບໄພພິບັດ ເມືອງບົວລະພາ

450

ໃນຕອນເຊົ້າຂອງວັນທີ 28 ມິຖຸນາ ທີ່ກອງບັນຊາການ ປກຊ ເມືອງບົວລະພາ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ(ຮສສ)ແຂວງຄຳມ່ວນ ໄດ້ມອບເຂົ້າຊ່ວຍເຫລືອຜູ້ປະສົບໄພພິບັດຂອງກອງທຶນເພື່ອນຮ່ວມງານ KR 1 ໃຫ້ກັບເມືອງບົວລະພາ ຈຳນວນ 15.000 ກິໂລ.

ເຂົ້າທີ່ມາຊ່ວຍເຫຼືອຄັ້ງນີ້ ໄດ້ຮັບຈາກບ້ວງໂຄງ ການຄັງແຮ່ເຂົ້າຊ່ວຍເຫລືອຜູ້ປະສົບໄພພິບັດຂອງກອງທຶນເພື່ອນຮ່ວມງານ KR 1 ສຳລັບເຂົ້າດັ່ງກ່າວແມ່ນເກັບໄວ້ທີ່ສາງເຂົ້າກອງບັນຊາການ ປກຊ ເມືອງໂດຍມີ ທ່ານ ສຸກຂະເສີມ ແກ້ວຈັນທະລາ ຮອງເຈົ້າເມືອງໆບົວລະພາ, ທ່ານ ດວງຕາ ນຽມທະນັນ ຫົວໜ້າແຮງງານ ແລະ ສະຫວັດດີການສັງຄົມເມືອງ ແລະ ພະນັກງານວິຊາການເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບເຂົ້າທີ່ມາຊ່ວຍເຫຼືອຄັ້ງນີ້ ທາງເມືອງບົວລະພາ ຈະນຳໄປມອບໃຫ້ກັບພໍ່ແມ່ປະຊາຊົນພາຍໃນເມືອງບົວລະພາທີ່ຂາດເຂີນເຂົ້າກິນ ແລະ ຈະນຳໄປແຈກຢາຍບັນເທົາທຸກໃຫ້ກັບຄອບຄົວຜູ້ທີ່ຖືກຜົນກະທົບຈາກໄພພິບັດຕ່າງໆພາຍໃນເມືອງບົວລະພາ.

ຂ່າວ: ບຸນປະພາດ