ເລີ່ມຕົ້ນອາທິດບໍ່ຄ່ອຍດີ! ວັນນີ້ ຍອດຕິດເຊື້ອໂຄວິດ ຫຼາຍເຖິງ26 ຄົນ, ໃນນີ້ລະບາດໃນຊຸມຊົນ 4 ແຂວງ

774

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຮ່ວມຖະແຫຼງຂ່າວປະຈຳວັນທີ 28 ມິຖຸນາ 2021.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ວັນທີ 27 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.129 ຄົນ ກວດພົບຜູ້ຕິດເຊື້ອທັງໝົດ 26 ຄົນ, ຈາກນະຄອນຫຼວງ 7 ຄົນ, ຈຳປາສັກ 8 ຄົນ, ສະຫວັນນະເຂດ 4 ຄົນ, ແຂວງວຽງຈັນ 4 ຄົນ, ຫຼວງນ້ຳທາ 2 ຄົນ ແລະ ໄຊຍະບູລີ 1 ຄົນ.

ສຳລັບ ນະຄອນຫຼວງວຽງຈັນ 7 ຄົນ, ແຂວງວຽງຈັນ 4 ຄົນ, ຫຼວງນ້ຳທາ 2 ຄົນ ແລະ ໄຊຍະບູລີ 1 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ.  ສ່ວນ ແຂວງສະຫວັນນະເຂດ 4 ຄົນ ແລະ ຈຳປາສັກ 8 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,076 ຄົນ ເນື່ອງຈາກ ສະພາບການລະບາດຂອງພະຍາດ ກາງເດືອນເມສາ 2021 ເຮັດໃຫ້ຈຳນວນຕົວຢ່າງທີ່ເກັບມາກວດທັງໝົດ ຈາກບັນດາແຂວງ ລວມທັງ ນະຄອນຫຼວງວຽງຈັນ ແມ່ນເພີ້ມຂຶ້ນຢ່າງຫຼວງຫຼາຍແບບກະທັນຫັນ, ຕົວຢ່າງທີ່ເກັບຈາກຜູ້ສຳພັດໃກ້ຊິດ/ກຸ່ມສ່ຽງ ແລະ ຜູ້ທີ່ນອນປິ່ນປົວແລ້ວເກັບຕົວຢ່າງ ມາກວດຄືນ ແມ່ນບໍ່ໄດ້ມີການລະບຸ ຫຼື ແຍກຕົວຢ່າງ ອອກຈາກກັນ ກ່ອນທີ່ຈະສົ່ງເຂົ້າມາ ຫ້ອງກວດວິເຄາະ ແລະ ຍັງມີບາງກໍລະນີ ແມ່ນມາເກັບຕົວຢ່າງກວດຊອກຫາເຊື້ອພະຍາດ COVID-19 2-3 ຄັ້ງ ພ້ອມທັງໃຫ້ຊື່ ແລະ ເບີໂທ ແຕກຕ່າງກັນ, ຈຶ່ງເຮັດໃຫ້ມີການບັນທຶກຂໍ້ມູນກໍລະນີຜູ້ຕິດເຊື້ອໃໝ່ ຊໍ້າຊ້ອນກັນ. ພາຍຫຼັງມີການທົບທວນຄືນ ຈື່ງໄດ້ມີການປັບປຸງ ແລະ ດັດແກ້ຂໍ້ມູນທັງໝົດຄືນໃໝ່ ໂດຍໄດ້ຕັດຈຳນວນລາຍຊື່ ທີ່ຊໍ້າຊ້ອນກັນ ແລະ ຈຳນວນຜູ້ທີ່ເປັນຄົນເຈັບນອນປິ່ນປົວມາກວດຄືນ ອອກຈາກຂໍ້ມູນຜູ້ຕິດເຊື້ອໃໝ່. ປັດຈຸບັນ ແມ່ນບໍ່ມີການເສຍຊີວິດໃໝ່ ແລະ ກໍາລັງປິ່ນປົວ ທັງໝົດ 124 ຄົນ.

ປັດຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 12 ບ້ານ ໃນ 5 ເມືອງ ຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊທານີ, ສີໂຄດຕະບອງ ແລະ ໄຊເສດຖາ. ສຳລັບ ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ປະຈຳວັນທີ 28 ມິຖຸນາ 2021 ມີ 1 ບ້ານ ຄື: ບ້ານສີເກີດ ເມືອງນາຊາຍທອງ.

ມາຮອດປັດຈຸບັນນີ້ການລະບາດຂອງພະຍາດໂຄວິດ-19 ຍັງບໍ່ມີທ່າອ່ຽງທີ່ຈະຢຸດຕິລົງເທື່ອ ຫຼາຍປະເທດແມ່ນພົບພໍ້ກັບການປະກົດຕົວຂອງສາຍພັນໃໝ່ ແລະ ບວກໃສ່ອັດຕາການສັກຢາໃນຫຼາຍປະເທດແມ່ນຍັງບໍ່ທັນກວມເຖິງ ເຄິ່ງໝຶ່ງຂອງປະຊາກອນຂອງປະເທດຕົນເອງ. ດັ່ງນັ້ນ, ຈຶ່ງເປັນສາເຫດເຮັດໃຫ້ມີການຕິດເຊື້ອໃໝ່ໃນຫຼາຍປະເທດ ໃນບັນດາທະວີບຕ່າງໆ ສົ່ງຜົນໃຫ້ຈະຕ້ອງໄດ້ເລື່ອນການປົດລ໋ອກຂອງປະເທດອອກໄປຕື່ມ.

ດັ່ງນັ້ນ, ເຖິງວ່າ ປະຊາຊົນລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດ ພ້ອມທັງ ພະນັກງານ, ທະຫານ, ຕຳຫຼວດ ສ່ວນຫຼາຍ ແມ່ນໄດ້ຮັບການສັກວັກຊີນ ສຳລັບເຂັມທີ 1 ໄດ້ເຖິງ 884.428 ໂດສ ແລ້ວກໍ່ຕາມ ແຕ່ການຮັກສາໄລຍະຫ່າງທາງສັງຄົມ, ສວມໃສ່ຜ້າປິດ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.