ຊົ້ວໄກ່ ເມນູອາຫານລາວທີ່ທຸກເຮືອນຕ້ອງໄດ້ກິນ

975

ອາຫານລາວແມ່ນມີຫຼາກຫຼາຍແບບຫຼາກຫຼາຍລົດຊາດ ທີ່ສຳຄັນແຊບມີເອກະລັກຂອງຕົວມັນເອງ ເຮັດໃຫ້ອາຫານລາວຫຼາຍເມນູເປັນທີ່ມັກ ແລະ ຮູ້ຈັກດີຂອງຄົນລາວ ແລະ ຊາວຕ່າງປະເທດ ໂດຍມື້ນີ້ຜູ້ຂຽນເອງໄດ້ນຳເອົາເມນູ ຊົ້ວໄກ່ ທີ່ເປັນເມນູຄົນລາວມັກເຮັດກິນໃຫ້ໃນໄລຍະທີ່ມີໂອກາດດີ ຫຼື ມີງານສຳຄັນໃນເຮືອນ ເຊິ່ງຜູ້ຂຽນຈະນຳເອົາສູດ ແລະ ວິທີປຸງແຕ່ງ ຊົ້ວໄກ່ ມາແນະນຳໃຫ້ທຸກທ່ານທີ່ຢາກລອງເຮັດກິນດ້ວຍຕົນເອງມາຝາກ.

May be an image of food

ວັດຖຸດິບ ແລະ ເຄື່ອງປຸງ: ໄກ່ເປັນໂຕ 1 ໂຕ ນ້ຳໜັກປະມານ 1 ກິໂລ; ຫອມບົ່ວແດງ 2 ຫົວ ປອກເປືອກແລ້ວຜ່າເຄິ່ງ; ກະທຽມ 4 ກີບ ປອກເປືອກແລ້ວຜ່າເຄິ່ງ; ຂ່າຊອຍ 5 ປ່ຽງ; ຂີງສົດ 2 ຫົວ; ຫົວສີໃຄ 1 ຕົ້ນ; ເຜັດດິບ 10 ໜ່ວຍ ໃຜບໍ່ມັກເຜັດກໍຫຼຸດໝາກເຜັດລົງໄດ້; ເກືອເມັດໃຫຍ່ 2 ບ່ວງແກງ; ແປ້ງນົວ ໃສ່ຕາມໃຈ; ນ້ຳປາ ໃສ່ຕາມໃຈ; ເຂົ້າຂົ້ວ 3 ບ່ວງແກງ; ໝາກເຜັດປົ່ນ 1 ບ່ວງແກງ; ນ້ຳ 1,5 ລິດ; ພິກໄທດຳປົ່ນ 1 ບ່ວງແກງ; ຫອມເປຊອຍ 1 ຖ້ວຍນ້ອຍ; ຫອມບົ່ວໃບ 1 ຖ້ວຍນ້ອຍ ແລະ ຜັກແພວ 1 ຖ້ວຍນ້ອຍ.

May be an image of food

ວິທີເຮັດ

1 ຈີ່ກະທຽມ, ຫອມບົ່ວ, ຂ່າ, ຂີງ ແລະ ໝາກເຜັດໃຫ້ແຫ້ມ.

2 ຄ້າງໝໍ້ໃສ່ນ້ຳ, ເອົາໄກ່ລົງຕົ້ມເປັນໂຕ ໃສ່ຫົວສີໃຄທຸບ, ຫົວຂ່າ, ຂີງຈີ່. ໃສ່ເກືອປະມານ 2 ບ່ວງແກງ ປິດຝາໝໍ້ ແລະ ຕົ້ມປະມານ 20 ນາທີ ຫຼື ຈົນໄກ່ສຸກ ແລ້ວຕັກໄກ່ອອກໄວ້.

3 ຈົ່ງນ້ຳຕົ້ມໄກ່ໄວ້ໝໍ້ ເອົາຫອມບົ່ວ, ກະທຽມ ແລະ ໝາກເຜັດຈີ່ ລົງໃນໝໍ້ ( ໃຜມັກເຜັດແມ່ນຕຳກ່ອນຈຶ່ງໃສ່ ) ຕື່ມເຜັດປົ່ນລົງ ແລະ ໃສ່ຫົວບົ່ວໃຫຍ່ຊອຍລົງໄປ ປຸງຕາມໃຈ ອາດຈະໃສ່ແປ້ງນົວ ແລະ ນ້ຳປາເພີ່ມຖ້າມັກ.

May be an image of food

4 ຈີກໄກ່ເປັນຕ່ອນນ້ອຍ ພໍດີຄຳຕາມໃຈ ແລ້ວຖອກໄກ່ລົງໃສ່ໝໍ້ຄືນ, ຄົນໃຫ້ເຂົ້າກັນ ຊີມລົດຊາດຕາມໃຈມັກ.

5 ໃສ່ຫອມເປຊອຍ, ຫອມບົ່ວໃບ ແລະ ຜັກແພວລົງໄປ ຄົນໃຫ້ເຂົ້າກັນ. ຕື່ມພິກໄທປົ່ນ ຫຼື ເຂົ້າຂົ້ວລົງໄປ ແລ້ວຕັກໃສ່ຖ້ວຍ ພ້ອມເສີບ ຄວາມແຊບໄດ້ເລີຍ.

ທີ່ມາ: https://www.zap.la/lo/recipe-306-lao-shredded-chicken-soup