ໂຮງຫມໍແມ່ ແລະ ເດັກເກີດໃຫມ່ ແລະ ກຸ່ມບໍລິສັດ ອີໂປຊື(ກວາງໂຈ) ຈຳກັດ ຮ່ວມມືກັນ ໃຫ້ບໍລິການປິ່ນນປົວການມີລູກຍາກ

489

ສູນຂ່າວສານການແພດສຸຂະສຶກສາ ລານງານວ່າ: ເພື່ອເປັນການຊ່ວຍເຫຼືອປັບປຸງວຽກງານການປິ່ນປົວດ້ວຍເຕັກນິກການແພດທັນສະໄຫມ ຕາມນະໂຍບາຍຂອງລັດຖະບານ ໃນໂຮງໝໍຂັ້ນຕ່າງໆ ໃນຂອບເຂດທົ່ວປະເທດ, ໂດຍສະເພາະ ໂຮງໝໍແມ່ ແລະ ເດັກເກີດໃໝ່ ໃຫ້ມີຄວາມພ້ອມທາງດ້ານພື້ນຖານໂຄງລ່າງ ໃຫ້ເປັນລະບົບຄົບຊຸດ, ເຄື່ອງຈັກ-ອຸປະກອນ, ເຕັກນິກ-ເຕັກໂນໂລຊີ ຕະຫຼອດຮອດການຮຽນ, ການສອນ, ການຖອດຖອນບົດຮຽນ ແລະ ປະສົບການ, ການບຳລຸງ-ກໍ່ສ້າງພະນັກງານຂອງໂຮງໝໍ ທາງດ້ານວິຊາການແພດ ການປິ່ນປົວມີລູກຍາກ ດ້ວຍເຕັກນິກ-ວິຊາການ ທີ່ທັນສະໄໝໃຫ້ນັບມື້ພັດທະນາຂື້ນ.


ໂຮງຫມໍແມ່ ແລະ ເດັກເກີດໃຫມ່ ແລະ ກຸ່ມບໍລິສັດ ອີໂປຊື(ກວາງໂຈ)ຈຳກັດ ຈຶ່ງໄດ້ເຮັດການຮ່ວມືດ້ານເຕັກນິກການປິ່ນປົວມີລູກຍາກ ໃນໂຮງໝໍແມ່ ແລະ ເດັກເກີດໃໝ່ ກໍ່ຄືຮ່ວມກັບກະຊວງສາທາລະນະສຸກ ສປປ ລາວ ເພື່ອຄວາມເຂັ້ມແຂງດ້ານການໃຫ້ບໍລິການສຸຂະພາບແມ່ທີ່ມີລູກຍາກ


25 ມິຖຸນາ 2021 ໂຮງແຮມດອນຈັນພາເລດ ໄດ້ມີພິທີເຊັນສັນຍາການຮ່ວມມືກັນໄດ້ມີການເຊັນລົງນາມໂດຍ ທ່ານ ດຣ ສີວັນໄຊ ຈັນທະວົງສັກ ຄະນະອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ທ່ານ ຢາງຊົງເມ ປະທານ ກຸ່ມບໍລິສັດ ອີໂປຊື(ກວາງໂຈ) ຈຳກັດ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ . ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາຫົວໜ້າ/ຮອງຫົວໜ້າ ຫ້ອງການ, ຫົວໜ້າກົມ, ຜູ້ອໍານວຍການໂຮງໝໍ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ສະມາຄົມປະສູດພະຍາດຍິງ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.