ມື້ທຳອິດທີມສະເພາະກິດ ໄຟຟ້າລາວຮັບຄຳຮ້ອງ ເພື່ອແກ້ຂໍ້ສົງໄສບັນຫາໄຟຟ້າ

427

ລັດວິສາຫະກິດໄຟຟ້າລາວ ຕັ້ງໂຕະຮັບເອົາຄຳຄິດຄຳເຫັນຂໍ້ຂ້ອງໃຈຕ່າງໆກ່ຽວກັບໄຟຟ້າທັງໝົດ ເພື່ອນຳໄປພິຈາລະນາແກ້ໄຂ ແລະຊີ້ແຈງບາງບັນຫາຖ້າຫາກເປັນພຽງຄວາມເຂົ້າໃຈຜິດຂອງຜູ້ຊົມໃຊ້ ເຊິ່ງຖືເປັນເວທີເພື່ອຕ້ອນຮັບມວນຊົນທີ່ໜ້າຊົມເຊີຍຫຼາຍ.

ການເປີດຮັບຄຳຮ້ອງໃນທີ່ນີ້ແມ່ນກ່ຽວກັບທຸກໆເລື່ອງນັບແຕ່ການແຕ່ງຕັ້ງຄະນະກຳມະການສອບສວນບັນຫາຂໍ້ຜິດພາດເລື່ອງກ່ຽວກັບບິນໄຟຟ້າທີ່ສູງຜິດປົກກະຕິ ທີ່ໄດ້ເປັນຂ່າວໃນສື່ສັງຄົມອອນລາຍ ແລະ ການເປີດຈຸດຮັບເອົາຄຳຄິດເຫັນຂອງຜູ້ຊົມໃຊ້ກ່ຽວກັບ ການບໍລິການໄຟຟ້າ, ການຄິດລາຄາໄຟ, ການຈົດເລກໝໍ້ນັບໄຟ, ການຂໍຕິດຕັ້ງໝໍ້ນັບໄຟໃໝ່, ການອອກບິນຄ່າໄຟ ແລະ ການເພີ່ມຂື້ນຂອງຄ່າໄຟຟ້າຂອງຜູ້ຊົມໃຊ້ໄຟ.

ໂດຍການເປີດຮັບຄຳຮ້ອງ ແກ້ໄຂຂໍ້ສົງໄສຂອງປະຊາຊົນ ດັ່ງກ່າວນັ້ນແມ່ນເລີ່ມເປີດໂຕະຮັບຄຳຄິດເຫັນ ໃນວັນທີ 28 ມີຖຸນາ 2021 ເປັນຕົ້ນໄປ ທີ່ ສໍານັກງານຝ່າຍລະບົບຈໍາໜ່າຍ ລັດວິສາຫະກິດໄຟຟ້າລາວ (ບ້ານໜອງບຶກ) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງມີປະຊາຊົນໃຫ້ຄວາມສົນໃຈ ເຂົ້າມາສອບຖາມເປັນຈຳນວນຫລາຍ.

ສຳລັບທ່ານທີ່ມີຂໍ້ສົງໄສໃນການບໍລິການ ແລະສະດວກ ທ່ານ ສາມາດເຂົ້າມາພົວພັນກັບຫນ່ວຍສະເພາະກິດໄດ້ ໃນໂມງລັດຖະການ ວັນຈັນ – ວັນສຸກ ເວລາ 08:00-18:00 ໂມງ.

ສຳລັບການປິດບໍລິການເມື່ອໃດນັ້ນຍັງບໍມີກຳນົດເທື່ອ ທຸກຄົນທີ່ມີບັນຫາຂອງຄາໃຈສາມາດໄປຫາເພິ່ນໄດ້ທຸກເມື່ອຕາມວັນເວລາລັດຖະການໃນໂມງທີ່ລະບຸໄດ້.