ແອັດສະປາຍ ພິກຊະນະ ໂຄຣອາຊີ ໃນການຕໍ່ເວລາພິເສດ ເຂົ້າຮອບ 8 ທີມເປັນຄູ່ທີ່ມີປະຕູຫຼາຍສຸດ

583
Spain's Alvaro Morata, right is congratulated after scoring his side's fourth goal during the Euro 2020 soccer championship round of 16 match between Croatia and Spain at the Parken Stadium in Copenhagen, Monday June 28, 2021. (Stuart Franklin, Pool Photo via AP)

ການແຂ່ງຂັນບານເຕະ ຢູໂຣ 2020 ຮອບ 16 ທີມສຸດທ້າຍ ປະຈໍາວັນທີ 28 ມິຖຸນາ 2021 ລະຫວ່າງ ໂຄຣອາຊີ ພົບກັບ ໂຄຣອາຊີ

ນັດດັ່ງກ່າວເປັນ ໂຄຣອາຊີ ໄດ້ປະຕູຂຶ້ນນໍາແບບບໍ່ຕ້ອງຍິງເອງ ຈາກຈັງຫວະຜິດພາດຂອງ ແອັດສະປາຍ ສົ່ງບານກັບຫຼັງ ຜູ້ຮັກສາປະຕູ ຈັບບານບໍ່ທັນເຂົ້າປະຕູຕົວເອງໄປ ເຮັດໃຫ້ ໂຄຣອາຊີ ຂຶ້ນນໍາ 1-0 ນາທີໆ 20, ກ່ອນທີ່ ແອັດສະປາຍ ຈະໄດ້ປະຕູຕີສະເໝີ 1-1 ຈາກການຍິງຂອງ Pablo Sarabia ນາທີໆ 38 ຈົບເຄິ່ງເວລາທໍາອິດສະເໝີກັນ 1-1.

ເຄິ່ງເວລາທີ 2 ແອັດສະປາຍ ຄຸມເກມໄດ້ຫຼາຍກວ່າກ່ອນໄດ້ອີກ 2 ປະຕູຈາກການຍິງຂອງ Caesar Azpilicueta ນາທີໆ 57 ແລະ Ferran Torres ນາທີໆ 77 ພິກຂຶ້ນນໍາເປັນ 3-1, ສ່ວນໄລຍະເວລາທີ່ເຫຼືອ ໂຄຣອາຊີ ສູ້ຕາຍກ່ອນໄດ້ 2 ປະຕູລວດຄືນາທີໆ 85 ຈາກການຍິງຂອງ Mislav Orsic ແລະ ໃນໄລຍະຕໍ່ເວລາບາດເຈັບຈາກການຍິງຂອງ Mario Pasalic ເຮັດໃຫ້ສະເໝີກັນ 3-3 ກ່ອນຈົບ 90 ນາທີສະເໝີກັນເຮັດໃຫ້ຕ້ອງຕໍ່ເວລາພິເສດໄປອີກ 30 ນາທີໆ.

ໄລຍະຕໍ່ເວລາພິເສດ ໂຄຣອາຊີ ໄດ້ລຸ້ນກ່ອນໄດ້ຍິງໃນເຂດໂທດ ແຕ່ບໍ່ຜ່ານມືຜູ້ຮັກສາປະຕູ ແອັດສະປາຍ, ກ່ອນທີ່ແອັດສະປາຍ ຈະໄດ້ໂອກາດ ອັລວາໂຣ ໂມດາຕາ ກອງໜ້າຂອງ ແອັດສະປາຍ ຈະຮັບບານຈາກເຂດໂທດຕັ້ງທ່າຍິງເຂົ້າປະຕູໄປຢ່າງສວຍງາມ ຊ່ວຍໃຫ້ ແອັດສະປາຍ ຂຶ້ນນໍາ 4-3 ນາທີໆ 100 ແລະ Mikel Oyarzabal ຍິງໃຫ້ ແອັດສະປາຍ ນໍາຫ່າງ 5-3 ນາທີໆ 103, ສ່ວນໄລຍະເວລາທີ່ເຫຼືອບໍ່ມີປະຕູເພີ່ມ ແອັດສະປາຍ ເອົາຊະນະໄປ 5-3 ເຮັດໃຫ້ ແອັດສະປາຍ ຜ່ານເຂົ້າຮອບ 8 ທີມສຸດທ້າຍທີ່ຈະແຂ່ງຂັນໃນວັນທີ ໄປລໍຖ້າພົບທີມຊະນະລະຫວ່າງ ຝຣັ່ງ ຫຼື ສະວິດ.