ນະຄອນໄກສອນ ວາງສີລາເລີກໂຄງການກໍ່ສ້າງຮູບປັ້ນຈຳລອງ ພະຍານາກ ໃຫຍ່ ຢູ່ບໍລິເວນແຄມຂອງ

890

ໃນວັນທີ 24 ມິຖຸນາ 2021 ຢູ່ບໍລິເວນເດີ່ນຫຍ້າແຄມຂອງ (ຕໍ່ໜ້າວັດໃຫຍ່ໄຊຍະພູມ), ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໄດ້ຈັດໃຫ້ມີພິທີບວງສວງ ແລະ ວາງສີລາເລີກໂຄງການກໍ່ສ້າງຮູບປັ້ນ ຈຳລອງພະຍານາກໃຫຍ່ ເພື່ອໃຫ້ ກາຍເປັນຈຸດທ່ຽວຊົມອີກແຫ່ງໜຶ່ງຂອງນະຄອນໄກສອນ ພົມວິຫານ. ເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້າ ນະຄອນ ໄກສອນ ພົມວິຫານ ພ້ອມດ້ວຍບັນດາທ່ານທີ່ເປັນອະດີດການນຳຂອງແຂວງສະຫວັນ ນະເຂດ, ຄະນະ ອພສ ແຂວງ ແລະມວນຊົນພາຍໃນນະຄອນໄກ ສອນ ພົມວິຫານ ເຂົ້າຮ່ວມຈຳນວນ ຫຼາຍ.

ໃນໂອກາດນີ້, ທ່ານ ຄຳພູນ ຕຸໄພທູນ ອະດີດຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຄະນະຮັບ ຜິດຊອບໂຄງການກໍ່ສ້າງຮູບ ປັ້ນຈຳລອງພະຍານາກໃຫຍ່ ໄດ້ລາຍງານວ່າ: ຈຸດປະສົງໃນ ການກໍ່ສ້າງດັ່ງກ່າວນີ້ກໍ່ເພື່ອສືບ ສານທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະອະນຸລັກຮັກ ສາສີລະປະລວດລາຍລາວໄວ້ໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮໍ່າຮຽນ, ປະຈຸບັນນີ້ມີຫຼາຍວັດພາຍໃນແຂວງ ສະຫວັນນະເຂດກໍ່ໄດ້ສ້າງຮູບປັ້ນຈຳລອງພະຍານາກ ເພື່ອປະດັບປະດາວັດໃຫ້ສວຍງາມຂຶ້ນຕື່ມ.

ນະຄອນໄກສອນ ວາງສີລາເລີກໂຄງການກໍ່ສ້າງຮູບປັ້ນຈຳລອງ ພະຍານາກ ໃຫຍ່ ຢູ່ບໍລິເວນແຄມຂອງ

ອີກດ້ານໜຶ່ງກໍ່ເພື່ອເປັນແຫຼ່ງ ທ່ອງທ່ຽວທາງດ້ານວັດທະນະທຳ ແຫ່ງໃໝ່ຂອງນະຄອນ ໄກສອນ ພົມວິຫານກໍ່ຄືຂອງແຂວງສະ ຫວັນນະເຂດ. ຂະໜາດຂອງຮູບ ປັ້ນຈຳລອງພະຍານາກໃຫຍ່ ແຫ່ງນີ້ມີລຳໂຕກວ້າງ 1,08 ແມັດ ຫຼື(ເສັ້ນຜ່າກາງຂອງລຳໂຕ), ມີຄວາມສູງແຕ່ພື້ນເຖິງຫອນ 10 ແມັດ ແລະມີຄວາມຍາວຄົດ ໂງໄປມາແຕ່ຫົວເຖິງຫາງ 88 ແມັດ, ປິ່ນຫົວລົງນໍ້າອຽງໄປທາງ ທິດໃຕ້, ລຳໂຕໂຄ້ງແບບພະຍາ ນາກລອຍ ບໍ່ແມ່ນມັງກອນ, ລອຍ ລົງດິນ 3-4 ຈຸດ ຈົນຮອດຫາງ ເພື່ອໃຫ້ມີການຊົງນໍ້າໜັກໄດ້ດີ, ຫາງປິ່ນມາໃສ່ທາງ, ປາກພົ່ນ ໄຟເປັນສີ ອອກ 7 ສີ ແລະໃຫ້ ພົ່ນໄກປະມານ 8 ແມັດ, ໂຄງ ການນີ້ນຳໃຊ້ງົບປະມານທັງໝົດ ປະມານ 600 ລ້ານກີບ, ແຫຼ່ງທຶນ ແມ່ນໄດ້ມາຈາກອອກຕົນຍາດ ໂຍມອຸໂປໂມທະນາ, ສ່ວນບໍລິສັດ ຮັບເໝົາກໍ່ສ້າງແມ່ນບໍລິສັດລາວ ມີໄຊກໍ່ສ້າງ.