27 ມິຖຸນາ ນະຄອນຫຼວງວຽງຈັນ ພົບກໍລະນີລະບາດໃນຊຸມຊົນ 1 ຄົນ ມີປະຫວັດເດີນທາງໄປຫຼາຍສະຖານທີ່

550

ນະຄອນຫຼວງວຽງຈັນ ພົບກໍລະນີລະບາດໃນຊຸມຊົນອີກຄັ້ງ ຫຼັງຈາກທີ່ບໍ່ມີ2ມື້ຕິດຕໍ່ກັນ  ເຊິ່ງກໍລະນີຕິດເຊື້ອໃໝ່1ຄົນ ຂອງນະຄອນຫຼວງວຽງຈັນ ແມ່ນຍັງບໍ່ສາມາດລະບຸແຫຼ່ງທີ່ມາຂອງການຕິດເຊື້ອ ແລະ ມີປະຫວັດເດີນທາງໄປຫຼາຍສະຖານທີ່.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ27 ມິຖຸນາ 2021ວ່າ: ວັນທີ 26 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1. 354 ຄົນ ກວດພົບຜູ້ຕິດເຊື້ອທັງໝົດ 10 ຄົນ, ຈາກນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4 ຄົນ. ເຮັດໃຫ້ມາຮອດປັດຈຸບັນມີກໍລະນີຕິດເຊື້ອສະສົມ2.110 ຄົນ,  ປິ່ນປົວຫາຍດີສະສົມ1.986ຄົນ(ໃໝ່14 ຄົນ), ກຳລັງປິ່ນປົວ121ຄົນ


ສຳລັບນະຄອນຫຼວງວຽງຈັນ 1 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ. ສ່ວນ ແຂວງສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

ກໍລະນີຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ 1 ຄົນ ເຊິ່ງຍັງບໍ່ສາມາດລະບຸແຫຼ່ງທີ່ມາຂອງການຕິດເຊື້ອໄດ້ ມີລາຍລະອຽດດັ່ງນີ້:
-ເພດຍິງ ອາຍຸ 29 ປີ, ອາຊິບ ພະນັກງານ
-ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫລວງ
-ໄດ້ຮັບການສັກຢາວັກຊິນ 2 ເຂັມ: ເຂັມທີ 1 ໃນວັນທີ 23/04/2021 ແລະ ເຂັມທີ 2 ໃນວັນທີ 24/05/2021 ຊະນິດຢາວັກຊີນ Sinopharm
-ວັນທີ 22/06/2021: ມີອາການເມື່ອຍ ແລະ ປວດຕາມຕົນໂຕ
-ໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19 ໃນວັນທີ 26/06/2021 ແມ່ນພົບເຊື້ອ

ການເຄື່ອນໄຫວຂອງຜູ້ກ່ຽວ
– ວັນທີ 23-31/05/2021 ຜູ້ກ່ຽວ ຢູ່ບ້ານ ແລະ ມີແຕ່ໄປຕະຫລາດອົດຊີໃນບາງຄັ້ງຄາວ
– ວັນທີ 01-12/06/2021 ຜູ້ກ່ຽວ ຢູ່ບ້ານ ແຕ່ກໍໄດ້ໄປຕະຫລາດສີເກີດ ໃນບາງຄັ້ງຄາວ
– ວັນທີ 13/06/2021 ຫ້ອງການໄດ້ໃຫ້ພະນັກງານກວດໂຄວິດ-19 ຜົນອອກແມ່ນເປັນລົບ
– ວັນທີ 14-16/06/2021 ຜູ້ກ່ຽວ ໄດ້ຢູ່ເຮືອນກັບຄອບຄົວ (ມີລູກ, ຫລານ, ອ້າຍ, ເອື້ອຍໄພ້ ແລະ ລູກຂອງອ້າຍ 2 ຄົນ)
– ເວລາ 10:00-10:30 ໂມງຂອງ ວັນທີ 17/06/2021 ຜູ້ກ່ຽວ ໄດ້ໄປຊື້ນົມຢູ່ເຈມາກ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ແລະ ເວລາ 11:00-12:00 ໂມງ ກໍໄດ້ໄປຊື້ເຄື່ອງຢູ່ຕະຫລາດຂົວດິນ


– ວັນທີ 18-20/06/2021 ຜູ້ກ່ຽວ ໄດ້ໄປຫາຄອບຄົວ (ສາມີ) ຢູ່ບ້ານໂພນເງິນ ເມືອງໂພນໂຮງ, ແຂວງວຽງຈັນ
– ວັນທີ 21/06/2021 ໄດ້ເດີນທາງກັບຈາກແຂວງວຽງຈັນ ຫາບ້ານສີເກີດ ແລະ ກໍຢູ່ແຕ່ເຮືອນ
– ວັນທີ 22/06/2021 ຜູ້ກ່ຽວ ຮູ້ສຶກເມື່ອຍ ແລະ ປວດຕາມຕົນໂຕ ແລະ ຢູ່ແຕ່ເຮືອນບໍ່ໄດ້ໄປໃສ
– ວັນທີ 23/06/2021 ຜູ້ກ່ຽວ ຮູ້ສຶກເປັນຫວັດໜ້ອຍໜຶ່ງ ແຕ່ໄດ້ກິນຢາດີຫວັດ ແລະ ພັກຜ່ອນ ຢູ່ເຮືອນ
– ວັນທີ 24/06/2021 ຜູ້ກ່ຽວ ຢູ່ເຮືອນຕາມປົກກະຕິ ແລະ ມີພີ່ນ້ອງມາເອົາເສື້ອນຳ
– ວັນທີ 25/06/2021 ຜູ້ກ່ຽວ ຢູ່ເຮືອນຕາມປົກກະຕິ ແລະ ຮູ້ສຶກມີອາການໄອແຫ້ງເລັກຫນ້ອຍ
– ເວລາ 10:00-10:15 ໂມງຂອງວັນທີ 26/06/2021 ຕອນເຊົ້າໄດ້ໄປກວດໂຄວິດກວດແລ້ວໄດ້ໄປຊື້ກະເຟຮ້ານເບຊິກແລ້ວກັບບ້ານ


ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອ ໃໝ່ຢູ່ນະຄອນຫຼວງວຽງຈັນທີ່ໄດ້ເດີນທາງໄປ
– ວັນທີ 23-31/05/2021 ໄດ້ໄປຕະຫລາດອົດຊີໃນບາງຄັ້ງຄາວ (ບໍ່ຈື່ວັນທີຊັດເຈນທີ່ໄດ້ໄປ)
– ວັນທີ 01-12/06/2021ໄດ້ໄປຕະຫລາດສີເກີດ ໃນບາງຄັ້ງຄາວ (ບໍ່ຈື່ວັນທີຊັດເຈນທີ່ໄດ້ໄປ)
– ເວລາ 10:00-10:30 ໂມງຂອງ ວັນທີ 17/06/2021 ໄດ້ໄປຊື້ນົມຢູ່ເຈມາກ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ແລະ ເວລາ 11:00-12:00 ໂມງ ໄປຊື້ເຄື່ອງຢູ່ຕະຫລາດຂົວດິນ
– ວັນທີ 18-20/06/2021 ໄປຫາຄອບຄົວ (ສາມີ) ຢູ່ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ
– ເວລາ 10:00-10:15 ໂມງຂອງວັນທີ 26/06/2021ໄປຊື້ກະເຟຮ້ານເບຊິກ