ແອັດສະປາຍ ວັດຄົມ ໂຄຣອາຊີ, ຝຣັ່ງ ວັດຄົມ ສະວິດ ທີມຊະນະໄປພົບກັນໃນຮອບ 8 ທີມ

698

ການແຂ່ງຂັນບານເຕະ ຢູໂຣ 2020 ຮອບ 16 ທີມສຸດທ້າຍ ຄືນນີ້ວັນຈັນທີ 28 ມິຖຸນາ 2021 ມີການແຂ່ງຂັນ 2 ຄູ່ສໍາຄັນ ແລະ ມີເຕັງແຊັມ ໂດຍຄູ່ທໍາອິດ ໂຄຣອາຊີ ພົບ ແອັດສະປາຍ ແຊັມເກົ່າ 3 ສະໄໝ ເວລາ 23:00 ໂມງຕາມເວລາໃນບ້ານເຮົາ, ສ່ວນອີກຄູ່ໜຶ່ງ ຝຣັ່ງ ຮອງແຊັມເກົ່າ ພົບ ສະວິດ ກົງວັນເວລາ 2:00 ໂມງຂອງວັນທີ 29 ມິຖຸນາ 2021 ຕາມເວລາໃນບ້ານເຮົາ ເຊິ່ງທີມຊະນະໃນ 2 ຄູ່ນີ້ຈະໄປພົບກັນໃນຮອບ 8 ທີມສຸດທ້າຍ. ກ່ອນການແຂ່ງຂັນຈະເລີ່ມຂຶ້ນເຮົາໄປເບິ່ງສະຖິຕິທີ່ໜ້າສົນໃຈຂອງທັງສອງຄູ່ນໍາກັນກ່ອນ.

ເລີ່ມກັນທີ່ ໂຄຣອາຊີ ຜ່ານເຂົ້າຮອບ 16 ທີມສຸດທ້າຍຈາກຜົນງານຊະນະ 1, ສະເໝີ 1 ແລະ ເສຍ 1 ນັດມີ 4 ຄະແນນເທົ່າ ເຊິ່ງນັດທໍາອິດເສຍໃຫ້ກັບ ອັງກິດ 0-1, ນັດທີ 2 ສະເໝີ ສາທາະລະນະລັດເຊັກ 1-1 ແລະ ນັດທີ 3 ຊະນະ ສະກ໊ອດແລນ 3-1 ຖືວ່າເປັນອີກທີມທີ່ເສຍປະຕູໜ້ອຍ ເຊິ່ງນັກເຕະທີ່ໜ້າຕິດຕາມກໍມີ ລູກາ ໂມດິຊ ກອງກາງທີ່ເກືອບວ່າເປັນທຸກຢ່າງຂອງທີມ ແລະ ນິໂກລາ ວະລາຊິກ ກອງໜ້າ ທີ່ຍິງໄດ້ຄົນລະປະຕູ, ສ່ວນອີກຢ່າງທີ່ໜ້າເສຍດາຍ ແລະ ຂ່າວຮ້າຍຂອງ ໂຄຣອາຊີ ຄື: ອິວານ ເພຣິຊິກ ກອງໜ້າດາວຍິງປະຕູທີມຍິງໄດ້ 2 ປະຕູໃນຢູໂຣ 2020 ຈະບໍ່ໄດ້ລົງສະໜາມນັດນີ້ແນ່ນອນແລ້ວ ເນື່ອງຈາກກວດພົບໂຄວິດ-19 ໃນທ້າຍອາທິດທີ່ຜ່ານມາ.

ແອັດສະປາຍ ເລີ່ມຕົ້ນບໍ່ຄ່ອຍດີໃນຮອບແບ່ງກຸ່ມແຕ່ເຫັນໄດ້ຊັດວ່າ ແອັດສະປາຍ ຍິ່ງຫຼິ້ນຍິ່ງດີ ໂດຍນັດທໍາອິດເຮັດໄດ້ພຽງ ສະເໝີກັບ ຊູແອັດ 0-0, ນັດທີ 2 ສະເໝີ ໂປໂລຍ 1-1, ແຕ່ນັດຫຼ້າສຸດລະເບີດຟອມເກັ່ງ ຖະຫຼົ່ມ ສະໂລວາກີ 5-0 ເຊິ່ງກາຍເປັນນັດທີ່ກິນຂາດລອຍທີ່ສຸດໃນຢູໂຣ 2020. ນອກນັ້ນ ແອັດສະປາຍ ຍັງກາຍເປັນທີມທີ່ເສຍປະຕູໜ້ອຍທີ່ສຸດພຽງ 1 ປະຕູໃນຮອບແບ່ງກຸ່ມ ເປັນຮອງພຽງ ອິຕາລີ ທີ່ຍັງບໍ່ເສຍຈັກປະຕູ, ສ່ວນນັກເຕະທີ່ເດັດໆຂອງ ແອັດສະປາຍ ກໍມີ ພາໂບລ ຊາຣາເບຍ ກອງໜ້າຕົວເກັ່ງທີ່ນັດຫຼ້າສຸດເດັ່ນທີ່ສຸດຍິງ 1 ປະຕູ ແລະ ມີສ່ວນໃຫ້ທີມມີປະຕູອີກ 2 ໜ່ວຍພາ ແອັດສະປາຍ ຄືນຟອມກັບມາຊະນະນັດທໍາອິດໃນຢູໂຣ 2020 ຮອບສຸດທ້າຍ ເຊິ່ງ ຊາຣາເບຍ ສ້າງເກມໃຫ້ກັບ ແອັດສະປາຍ ໄດ້ໜ້າຢ້ານຂຶ້ນເຊັ່ນດຽວກັບ ອັລວາໂຣ ໂມຣາຕ້າ ກອງໜ້າຕົວເປົ້າກໍສາມາດຍິງປະຕູສ້າງຄວາມໝັ້ນໃຈໃຫ້ກັບທີມໄດ້ແລ້ວ.

