ສະຖິຕິ 5 ນັດທີ່ຜ່ານມາຂອງ ແຊັມເກົ່າຂົ່ມບໍ່ເຄີຍເສຍໃຫ້ກັບ ແບນຊິກ ຄືນນີ້ຕັດສິນໃນຮອບ 16 ທີມຢູໂຣ

414

ການແຂ່ງຂັນບານເຕະ ຢູໂຣ 2020 ຮອບ 16 ທີມສຸດທ້າຍຄືນນີ້ຄູ່ລະຫວ່າງ ແຊັມເກົ່າ ປ໊ອກຕຸຍການ ພົບກັບ ແບນຊິກ ເວລາ 2:00 ໂມງກົງກັບວັນທີ 28 ມິຖຸນາ 2021 ຕາມເວລາໃນບ້ານເຮົາ ເຊິ່ງທີມຊະນະຈະໄດ້ຜ່ານເຂົ້າຮອບ 8 ທີມສຸດທ້າຍໄປພົບກັບ ທີມຊາດອິຕາລີ ທີ່ໄປຢືນລໍຖ້າຢູ່ແລ້ວ.

ກ່ອນການແຂ່ງຂັນຂອງຄູ່ນີ້ຈະເລີ່ມຂຶ້ນເຮົາໄປເບິ່ງສະຖິຕິການພົບກັນໃນ 5 ນັດຫຼັງສຸດປາກົດວ່າ: ປ໊ອກຕຸຍເກດ ດີກວ່າໄດ້ແກ່ນັດທໍາອິດເກີດຂຶ້ນໃນປີ 2007 ປ໊ອກຕຸຍການ ຊະນະ 4-0  ແລະ ນັດທີ 2 ຊະນະ 2-1 ໃນການແຂ່ງຂັນຢູໂຣ, ສ່ວນອີກ 3 ນັດແມ່ນນັດອຸ່ນເຄື່ອງປາກົດວ່າ ສະເໝີກັນ 1-1 ໃນປີ 2000, ປ໊ອກຕຸຍການ ຊະນະ 2-1 ໃນປີ 2016 ແລະ ນັດສຸດທ້າຍ ສະເໝີກັນ 0-0 ໃນປີ 2018.

ແຕ່ສະຖິຕິໃນຢູໂຣ 2020 ແບນຊິກ ໂດດເດັ່ນລົງສະໜາມ 3 ນັດໃນຮອບແບ່ງກຸ່ມຊະນະລວດໄດ້ແກ່ ຊະນະ ຣັດເຊຍ 3-0, ຊະນະ ດານມາກ 2-1 ແລະ ຊະນະ ແຟງລັງ 2-0, ສ່ວນ ປ໊ອກຕຸຍການ ຊະນະໄດ້ພຽງນັດດຽວຈາກການຊະນະ ຮົງກາລີ 3-0, ເສຍໃຫ້ ເຢຍລະມັນ 2-4 ແລະ ສະເໝີ ຝຣັ່ງ 2-2.

ສ່ວນນັກເຕະຂອງ ແບນຊິກ ບໍ່ມີບັນຫານັກເຕະບາດເຈັບເພີ່ມ ແລະ ນັກເຕະທີ່ໜ້າຕິດຕາມພ້ອມລົງສະໜາມໄດ້ແກ່ ເຄວິນ ເດິ ບຣອຍ ກອງກາງຫົວໃຈສໍາຄັນຂອງທີມ ປະສານກັບ ອັນເຊລ ວິດເຊລ, ສ່ວນກອງໜ້າກໍມີ ເອເດນ ອາຊາ ແລະ ໂຣເມລູ ລູກາກູ, ເຊິ່ງດາວຍິງປະຈໍາທີມເປັນ ລູກາກູ ຍິງໄດ້ແລ້ວ 3 ປະຕູ.

ສ່ວນ ປ໊ອກຕຸຍເກດ ຕ້ອງລໍຖ້າເບິ່ງອາການຂອງ ເນລສັນ ເຊເມໂດ ທີ່ໄດ້ຮັບບາດເຈັບຈາກນັດຫຼ້າສຸດທີ່ສະເໝີກັບ ຝຣັ່ງ ໃນຮອບແບ່ງກຸ່ມ, ແຕ່ນັກເຕະທີ່ພ້ອມລົງສະໜາມກໍມີ ແບນາໂດ ຊິລວາ, ດິໂອໂກ ໂຊຕາ ແລະ ຄຣິສເຕຍໂນ ໂຣນັລໂດ ທີ່ເປັນຄວາມຫວັງໃນເກມບຸກ, ເຊິ່ງດາວຍິງປະຈໍາເປັນແມ່ນ ໂຣນັລໂດ ຍິງໄປແລ້ວ 5 ປະຕູຂຶ້ນນໍາດາວຍິງສູງສຸດໃນລາຍການນີ້.

ຂະນະທີ່ອີກຄູ່ໜຶ່ງຈະລົງແຂ່ງຂັນໃນມື້ນີ້ ໂຮນລັງ ພົບກັບ ສາທາລະນະລັດເຊັກ ເວລາ 23:00 ໂມງຂອງວັນທີ 27 ມິຖຸນາ 2021 ຕາມເວລາໃນບ້ານເຮົາ ຕ້ອງຕິດຕາມກັນມ່ວນແນ່ນອນຄືນນີ້.