ຫຼາຍພາກສ່ວນ ສົມທົບທຶນກໍ່ສ້າງເສັ້ນທາງເບຕົງຮ່ວມໃຈ 3 ບ້ານເທດສະບານ ເມືອງ ບໍລິຄັນ

258

ຫຼາຍພາກສ່ວນສົມທົບທຶນສ້າງເສັ້ນທາງເບຕົງຮ່ວມໃຈ 3 ບ້ານເທດສະບານເມືອງ ບໍລິຄັນ ມີຄວາມຍາວ 1.600 ແມັດ, ກວ້າງ 6 ແມັດ, ໜາ 15 ຊັງຕີແມັດ. ພິທີມອບ-ຮັບທຶນສົມທົບໄດ້ມີຂຶ້ນ ໃນວັນທີ 25 ມິຖຸນາ 2021 ທີ່ຫ້ອງການບ້ານ ໂພນມຸງຄຸນ ເມືອງ ບໍລິຄັນ ໂດຍມີ ທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງ ບໍລິຄັນ, ຄະນະບໍລິຫານງານພັກເມືອງ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມເປັນສັກຂີພິຍານ.


ສຳລັບພາກສ່ວນທີ່ນຳປະກອບທຶນສົມທົບໃນຄັ້ງນີ້ມີ: ຄະນະປະຈຳພັກເມືອງ ບໍລິຄັນ ປະກອບສ່ວນຊີມັງທ່ານລະ 1 ໂຕນ,ທ່ານ ບຸນລ້ຽງ ດວງສະເພົາທອງ ຕາງໜ້າກຸ່ມສ່ຽວຮັກສ່ຽວແພງ ປະກອບສ່ວນຊີມັງ 20 ໂຕນ ມູນຄ່າ 12.400.000 ກີບ, ທ່ານ ຂັນແກ້ວ ວິໄລວັນ ຕ່າງໜ້າກຸ່ມ ເພື່ອນບໍ່ເຄີຍຖິ້ມກັນ ມອບເງິນສົດ 1.300.000 ກີບ ແລະ ກຸ່ມນັກສຶກສາ ໂຮງຮຽນເອເລັກໂຕຣນິກ ມອບເງິນສົດ 1.340.000 ກີບ;ຂົງເຂດເສດຖະກິດຫ້ອງການທີ່ຂຶ້ນກັັບອົງການປົກຄອງເມືອງບໍລິຄັນ ມອບຊີມັງຂະແໜງລະ 1 ໂຕນ, ຫ້ອງການ ຍຸດຕິທຳເມືອງ ຊີມັງ 1 ໂຕນ, ອົງການຈັດຕັ້ງພາຄີ ແລະ ຂົງເຂດວັດທະນາທຳເມືອງ ມອບຊີມັງ 3 ໂຕນ, ທ່ານ ຄອນປະເສີດ ຫຼວງ ສຸວັນນະວົງ ຊີມັງຈໍານວນ 5 ໂຕນ ແລະ ຄອບຄົວທ່ານ ນາງຂັນແກ້ວ ປະກອບສ່ວນຊີມັງ 1ໂຕນ.


ມາຮອດປະຈຸບັນພາກສ່ວນຕ່າງໆທັງພາກລັດ, ຜູ້ປະກອບການທຸລະກິດ ແລະ ນິຕິບຸກຄົນທີ່ໄດ້ປະກອບສ່ວນເປັນວັດຖຸ ແລະ ເງິນສົດ ລວມມູນຄ່າທັງໝົດ 61.640.000 ກີບ. ຕໍ່ກັບຜົນງານການປະກອບສ່ວນທຶນສົມທົບການກໍ່ສ້າງເສັ້ນທາງເບຕົງຮ່ວມໃຈ ຈາກພາກລັດ,ວິສາຫະກິດ,ນິຕິບຸກຄົນເຂົ້າໃນວຽກງານລວມເຈົ້າເມືອງ ບໍລິຄັນໄດ້ຕົກລົງ ມອບໃບຍ້ອງຍໍ,ໃບຂອບໃຈ ໃຫ້ພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນໃນຄັ້ງນີ້.


ທ່ານ ວັນເລິນ ປູ້ຍໄມນີ ເຈົ້າເມືອງ ບໍລິຄັນ ຕາງໜ້າໃຫ້ຄະນະບໍລິຫານງານພັກເມືອງ,ອຳນາດການປົກຄອງທັງ 3 ບ້ານ ກໍ່ຄືຕາງໜ້າໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ນາແຫນ,ວັດທາດ ແລະ ບ້ານ ໂພນມຸງຄຸນ ໄດ້ກ່າວຄວາມຂອບໃຈ, ຍ້ອງຍໍຊົມເຊີຍ ມາຍັງອົງການປົກຄອງແຂວງ,ອົງການປົກຄອງເມືອງ,ພາກສ່ວນທຸລະກິດ,ສ່ວນບຸກຄົນ ທີ່ໄດ້ລະດົມທຶນ,ສະຫຼະທຶນຮອນສ່ວນຕົວເຂົ້າໃນວຽກງານລວມໃນຄັ້ງນີ້.


ໂຄງການກໍ່ສ້າງເສັ້ນທາງເບຕົງຮ່ວມໃຈ 3 ບ້ານເທດສະບານເມືອງ ບໍລິຄັນ ມີຄວາມຍາວ 1.600 ແມັດ, ກວ້າງ 6 ແມັດ, ໜາ 15 ຊັງຕີແມັດ ໃນນັ້ນ ບ້ານນາແຫນມີຄວາມຍາວ 390 ແມັດ ມາຮອດປະຈຸບັນກໍ່ສ້າງສຳເລັດແລ້ວ 40%, ບ້ານ ວັດທາດຍາວ 290 ແມັດ ມາຮອດປະຈຸບັນ ກໍ່ສ້າງສໍາເລັດແລ້ວ 24 % ສໍາລັບບ້ານໂພນມຸງຄຸນມີຄວາມຍາວ 920 ແມັດ ແລະ ຈະລົງມືກໍ່ສ້າງໃນທ້າຍເດືອນມິຖຸນາ 2021 ນີ້.

ຂ່າວ-ພາບ: ສາຍສະໝອນ