ກອງບັນຊາການທະຫານ ບໍ່ແກ້ວ ຈັດພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II, ຊັ້ນ III ແລະ ມອບໃບຍ້ອງຍໍ ຂອງ ກະຊວງ ປກຊ

542
ໃນວັນທີ 24 ມິຖຸນາ 2021 ນີ້, ທີ່ສະໂມສອນກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II, ຊັ້ນ III ແລະ ມອບໃບຍ້ອງຍໍຂອງກະຊວງປ້ອງກັນປະເທດ. ໂດຍການເຂົ້າຮ່ວມຂອງສະຫາຍ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຸດທີ II, ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ແລະ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ມີນາຍ ແລະ ພົນທະຫານ, ຄະນະສະເພາະກິດຂັ້ນແຂວງເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທອງ ອິນແກ້ວ ຫົວໜ້າພະແນກນະໂຍບາຍກອງບັນຊາການທະຫານແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການປະດັບຫຼຽນໄຊ ພິລະອາດຫານຊັ້ນ II, ຊັ້ນ III ແລະ ມອບໃບຍ້ອງຍໍຂອງກະຊວງປ້ອງກັນປະເທດ ໃຫ້ແກ່ນາຍທະຫານໜ່ວຍສະເພາະກິດກອງບັນຊາການທະຫານແຂວງ ແລະ ຄະນະສະເພາະກິດຂັ້ນແຂວງ ເພື່ອຍ້ອງຍໍໃຫ້ນາຍທະຫານ, ໜ່ວຍສະເພາະກິດກອງບັນຊາການທະຫານແຂວງ ແລະ ຄະນະສະເພາະກິດຂັ້ນແຂວງ ທີ່ໄດ້ເຮັດສຳເລັດໜ້າທີ່ການເມືອງ ຕາມການມອບໝາຍຂອງຂັ້ນເທິງເພື່ອແກ້ໄຂບັນຫານໍ່ແໜງທີ່ມາເຄື່ອນໄຫວກໍ່ຄວາມບໍ່ສະຫງົບຢູ່ແຂວງບໍ່ແກ້ວ ເຮັດໃຫ້ພື້ນຖານດັ່ງກ່າວມີຄວາມສະຫົງບ ແລະ ສຳເລັດຕາມແຜນການ ຖືເປັນການປະກອບສ່ວນສຳຄັນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດD
ມາດຕາ 01 ເຫັນດີ: ປະດັບຫຼຽນໄຊພິລະອາດຫານຊັ້ນ II ຈໍານວນ 14 ສະຫາຍ ເປັນກຽດປະດັບຫຼຽນໂດຍ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ, ຫຼຽນໄຊພິລະອາດຫານຊັ້ນ III ຈຳນວນ 20 ສະຫາຍ ໃຫ້ກຽດມອບໂດຍ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ແລະ ມອບໃບຍ້ອງຍໍຂອງກະຊວງປ້ອງກັນປະເທດຈຳນວນ 14 ສະຫາຍ ໃຫ້ກຽດມອບຂອງສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ຢ່າງສົມກຽດ.