ເອັມບັບເປ ດາວເດັ່ນຕົວຄວາມຫວັງຂອງເຕັງແຊັມ ພາດຄັ້ງໃຫຍ່ພາທີມຢຸດໃນຢູໂຣ 2020 ພຽງຮອບ 16 ທີມ

698
Switzerland's goalkeeper Yann Sommer saves the penalty shot by France's Kylian Mbappe during the Euro 2020 soccer championship round of 16 match between France and Switzerland at the National Arena stadium in Bucharest, Romania, Tuesday, June 29, 2021. (AP Photo/Vadim Ghirda, Pool)

ກາຍເປັນດາວດັບທັນທີສໍາລັບ ຄີລຽນ ເອັມບັບເປ ກອງໜ້າດາວເດັ່ນຂອງ ທີມຊາດຝຣັ່ງ ທີ່ຫຼິ້ນດີມາຕະຫຼອດຮອບແບ່ງກຸ່ມ ແລະ ຖືກຍົກໃຫ້ເປັນຄົນທີ່ຈະພາທີມຊາດຝຣັ່ງ ຄວ້າແຊັມໃນຢູໂຣ 2020

ແຕ່ສິ່ງທີ່ບໍ່ຄາດຄິດເກີດຂຶ້ນໃນນັດທີດວນຈຸດໂທດເສຍໃຫ້ກັບ ສະວິດ 4-5 ເມື່ອວັນທີ 28 ມິຖຸນາ 2021 ( ກົງກັບຕອນເຊົ້າຂອງວັນທີ 29 ມິຖຸນາ 2021 ເວລາໃນບ້ານເຮົາ ) ເອັມບັບເປ ເປັນຄົນຍິງຈຸດໂທດຄົນສຸດທ້າຍພາດສົ່ງຜົນໃຫ້ທີມເກັບກະເປົ໋າກັບບ້ານ.

ເອັມບັບເປ ເຖິງຈະບໍ່ສາມາດຍິງປະຕູໃນຢູໂຣ 2020 ຮອບສຸດທ້າຍໄດ້ ແຕ່ກໍມີສ່ວນຊ່ວຍໃຫ້ທີມໄດ້ປະຕູ ແລະ ສ້າງເກມບຸກໃຫ້ກັບທີມຊາດຝຣັ່ງ ໄດ້ສົມລາຄາກັບການພາທີມຄວ້າ ແຊັມໂລກ 2018 ໂດຍຜົນງານໂດດເດັ່ນ ຊະນະ ເຢຍລະມັນ 1-0, ສະເໝີ ຮົງກາລີ 1-1 ແລະ ສະເໝີ ປ໊ອກຕຸຍການ 2-2 ຜ່ານເຂົ້າຮອບພົບກັບ ສະວິດ ທີມມ້າມືດອັນດັບ 3 ຈາກກຸ່ມ A.

ເຂົ້າສູ່ຮອບ 16 ທີມສຸດທ້າຍ ນັກວິເຄາະຍົກ ຝຣັ່ງ ເປັນເຕັງ 1 ໃນຢູໂຣ 2020 ແຕ່ນັດພົບກັບ ສະວິດ ບໍ່ງ່າຍເມື່ອ ສະວິດ ຫຼິ້ນໄດ້ໂດດເດັ່ນຢ່າງຜິດຫູຜິດຕາໄດ້ປະຕູຂຶ້ນນໍາ 1-0 ຢ່າງໄວວານາທີໆ 15 ຈາກການຍິງຂອງ ຮາຣິສ ເຊເຢໂຣວິຊ ແລະ ສະວິດ ກໍສືບຕໍ່ສູ້ກັບ ຝຣັ່ງ ໄດ້ດີໃນເຄິ່ງເວລາທໍາອິດ, ສ່ວນເຄິ່ງເວລາທີ 2 ຝຣັ່ງ ແກ້ເກມໄດ້ດີມາໄດ້ 3 ປະຕູລວດຈາກການຍິງຂອງ ຄາຣິມ ເບນເຊມາ 2 ປະຕູ ແລະ ພອລ ປ໊ອກບາ 1 ປະຕູພິກຂຶ້ນນໍາ 3-1, ແຕ່ໄລຍະທ້າຍເກມບໍ່ຄາດຄິດວ່າ ສະວິດ ຈະມາໄດ້ 2 ປະຕູຈາກການຍິງຂອງ ຮາຣິສ ເຊເຢໂຣວິຊ ນາທີໆ 81 ແລະ ມາຣິໂອ ກາຟຣາໂນວິຊ ຊ່ວຍໃຫ້ທີມໄລ່ຕີສະໝີ 3-3 ນາທີໆ 90 ເຮັດໃຫ້ຕ້ອງຕໍ່ເວລາພິເສດອອກໄປ 30 ນາທີໆແຕ່ກໍຍັງສະເໝີກັນຕ້ອງໄປຕັດສິນໃນການດວນຈຸດໂທດ.

