ອົງການກາແດງແຂວງຫຼວງນໍ້າທາ ແລະ ບໍລິສັດ LS ຂາອອກ – ຂາເຂົ້າຈຳກັດ ໃຫ້ການຊ່ວຍເຫຼືອຜູ້ທີ່ທຸກຍາກຂາເຂີນຢູ່ເມືອງວຽງພູຄາ

495

ອົງການກາແດງ ແຂວງຫຼວງນໍ້າທາ ແລະ ອົງການກາແດງເມືອງວຽງພູຄາ ແລະ ບໍລິສັດ LS ຂາອອກ–ຂາເຂົ້າຈຳກັດ ໄດ້ຈັດພິທີມອບ – ຮັບເຮືອນ ແລະ ເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ທຸກຍາກຂາດເຂີນ, ປ່ຽວພອຍ ແລະ ຂາດກຳລັງແຮງງານ ຢູ່ບ້ານກໍາປອນ, ບ້ານລະມອນ ແລະ ບ້ານພູເລັດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໃນວັນທີ 24 ມີຖຸນາ 2021 ນີ້ ໃຫ້ກຽດເຂົ້າຮ່ວມ ທ່ານ ຕຽງສະໝອນ ພອນປະເສີດ ເຈົ້າເມືອງໆວຽງພູຄາ, ທ່ານ ດຣ ສົມສຸກ ສົມສະຫັວດ ຫົວໜ້າອົງການກາແດງແຂວງຫຼວງນໍ້າທາ, ທ່ານ ວົງຈິດ ມີວິໄລ ຫົວໜ້າອົງການກາແດງເມືອງວຽງພູຄາ, ມີຂະແໜ່ງການທີ່ກ່ຽວຂ້ອງຂັ້ນເມືອງ, ນາຍບ້ານ ,ຍາດພິນ້ອງ ແລະ ຄອບທຸກຍາກຂາດເຂີນ, ປ່ຽວພອນເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ວົງຈິດ ມີວິໄລ ຫົວໜ້າອົງການກາແດງເມືອງວຽງພູຄາ ໄດ້ຜ່ານບົດບົດບັນທຶກ ການມອບຮັບເຮືອນໃຫ້ຜູ້ທຸກຍາກ ຂາດເຂີນ, ປ່ຽວພອຍ ແລະ ຂາດກຳລັງແຮງງານ ການປຸກສ້າງເຮືອນໃນຈໍານວນ 3 ບ້ານ, ມີ 4 ຫຼັງຄາເຮືອນ, ຄືເຮືອນຂອງ ທ້າວ ໝໍເປີງ ອາຍຸ 71 ປີ , ເຮືອນຂອງນາງ ອໍາກວາຍ ອາຍຸ 68 ປີ ທັງສອງຢູ່ບ້ານ ກໍາປອນ, ສ້າງເຮືອນໃຫ້ ທ້າວ ໝັ້ນລອດ ອາຍຸ 52 ປີ ຢູ່ບ້ານລະມອນ ແລະ ສ້າງເຮືອນໃຫ້ ນາງ ຢອມປີ ອາຍຸ 75 ປີຢູ່ບ້ານ ພູເລັດ ລວມມູນຄ່າການປຸກສ້າງເຮືອນໃຫ້ປະຊາຊົນ 36.981.000 ກີບ ໃນນີ້ມີທຶນຂອງປະຊາຊົນສົມທົບເປັນແຮງງານຄິດເປັນເງີນ 28.181.000 ກີບ, ພ້ອມນີ້ອົງການກາແດງແຂວງຫຼວງນໍ້າທາໄດ້ມອບເງີນຊື້ເຄື່ອງກໍ່ສ້າງ ແລະ ເຄື່ອງຄົວເຮືອນໃຫ້ປະຊາຊົນ 8.800.000 ກີບ, ການຊ່ວຍເຫຼືອຂອງບໍລິສັດ LS ຂາອອກ–ຂາເຂົ້າ ຈຳກັດ ໄດ້ໃຫ້ການຊ່ວຍເຫຼືອເປັນເງີນສົດລວມທັງໝົດ 11.000.000 ກີບ ລວມມູນຄ່າການຊ່ວຍເຫຼືອທັງໝົດໃນຄັ້ງນີ້ແມ່ນ 56.781.000 ກີບ. ການປຸກສ້າງເຮືອນໄດ້ເລີ່ມລົງມືປຸກສ້າງເຮືອນແຕ່ວັນທີ 4 – 5 ມິຖຸນາ 2021, ມາຮອດ 24 ມີຖຸນາໄດ້ ສໍາເລັດ, ພ້ອມທັງມອບ-ຮັບ ເຮືອນ ແລະ ອຸປະກອນການໃຊ້ຄົວເຮືອນ ແລະ ເຄື່ອງນຸ່ງຫົມ ມອບໃຫ້ແກ່ຜູ້ທຸກຍາກຂາດເຂີນ, ປ່ຽວພອຍ ແລະ ຂາດກຳລັງແຮງງານ ເປັນຜູ້ນໍ້າໃຊ້ ແລະ ປົກປັກຮັກສາ ແລະ ໃຫ້ໄດ້ນໍ້າໃຊ້ຍາວນານ.

ໃນໂອກາດນີ້ທ່ານ ຕຽງສະໝອນ ພອນປະເສີດ ເຈົ້າເມືອງໆວຽງພູຄາ,ໄດ້ສະແດງຄວາມຂອບໃຈນໍາອົງການກາແດງແຂວງຫຼວງນໍ້າທາ ກັບ ບໍລິສັດ LS ຂາອອກ – ຂາເຂົ້າຈຳກັດທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ທີ່ທຸກຍາກຂາດເຂີນຢູ່ເມືອງວຽງພູຄາໃນຄັ້ງນີ້ ເພື່ອແບ່ງເບົາ ແລະ ແກ້ໄຂຄວາທທຸກຍາກໃຫ້ແກ່ປະຊາຊົນໄດ້ມີຊີວິດດີຂື້ນ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງຂັ້ນບ້ານ, ຈົ່ງຊ່ວຍກັນເບິ່ງແຍງດູແລຜູ້ທີ່ທຸກຍາກຂາດເຂີນ, ຊ່ວຍເຫຼືອ ເຊີ່ງກັນ ແລະ ກັນ ເຮັດໃຫ້ເຂົາເຈົ້າມີສຸຂະພາບແຂງແຮງ ແລະ ດໍາລົງຊິດດ້ວຍຄວາມຜາສຸກຕະຫຼອດໄປ