ໄຟຟ້າລາວ ຊີ້ແຈງ ກໍລະນີການອອກບິນຄ່າໄຟ ມີມູນຄ່າສູງເກີນຄວາມເປັນຈິງ

574

ຫຼັງຈາກເກີດມີກໍລະນີ ການອອກບິນຄ່າໄຟຟ້າ ເລກບັນຊີ 00408348 ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ທີ່ມີຕົວເລກມູນຄ່າການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງເກີນຄວາມເປັນຈິງ, ພ້ອມທັງມີຜູ້ຊົມໃຊ້ໄຟຟ້າຈຳນວນຫຼາຍຂ້ອງໃຈກ່ຽວກັບບິນຄ່າໄຟຟ້າ ທີ່ມີມູນຄ່າສູງຂຶ້ນໃນເດືອນມິຖຸນາ2021.

ດັ່ງນັ້ນ ໃນວັນທີ 28 ມິຖຸນາ 2021 ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີຖະແຫຼງຂ່າວຊີ້ແຈງບັນຫາດັ່ງກ່າວຂຶ້ນ ໂດຍການຖະແຫຼງຂອງທ່ານ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ທັງເປັນປະທານຄະນະກຳມະການຄົ້ນຄວ້າ ແລະ ປະຕິບັດລະບຽບວິໄນ; ທ່ານ ກອງມະນີ ຮອງຫົວໜ້າສູນ ເມືອງນາຊາຍທອງ; ທ່ານ ວົງສາ ນັນທະວົງ ຫົວໜ້າສາຂາ ນະຄອນຫຼວງວຽງຈັນ 2 ພ້ອມດ້ວຍບັນດາສື່ມວນຊົນເຂົ້າຮ່ວມ ທີ່ສຳນັກງານຝ່າຍລະບົບຈຳໜ່າຍ.


ທ່ານ ກອງມະນີ ຮອງຫົວໜ້າສູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວວ່າ: ຂ້າພະເຈົ້າຂໍຊີ້ແຈງກ່ຽວກັບກໍລະນີ ການຈົດເລກໝໍ້ນັບໄຟຜິດ ເຮັດໃຫ້ລາຄາໄຟຟ້າສູງຜິດປົກກະຕິ ຢູ່ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.ສາເຫດ ເນື່ອງຈາກພະນັກງານ ຈົດຕົວເລກສັງກັດຢູ່ ໜ່ວຍຄຸ້ມຄອງໝໍ້ນັບໄຟ ສູນບໍລິການໄຟຟ້າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈົດຕົວເລກ ວັນທີ 06/05/2021 ຕົວເລກ 184355 ວັນທີ 11/05/2021 ພະນັກງານກັ່ນຕອງຕົວເລກເຫັນວ່າ ພະລັງງານຊົມໃຊ້ສູງຜິດປົກກະຕິ ຈຶ່ງໄດ້ມອບໃຫ້ພະນັກງານ ຈົດເລກໄຟ ຜູ້ເກົ່າລົງໄປເບິ່ງຄືນກ່ຽວກັບຕົວເລກ ເຊິ່ງວັນທີ 12/05/2021 ພະນັກງານຈົດເລກໄດ້ລາຍງານຕົວເລກຈົດມາທໍາອິດວ່າຜິດພາດ ຊຶ່ງຕົວເລກທີ່ຖືກຕ້ອງແມ່ນ 18355 ກິໂລວັດໂມ ຕໍ່ມາພະນັກງານປ້ອນຂໍ້ມູນເຂົ້າລະບົບໃບບິນ ໄດ້ປ້ອນຕົວເລກ ຜິດຈາກ 18355 ກິໂລວັດໂມ ເປັນ 78355 ກິໂລວັດໂມງ.

ໂດຍມີລາຍລະອຽດດັ່ງນີ້: ວັນທີ 24/05/2021 ສໍາເລັດການຜະລິດໃບບິນ (ເພາະວ່າຊ່ວງພັກໂຄວິດ ໄດ້ແບ່ງພະນັກງານ ມາປະຈຳການ); ວັນທີ 07/06/2021 ພະນັກງານ ໄດ້ສົ່ງໃບບິນໃຫ້ລູກຄ້າ; ວັນທີ 11/06/2021 ໜ່ວຍງານເກັບກູ້ໜີ້ສິນ ໄດ້ກວດຢູ່ໃນລະບົບ ເຫັນວ່າເສຍຄ່າໄຟ ແພງຜິດປົກກະຕິ ແລະ ໄດ້ຄົ້ນຄວ້ານຳໜ່ວຍງານຈົດໄຟ-ຜະລິດໃບບິນເຫັນວ່າແປງຕົວເລກຜິດ.