ການດວນຈຸດໂທດເປັນໄປດ້ວຍຄວາມກົດດັນ ໂດຍສະເພາະ ຝຣັ່ງ ເພາະເປັນທັງແຊັມໂລກ 2018 ແລະ ເປັນຮອງແຊັມເກົ່າ ຢູໂຣ 2016 ປາກົດວ່າ: ຝຣັ່ງ ຍິງໄປ 4 ຄົນເຂົ້າທັງໝົດ, ແຕ່ ເອັມບັບເປ ຮັບໜ້າທີ່ຍິງເປັນຄົນສຸດທ້າຍຖືກຜູ້ຮັກສາປະຕູຂອງ ສະວິດ ປ້ອງກັນໄວ້ໄດ້ ເຮັດໃຫ້ ສະວິດ ທີ່ຍິງເຂົ້າໄປທັງໝົດ 5 ຄົນ ເອົາຊະນະ 5-4 ໄປໄດ້ຢ່າງໜ້າປະທັບໃຈ ໂດຍສະຖິຕິຫຼັງການແຂ່ງຂັນຄູ່ນີ້ເປັນຄູ່ທີ່ສ້າງໂອກາດຍິງໄດ້ຫຼາຍທີ່ສຸດຄື: ສະວິດ ມີໂອກາດຍິງເຖິງ 14 ຄັ້ງໃນນັ້ນເຂົ້າເປົ້າເຖິງ 10 ຄັ້ງ, ສ່ວນ ຝຣັ່ງ ຍິງ 25 ຄັ້ງ ( ເຂົ້າເປົ້າ 12 ຄັ້ງ ).

ເອັມບັບເປ ປັດຈຸບັນອາຍຸ 22 ປີຢູ່ກັບສະໂມສອນ ປາຣີສ ແຊງແຊກແມງ ສະໂມສອນຍັກໃຫຍ່ໃນລີກເອິງ ຝຣັ່ງ, ເຊິ່ງເປັນນັກເຕະດາວເດັ່ນຂອງທີມຊາດຝຣັ່ງ ແລະ ຕົວຄວາມຫວັງຂອງທີມ ດ້ວຍຄວາມໄວ ແລະ ທັກສະ ເຮັດໃຫ້ ເອັມບັບເປ ແຈ້ງເກີດຢ່າງເຕັມຕົວກັບທີມຊາດຝຣັ່ງ ຍິງໄປ 4 ປະຕູ ພາທີມຄວ້າແຊັມບານໂລກ 2018, ແຕ່ໃນຢູໂຣ 2020 ຮອບສຸດທ້າຍ ເອັມບັບເປ ບໍ່ສາມາດຍິງໄດ້ຈັກປະຕູ ແລະ ພາທີມຊາດຝຣັ່ງ ໃນຖານະຮອງແຊັມເກົ່າ ຕົກຮອບ 16 ທີມສຸດທ້າຍ ຢູໂຣ 2020 ໄປແບບພິກລ໊ອກ.

ສໍາລັບ ສະວິດ ຜ່ານເຂົ້າຮອບ 8 ທີມສຸດທ້າຍໄປພົບກັບ ແອັດສະປາຍ ໃນວັນທີ 2 ກໍລະກົດ 2021 ເວລາ 23:00 ໂມງ; ສ່ວນຄູ່ອື່ນມີດັ່ງນີ້ ແບນຊິິກ ພົບ ອິຕາລີ ໃນວັນທີ 2 ກໍລະກົດ, ສາທາລະນະລັດເຊັກ ພົບ ດານມາກ ໃນວັນທີ 3 ກໍລະກົດ ແລະ ອີກ 2 ທີມແມ່ນຍັງບໍ່ທັນໄດ້ຜົນການແຂ່ງຂັນ, ຈະສະຫຼຸບໃຫ້ຊາບພາຍຫຼັງ.