ຕາມສັນຍາ ປະຊຸມດ່ວນຄົ້ນຄວ້າວິໄນກໍລະນີບິນຄ່າໄຟສູງເກີນເຫດ

736

ດັງທີ່ລັດວິສາຫະກິດໄຟຟ້າລາວໄດ້ແຈ້ງໄປມື້ວານນີ້ວັນ ວັນທີ 27 ມິຖຸນານີ້ຈະມີກອງປະຊຸມຄົ້ນຄວ້າພິຈາລະນາຕໍ່ບັນຫາບິນຄ່າໄຟຟ້າສູງເກີນລາຄາຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະກໍ່ດຳເນີນການໄປຕາມແຜນ ມື້ນີ້ຄະນະກຳມະການໄດ້ດຳເນີນກອງປະຊຸມຢ່າງຮີບດ່ວນ.


ກອງປະຊຸມໄດ້ປຶກສາຫາລືສາເຫດທີ່ມາຂອງການອອກໃບບິນຄ່າໄຟຟ້າ ທີ່ສູງຜິດປົກກະຕິ ເພື່ອຫາວິທີການ ແລະ ມາດຕະການແກ້ໄຂ ພ້ອມທັງ ຄົ້ນຄວ້າພິຈາລະນາ ມາດຕະການປະຕິບັດວິໃນ ຕໍ່ພະນັກງານຜູ້ທີ່ຖືເບົາຕໍ່ການປະ ຕິບັດໜ້າທີ່ ໂດຍອີງໃສ່ ແຈ້ງການເພີ່ມເຕີມເລື່ອງ: ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການໃຫ້ບໍລິການສັງຄົມ ໃນວຽກງານລະບົບໃບບິນ BS 2000 ເລກທີ 1859/ຟຟລ.ຝລຈ ລົງວັນທີ 26 ພຶດສະພາ 2021, ກ່ຽວກັບ ມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ ການສົ່ງໃບບິນ, ການເກັບເງິນຕ້ອງໃຫ້ຖືກຕ້ອງ.

ຖ້າພະນັກງານບົກຜ່ອງ ຕໍ່ໜ້າທີ່ເຮັດໃຫ້ສັງຄົມເຂົ້າໃຈໃນດ້ານລົບຕໍ່ການເຮັດໜ້າທີ່ບໍລິການຂອງ ຟຟລ ແມ່ນຈະຖືກປະຕິບັດຕາມມາດຕະການເດັດຂາດພາຍຫຼັງທີ່ຖືກພິຈາລະນາຮອບດ້ານແລ້ວ; ພະນັກງານສັນຍາຈ້າງທີ່ເປັນຕົ້ນເຫດຄວາມຜິດແມ່ນຈະ ຖືກພັກວຽກບໍ່ມີກໍານົດ ແລະ ຍົກເລີກສັນຍາວ່າຈ້າງທັນທີໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ.

ສໍາລັບພະນັກງານ ຟຟລ ພາຍຫຼັງຄະນະກໍາມະການຄົ້ນຄ້ວາວິໄນເຫັນວ່າມີຄວາມຜິດ ປະລະໜ້າທີ່ ຫຼື ລະເລີຍບໍ່ປະຕິບັດໜ້າທີ່ ສ້າງຄວາມ ເສຍຫາຍຕໍ່ຊັບສິນ ແລະ ພາບພົດ ຟຟລ ຈະຖືກພິຈາລະນາຄວາມຜິດຕາມໜ້າທີ່ ແລະ ຕໍາແໜ່ງຮັບຜິດຊອບ ຕາມລະບຽບຂອງ ຟຟລ. ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ວິທີການແກ້ໄຂເພື່ອປັບປຸງການບໍລິການໃຫ້ມີປະສິດທິພາບ.


ກອງປະຊຸມຄະນະກໍາມະການຄົ້ນຄວ້າວິໄນ, ຈັດຂື້ນ ຕອນເຊົ້າ ວັນທີ 27 ມີຖຸນາ 2021, ທີ່ ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍການ ເປັນປະທານຂອງ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ທັງເປັນປະທານຄະນະກໍາມະການຄົ້ນຄວ້າວິໄນ ຟຟລ, ມີຄະນະກໍາມະການຄົ້ນຄວ້າວິໃນ ຟຟລ ພ້ອມດ້ວຍ ຫົວໜ້າສາຂາໄຟຟ້ານະຄອນຫລວງ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.