ວັນທີ 14/06/2021 ໜ່ວຍງານເກັບກູ້ໜີ້ສິນໄດ້ແຕ່ງອ້າຍນ້ອງລົງໄປພົບລູກຄ້າ ພ້ອມທັງແຈ້ງໃຫ້ຊາບວ່າ ຈະດັດແກ້ພະລັງງານໃຫ້ຖືກຕ້ອງກັບການຊົມໃຊ້ພະລັງງານຕົວຈິງ ລູກຄ້າດີໃຈຕົກລົງເຫັນດີ ພະນັກງານໄດ້ເອົາໃບບິນກັບຄືນມາເພື່ອດັດແກ້.


ວັນທີ 16/06/2021 ທາງໜ່ວຍງານຈົດໄຟ-ຜະລິດບິນໃບ ໄດ້ປະກອບເອກະສານດັດແກ້ ສົ່ງໃຫ້ຫ້ອງການຜະລິດໃບບິນຂອງ ສາຂາໄຟຟ້າ ນວ 2 ເພື່ອດັດແກ້ພະລັງງານ. ສຳລັບເອກະສານດັດແກ້ ພະລັງງານຄືນນັ້ນເອກະສານໄດ້ເຊັນອະນຸມັດ ວັນທີ 16/06/2021 ແຕ່ວ່າເອກະສານຮອດ ຝ່າຍ ນວ 2 ແມ່ນວັນທີ 23/06/2021 ຂັ້ນຕອນການຈົດໄຟຜະລິດໃບບິນ, ໜ່ວຍງານຈົດໄຟ-ຜະລິດໃບບິນ ປ້ອນຕົວເລກມື້ໜຶ່ງແມ່ນປະມານ 7-9 ຈຸດ ໃນແຕ່ລະຈຸດແມ່ນມີໝໍ້ນັບໄຟ 80-150 ໜ່ວຍ, ສູນບໍລິການໄຟຟ້າ ເມືອງນາຊາຍທອງ ມີໝໍ້ນັບໄຟຢູ່ໃນການຄຸ້ມຄອງທັງໝົດແມ່ນ 33.525 ໜ່ວຍ.

ທ່ານ ວົງສາ ນັນທະວົງ ຫົວໜ້າສາຂາ ນວ 2 ກ່າວວ່າ: ກ່ຽວກັບ ກໍລະນີດັດແກ້ພະລັງງານຢູ່ໃນລະບົບໃບບິນຊັກຊ້າ, ໃບບິນເລກບັນຊີ 408348 ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງຕາມຂໍ້ມູນ ຂອງຜູ້ຊົມໃຊ້ໄຟຟ້າ ເລກບັນຊີ 00408348 ປະເພດທີ່ຢູ່ອາໃສ ບ້ານຫ້ວຍນໍ້າເຢັນເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃນເດືອນ 5/2021,ວັນທີຜະລິດໃບບິນ 17\5\2021, ເລກໝໍ້ນັບໄຟ 1501243686 ເລກຄັ້ງນີ້ 78355 ເລກຄັ້ງກ່ອນ 17115 ລວມພະລັງງານທັງໝົດ 61.240 ກິໂລວັດໂມງ.

23/06/2021 ຫ້ອງການຜະລິດໃບບິນ ສາຂາໄຟຟ້ານະຄອນຫລວງ 2 ໄດ້ຮັບເອກະສານດັດແກ້ຈົດໄຟຜິດ ຈາກສູນບໍລິການເມືອງນາຊາຍທອງ, ພາຍຫຼັງໄດ້ຮັບເອກະສານຂໍດັດແກ້, ຫ້ອງການຜະລິດໃບບິນສາຂາໄຟຟ້ານະຄອນຫລວງ ບໍ່ສາມາດດັດແກ້ພະລັງງານເພາະລະບົບໃບບິນບໍ່ອະນຸຍາດໃຫ້ມີການດັດແກ້ພະລັງງານຊົມໃຊ້ໄດ້ເນື່ອງຈາກບໍ່ຄົບກຳນົດຮອບວຽນ ຂອງ ການຜະລິດໃບບິນ. 26/06/2021 ເປັນຮອບວຽນການຜະລິດໃບບິນໃໝ່ຕາມລະບົບ ພະນັກງານຈຶ່ງສາມາດດັດແກ້ຖານຂໍ້ມູນຈຶ່ງໄດ້ດໍາເນີນການດັດແກ້ພະລັງງານໃຫ້ຖືກຕ້ອງຕາມການນຳໃຊ້ຕົວຈິງ. ເຮັດໃຫ້ພະລັງງານໃນບິນຂອງເດືອນ 5 ເປັນເງິນ 940.032 ກີບ.