ສໍາລັບ ສະຖິຕິການພົບກັນລະຫວ່າງ ໂຄຣອາຊີ ກັບ ແອັດສະປາຍ ໃນ 5 ນັດຫຼັງສຸດ ແອັດສະປາຍ ຊະນະ 2-1 ໃນນັດອຸ່ນເຄື່ອງປີ 2006, ແອັດສະປາຍ ຊະນະ 1-0 ໃນຢູໂຣ 2012, ໂຄຣອາຊີ ຊະນະ 2-1 ໃນຢູໂຣ 2016 ແລະ ປີ 2018 ແອັດສະປາຍ ຊະນະ 6-0 ນັດທໍາອິດ ແລະ ນັດທີ 2ໂຄຣອາຊີ ຊະນະ 3-2 ໃນຢູຟາ ເນຊັນລີກ 2018.

ສ່ວນອີກຄູ່ໜຶ່ງສະຖິຕິການພົບກັນລະຫວ່າງ ຝຣັ່ງ ກັບ ສະວິດ 5 ນັດຫຼັງສຸດປະກອບມີ: ສະເໝີ 0-0 ແລະ ສະເໝີ 1-1 ໃນປີ 2005 ລາຍການຄັດບານໂລກ, ສະເໝີ 0-0 ໃນປີ 2006 ລາຍການຄັດບານໂລກ, ປີ 2014 ຝຣັ່ງຊະນະ 5-2 ໃນຄັດບານໂລກ ແລະ ສະເໝີກັບ 0-0 ໃນຢູໂຣ 2016.

ເຫັນໄດ້ວ່າ ສະຖິຕິການພົບກັນ ຝຣັ່ງ ຊະນະ ສະວິດ ພຽງຄັ້ງດຽວຈາກການພົບກັນ 5 ຄັ້ງ. ຢ່າງໃດກໍຕາມ ຝຣັ່ງ ຍຸກນີ້ຄືເຕັງ 1 ນັບແຕ່ປີ 2018 ເປັນຕົ້ນມາ ຫຼັງຈາກຄວ້າແຊັມບານໂລກ 2018 ເຊິ່ງໃນຢູໂຣ 2020 ຝຣັ່ງ ເຂົ້າຮອບມາໃນຖານະແຊັມກຸ່ມ F ຈາກການຊະນະ ເຢຍລະມັນ 1-0, ສະເໝີ ຮົງກາລີ 1-1 ແລະ ສະເໝີ ປ໊ອກຕຸຍການ ແຊັມເກົ່າ 2-2 ຖືວ່າຜ່ານງານໜັກມາເກືອບທຸກນັດ, ສ່ວນນັກເຕະແມ່ນລະດັບທ໊ອບໆຂອງໂລກນໍາໂດຍ ຄີລິຢັນ ເອັມບັບເປ ກອງໜ້າຄວາມໄວສູງ, ຄາຣິມ ເບນເຊມາ ດາວຍິງປະຈໍາທີມຍິງໄດ້ 2 ປະຕູ, ອວງຄວນ ກຣີຊມັນ ກອງໜ້າອີກຄົນທີ່ຍິງປະຕູໄດ້ແລ້ວ ແລະ ເອັນໂກໂລ ກອງເຕ້ ກອງກາງຕົວສໍາຄັນທີ່ລຸ້ນແຊັມອີກລາຍການ ຫຼັງກ່ອນໜ້ານີ້ພາ ຝຣັ່ງ ຄວ້າແຊັມບານໂລກ ແລະ ເຊລຊີ ຄວ້າແຊັມ ຢູໂຣ ແຊັມປ້ຽນລີກ ມາແລ້ວ.

ສະວິດ ກໍຖືວ່າເປັນມ້າມືດອີກ 1 ທີມ ເພາະນັດທໍາອິດຮອບແບ່ງກຸ່ມສະເໝີ ເວລ 1-1 ແລະ ນັດທີ 2 ເສຍໃຫ້ກັບ ອິຕາລີ ເຖິງ 3-0 ເຮັດໃຫ້ລຸ້ນເຂົ້າຮອບລໍາບາກ, ແຕ່ແລ້ວນັດສຸດທ້າຍ ສະວິດ ລະເບີດຟອມເກັ່ງເອົາຊະນະ ຕວັກກີ 3-1 ເກັບເພີ່ມເປັນ 4 ຄະແນນເທົ່າກັບ ເວລ ແຕ່ ເວລ ມີຜົນປະຕູໄດ້ເສຍດີກວ່າ ເຮັດໃຫ້ ສະວິດ ຜ່ານເຂົ້າຮອບໃນຖານະອັນດັບ 3 ທີ່ດີທີ່ສຸດ, ສ່ວນນັກເຕະເດັດຂອງ ສະວິດ ກໍມີ ເຊີດານ ຊາຄີດີ ເປັນນັກເຕະປະສົບການຂອງທີມ ແລະ ຕົວຄວາມຫວັງໃນເກມບຸກຫຼັງຍິງໃຫ້ກັບທີມມາໄດ້ແລ້ວ 2 ປະຕູ. ນອກນັ້ນ ກໍຍັງມີ ບຣີລ ເອັມໂບໂລ ກອງໜ້າຕົວເປົ້າຮ່າງໃຫຍ່ທີ່ສ້າງບັນຫາໃຫ້ກັບ ກອງຫຼັງຄູ່ແຂ່ງໄດ້ໃນຫຼາຍນັດທີ່ຜ່ານມາ.