ຟຟລ ຫາລືແກ້ໄຂ ກໍລະນີໃບບິນມີຄ່າໄຟຟ້າ ສູງເກີນຄວາມເປັນຈິງ ແລະ ມາດຕະການປະຕິບັດວິໄນຕໍ່ຜູ້ກະທໍາຜິດ.

479

ຈາກກໍລະນີ ການອອກບິນຄ່າໄຟຟ້າ ເລກບັນຊີ 00408348 ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ທີ່ມີຕົວເລກມູນຄ່າການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງເກີນຄວາມເປັນຈິງ, ພ້ອມທັງມີຜູ້ຊົມໃຊ້ໄຟຟ້າຈຳນວນຫຼາຍຂ້ອງໃຈກ່ຽວກັບບິນຄ່າໄຟຟ້າເຮືອນຕົນທີ່ມີມູນຄ່າສູງຂຶ້ນ ແລະ ໄດ້ໂພສເຜີຍແຜ່ຕາມສື່ສັງຄົມອອນລາຍນັ້ນ. ຕໍ່ກັບເຫດການດັ່ງກ່າວ ຄະນະກໍາມະການຄົ້ນຄ້ວາ ແລະ ປະຕິບັດລະບຽບວິໄນ ລັດວິສາຫະກິດ ໄຟຟ້າລາວ ຈະໄດ້ທໍາການສອບສວນຫາສາເຫດທີ່ກໍ່ໃຫ້ເກີດຄວາມຜິດພາດ ແລະ ດໍາເນີນການແກ້ໄຂໂດຍໄວ.

ເຊິ່ງຕອນເຊົ້າຂອງ ວັນທີ 27 ມິຖຸນາ 2021, ທີ່ ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ຟຟລ ໄດ້ຈັດ ກອງປະຊຸມຄະນະກໍາມະການຄົ້ນຄວ້າວິໄນ ຂຶ້ນໂດຍການເປັນປະທານຂອງ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ທັງເປັນປະທານຄະນະກໍາມະການຄົ້ນຄວ້າວິໄນ ຟຟລ, ມີຄະນະກໍາມະການຄົ້ນຄ້ວາວິໃນ ຟຟລ ພ້ອມດ້ວຍ ຫົວໜ້າສາຂາໄຟຟ້ານະຄອນຫຼວງ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລື ສາເຫດທີ່ມາຂອງການອອກໃບບິນຄ່າໄຟຟ້າ ທີ່ສູງຜິດປົກກະຕິ ເພື່ອຫາວິທີການ ແລະ ມາດຕະການແກ້ໄຂ ພ້ອມທັງ ຄົ້ນຄ້ວາພິຈາລະນາ ມາດຕະການປະຕິບັດວິໄນ ຕໍ່ພະນັກງານຜູ້ທີ່ຖືເບົາຕໍ່ການປະຕິບັດໜ້າທີ່ ໂດຍອີງໃສ່ ແຈ້ງການເພີ່ມເຕີມເລື່ອງ: ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການໃຫ້ບໍລິການສັງຄົມ ໃນວຽກງານລະບົບໃບບິນ BS 2000 ເລກທີ 1859/ຟຟລ.ຝລຈ ລົງວັນທີ 26 ພຶດສະພາ 2021, ກ່ຽວກັບ ມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ ການສົ່ງໃບບິນ, ການເກັບເງິນຕ້ອງໃຫ້ຖືກຕ້ອງ ຖ້າພະນັກງານບົກຜ່ອງ ຕໍ່ໜ້າທີ່ເຮັດໃຫ້ສັງຄົມເຂົ້າໃຈໃນດ້ານລົບຕໍ່ການເຮັດໜ້າທີ່ບໍລິການຂອງ ຟຟລ ແມ່ນຈະຖືກປະຕິບັດຕາມມາດຕະການເດັດຂາດພາຍຫຼັງທີ່ຖືກພິຈາລະນາຮອບດ້ານແລ້ວ, ພະນັກງານສັນຍາຈ້າງທີ່ເປັນຕົ້ນເຫດຄວາມຜິດແມ່ນຈະ ຖືກພັກວຽກບໍ່ມີກໍານົດ ແລະ ຍົກເລີກສັນຍາວ່າຈ້າງທັນທີໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ.

ສໍາລັບພະນັກງານ ຟຟລ ພາຍຫຼັງຄະນະກໍາມະການຄົ້ນຄ້ວາວິໃນເຫັນວ່າມີຄວາມຜິດ ປະລະໜ້າທີ່ ຫຼື ລະເລີຍບໍ່ປະຕິບັດໜ້າທີ່ ສ້າງຄວາມ ເສຍຫາຍຕໍ່ຊັບສິນ ແລະ ພາບພົດ ຟຟລ ຈະຖືກພິຈາລະນາຄວາມຜິດຕາມໜ້າທີ່ ແລະ ຕໍາແໜ່ງຮັບຜິດຊອບ ຕາມລະບຽບຂອງ ຟຟລ. ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ວິທີການແກ້ໄຂເພື່ອປັບປຸງການບໍລິການໃຫ້ມີປະສິດທິພາບ.

ພ້ອມນີ້ດ້ານລັດວິສາຫະກິດໄຟຟ້າລາວ ຕ້ອງຂໍອະໄພຕໍ່ຜູ້ຊົມໄຊ້ໄຟຟ້າທຸກທ່ານ ແລະ ພ້ອມຈະແກ້ໄຂຂໍ້ຜິດພາດທີ່ເກີດຂື້ນ. ຖ້າໃບບິນຄ່າໄຟຟ້າຂອງທ່ານ ມີມູນຄ່າການໃຊ້ພະລັງງານສູງຜິດປົກກະຕິ ຫລື ມີການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງ ຜິດປົກກະຕິ, ຂໍຄວາມກະລຸນາ ແຈ້ງເບີສາຍດ່ວນ 1199 ຫລື ສູນບໍລິການໄຟຟ້າ ໃກ້ບ້ານຂອງທ່ານ ເພື່ອດໍາເນີນການ ກວດກາໃຫ້ທັນເວລາ. ຖ້າທ່ານບໍ່ໄດ້ຮັບຄໍາຕອບພາຍໃນ 7 ວັນ ທ່ານສາມາດເຂົ້າມາປະສານງານ ທີ່ສໍານັກງານ ຝ່າຍຈໍາໜ່າຍ ບ້ານໜອງບຶກເໜືອ ເມືອງສີໂຄດຕະບອງ ຫລື ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.