ດ້ານທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ທັງເປັນປະທານຄະນະກຳມະການຄົ້ນຄວ້າ ແລະ ປະຕິບັດລະບຽບວິໄນ ຖະແຫຼງວ່າ: ຕໍ່ກັບເຫດການທີ່ດັ່ງກ່າວ ຄະນະກໍາມະການຄົ້ນຄວ້າ ແລະ ປະຕິບັດລະບຽບວິໄນ ຟຟລ ໄດ້ທຳການສອບສວນຫາສາຍເຫດ ໂດຍຈັດກອງປະຊຸມສະເພາະກິດ ເພື່ອປຶກສາຫາລື, ຄົ້ນຄວ້າສອບຖາມ. ຜ່ານການພິຈາລະນາດ້ວຍເຫດ ແລະ ຜົນ ກໍເຫັນວ່າພະນັກງານທີ່ຈັດຕັ້ງປະຕິບັດໃນການນຳ ເອົາຕົວເລກພະລັງງານໄຟຟ້າເຂົ້າໃນລະບົບໃບບິນຂອງລູກຄ້າ ເກີດຄວາມຜິດພາດ ແມ່ນມີມູນຄວາມຈິ່ງແທ້. ດັ່ງນັ້ນຄະນະກຳມະການຄົ້ນຄວ້າ ແລະ ປະຕິບັດລະບຽບວິໃນ ໄດ້ຕົກລົງເປັນເອກະພາບຄື:

1. ໄດ້ສຳເລັດການດັດແກ້ຕົວເລກພະລັງງານຕົວຈິງໃຫ້ກັບຜູ້ຊົມໃຊ້ໄຟຟ້າ ເດືອນ 5/2021;
2. ປະຕິບັດລະບຽບວິໄນຕໍ່ກັບພະນັກງານທີ່ກະທຳຄວາມຜິດຕາມແຕ່ລະຂັ້ນ ຈຳນວນ 4 ທ່ານທີ່ມີສ່ວນກ່ຽວຂ້ອງ. ໂດຍອີງໃສ່ ແຈ້ງການເພີ່ມເຕີມສະບັບເລກທີ 1859/ຟຟລ.ຝລຈ ລົງວັນທີ 26 ພຶດສະພາ 2021 ວ່າດ້ວຍການເພີ່ມທະວີ ຄວາມເອົາໃຈໃສ່ຕໍ່ການໃຫ້ບໍລິການສັງຄົມໃນວຽກງານລະບົບໃບບິນ BS2000.

ຕໍ່ກັບມາດຕະການແກ້ໄຂບັນຫາກ່ຽວ ກັບລາຄາໄຟຟ້າ ແລະ ການບໍລິການ ລັດວິສາຫະກິດໄຟຟ້າລາວ ໄດ້ຕັ້ງຈຸດ ຮັບຄໍາຮ້ອງ ແລະແກ້ໄຂທຸກບັນຫາກ່ຽວກັບໄຟຟ້າ ທີ່ຊັ້ນ 1 ສຳນັກງານຝ່າຍລະບົບຈຳໜ່າຍ ບ້ານໜອງບຶກເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຈະເປີດບໍລິການເວລາ 8 ໂມງ ຫາ 18 ໂມງ ແຕ່ວັນຈັນ ຫາ ວັນສຸກ ໂດຍຈະເລີ່ມແຕ່ວັນນີ້ເປັນຕົ້ນໄປ. ສະນັ້ນຂໍເຊີນຜູ້ຊົມໃຊ້ໄຟຟ້າທຸກທ່ານ ທີ່ມີບັນຫາກ່ຽວກັບໄຟຟ້າໃຫ້ເຂົ້າມາພົວພັນ ຢູ່ຈຸດບໍລິການດັ່ງກ່າວ ທາງ ຟຟລ ຈະພະຍາມສຸດຄວາມສາມາດໃນການແກ້ໄຂທຸກບັນຫາທີ່ກ່ຽວຂ້ອງກັບໄຟຟ້າ.