4 ເຫດຜົນ ເປັນຫຍັງຫຼາຍຄົນບໍ່ຮູ້ສຶກຫິວໃນຕອນເຊົ້າ

710

ອາຫານເຊົ້າເປັນຄາບທີ່ສຳຄັນ ແຕ່ອາດເປັນເລື່ອງໜ້າແປກສຳລັບຫຼາຍຄົນ ເຮົາທຸກຄົນຮູ້ວ່າຄາບເຊົ້າມີຄວາມສຳຄັນ ແຕ່ອາດບໍ່ໄດ້ຮູ້ສຶກຫິວຄືຄາບອາຫານອື່ນໆແລ້ວເປັນຫຍັງຕອນເຊົ້າບໍ່ຮູ້ສຶກຫິວເທົ່າຕອນແລງ ຫຼື ຄ່ຳໆ. ມື້ນີ້ເຮົາໄດ້ມີ 4 ເຫດຜົນ ເປັນຫຍັງເຮົາບໍ່ຮູ້ສຶກຫິວໃນຕອນເຊົ້າມາຝາກໃຫ້ທຸກຄົນໄດ້ຮູ້ກັນ.

May be an image of food

1 ເຮົາກິນອາຫານຕອນແລງ ຫຼື ຕອນເດິກຫຼາຍເກີນໄປ

ໜຶ່ງໃນສາເຫດຫຼັກທີ່ເຮົາບໍ່ຫິວຕອນເຊົ້າຄືເຮົາກິນເຂົ້າແລງຫຼາຍ ຫຼື ກິນອາຫານວ່າງ, ເຂົ້າໜົມ, ກິນເຂົ້າໃນຕອນກາງຄືນ ຍິ່ງຖ້າເປັນອາຫານທີ່ມີໄຂມັນ ຫຼື ໂປຣຕິນສູງ ອາຫານເຫຼົ່ານີ້ຈະຊ່ວຍຊະລໍຄວາມຮູ້ສຶກຫິວ ເຮັດໃຫ້ເຮົາຮູ້ສຶກອີ່ມດົນ, ນອກຈາກນີ້ໂປຣຕິນຍັງຊ່ວຍປັບລະດັບຮໍໂມນທີ່ຄວບຄຸມຄວາມຫິວ ແລະ ຄວາມຢາກອາຫານຂອງເຮົາໄດ້ ໄຂມັນເຮັດໃຫ້ເຮົາຮູ້ສຶກອີ່ມ ແລະ ເຮົາກໍຈະມີຄວາມຫິວທີ່ຫຼຸດລົງ.

2 ລະດັບຮໍໂມນປ່ຽນ

ຕອນກາງຄືນຫິວໃຈຈະຂາດ ພໍເຊົ້າມາພັດບໍ່ຮູ້ສຶກຫິວເລີຍ ການນອນອາດຈະເຮັດໃຫ້ລະດັບຮໍໂມນຫຼາຍຢ່າງໃນຮ່າງກາຍເກີດການປ່ຽນແປງໄປ ສົ່ງຜົນເຮັດໃຫ້ຄວາມຮູ້ສຶກຢາກອາຫານໜ້ອຍລົງ.

May be an image of dessert and indoor

3 ຄວາມຄຽດ

ຄວາມກັງວົນ ຄວາມຄຽດສົ່ງຜົນຕໍ່ຄວາມຫິວເຮົາໄດ້ ເມື່ອຕອນກາງຄືນຫາກເຮົາມີອາການນອນບໍ່ຫຼັບ ເມື່ອຍອ່ອນເພຍ ບໍ່ມີແຮງບັນດານໃຈ ມີພາວະຊຶມເສົ້າອາດສົ່ງຜົນໃຫ້ເກີດຄວາມຄຽດ ຫຼື ມີຄວາມກັງວົນ ກໍເຮັດໃຫ້ຄວາມຢາກອາຫານຫຼຸດລົງ ( ຄວາມຄຽດບໍ່ຢາກກິນເຂົ້າ ).

4 ປັດໄຈອື່ນໆກ່ຽວກັບສຸຂະພາບ

ອາການອື່ນໆກ່ຽວກັບສຸຂະພາບກໍສົ່ງຜົນກັບເຮົາໄດ້ ເຊັ່ນ: ກຳລັງຖືພາ, ມີອາການກ່ຽວກັບໄຂ້ຫວັດ, ປອດບວມກໍເຮັດໃຫ້ເຮົາຫິວໜ້ອຍລົງ ອາການຫວັດນັ້ນເຮັດໃຫ້ການຮັບຮູ້ຂອງກິ່ນນັ້ນຫຼຸດລົງໄປ ແລະ ເຮັດໃຫ້ເຮົາບໍ່ຮູ້ສຶກຫິວປານໃດ ບາງອາການເຮົາອາດຈະຮູ້ສຶກປຸ້ນທ້ອງປວກຮາກເຮັດໃຫ້ບໍ່ຢາກອາຫານ.

May be an image of food

ທີ່ມາ: https://www.sanook.com/health/29145/