ເປີດນຳໃຊ້ສະໜາມບິນ “ເຊິງຕູ່ ທຽນຝູ່” ສະໜາມບິນໃຫຍ່ທີ່ສຸດຂອງຈີນໄລຍະທີ 1

450

ສຳນັກຂ່າວຊິນຮວາລາຍງານເມື່ອວັນທີ 27 ມິຖຸນາ 2021 ໃຫ້ຮູວ່າ: ສະໜາມບິນສາກົນ ເຊິງຕູ່ ທຽນຝູ່ ໃນແຂວງເສສວນ ທາງທິດຕາເວັນຕົກສຽງໃຕ້ຂອງ ສປ ຈີນ ເຊິ່ງເປັນສະໜາມບິນສາກົນທີ່ໃຫຍ່ທີ່ສຸດຂອງ ສປ ຈີນ ໄດ້ສຳເລັດການກໍ່ສ້າງໄລຍະທີ 1 ແລະ ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ໂດຍເລີ່ມຖ້ຽວບິນທຳອິດຂອງສາຍການບິນ ເສສວນ ແອລາຍ ມຸ່ງໜ້າສູ່ນະຄອນຫຼວງປັກກິ່ງ.


ລາຍງານລະບຸວ່າ ສະໜາມບິນແຫ່ງນີ້ ຕັ້ງຢູ່ຫ່າງຈາກເມືອງເຊິງຕູ່ປະມານ 50 ກິໂລແມັດ ເປັນສະໜາມບິນຂົນສົ່ງພົນລະເຮືອນທີ່ໃຫຍ່ທີ່ສຸດທີ່ສ້າງຂຶ້ນໃນຊ່ວງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 13 (2016-2020) ແລະ ເປັນສະໜາມບິນສາກົນແຫ່ງທີ່ 2 ຂອງເມືອເຊິງຕູ່ ໂດຍໄລຍະທຳອິດຂອງໂຄງການໃຊ້ງົບປະມານທັງໝົດປະມານ 75 ຕື້ຢວນ, ສະໜາມບິນແຫ່ງນີ້ ມີອາຄານຜູ້ໂດຍສານ 2 ແຫ່ງ ມີເນື້ອທີ່ 710.000 ຕາແມັດ ສາມາດຮອງຮັບຜູ້ໂດຍສານໄດ້ 60 ລ້ານຄົນ/ປີ.


ລາຍງານຍັງລະບຸວ່າ: ສະໜາມບິນສາກົນແຫ່ງນີ້ ຍັງສືບຕໍ່ກໍ່ສ້າງໃນໄລຍະທີ 2 ຖ້າຫາກວ່າ ສະໜາມບິນແຫ່ງນີ້ກໍ່ສ້າງສຳເລັດທັງໝົດຈະມີເນື້ອທີ່ກວ້າງເຖິງ 1,4 ລ້ານຕາແມັດ (140 ເຮັກຕາ) ສາມາດຮອງຮັບຜູ້ໂດຍສານໄດ້ 120 ລ້ານຄົນ/ປີ.
ສະໜາມບິນແຫ່ງນີ້ ຈະຊ່ວຍໃຫ້ແຂວງເສສວນ ກາຍເປັນສູນກາງການຂົນສົ່ງທາງອາກາດນານາຊາດ ລະຫວ່າງຈີນ-ເອີຣົບ, ຈີນ-ຕາເວັນອອກກາງ, ຈີນ-ອາຊີ ແລະ ອາຊີຕາເວັນອອກສຽງໃຕ້.

ຮູບ:.xinhua