ຫົວໜ້າພະແນກຖວທແຂວງຄຳມ່ວນ ລົງຊຸກຍູ້ສົ່ງເສີມການທ່ອງທ່ຽວຢູ່ເມືອງບົວລະພາ

402

ໃນລະຫວ່າງວັນທີ 23-24 ມິຖຸນາ 2021 ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງບົວລະພາ ໂອກາດດຽວກັນກໍ່ໄດ້ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງໃນຂົງເຂດ ຖວທ ເມືອງ ເຊິ່ງກ່ອນອື່ນກໍ່ໄດ້ຮັບຟັງການລາຍງານ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈາກທ່ານ ບຸດດາ ໄຊຍະວົງ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ.

ເມືອງບົວລະພາ ມີສະຖານີວິທະຍຸ 01 ແຫ່ງ ຄື້ນຄວາມຖີ່ 102 MHz, ສາມາດອອກອາກາດກວມເອົາ 60% ຂອງເນື້ອທີ່ໃນທົ່ວເມືອງ ເຊິ່ງໄດ້ເຮັດໜ້າທີ່ໃນການ ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເວົ້າສະເພາະກໍ່ຄືການເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງບົວລະພາ ຢ່າງເປັນປົກກະຕິ, ທາງດ້ານວັດທະນະທຳ ປະຈຸບັນແມ່ນໄດ້ ປະກາດບ້ານວັດທະນະທຳໄດ້ແລ້ວ 45 ບ້ານ ກວມເອົາ 62,5% ແລະ ມີຄອບຄົວວັດທະນະທຳທັງໝົດ 4.769 ຄອບຄົວ ກວມເອົາ 85,6%.

ດ້ານວຽກງານທ່ອງທ່ຽວ ທົ່ວເມືອງມີແຫຼ່ງທ່ອງທ່ຽວທັງໝົດຈຳນວນ 40 ແຫ່ງ ໃນນັ້ນແຫຼ່ງທ່ອງທ່ຽວທາງວັດທະນະທຳ 02 ແຫ່ງ, ທາງປະຫວັດສາດ 10 ແຫ່ງ ແລະ ທຳມະຊາດ 28 ແຫ່ງ. ເຊິ່ງແຫຼ່ງທ່ອງທ່ຽວທີ່ມີຄວາມໂດດເດັ່ນແມ່ນ ຖ້ຳນ້ຳຫຼອດ ເຊບັ້ງໄຟ. ໃນໄລຍະ 06 ເດືອນຜ່ານມາ ມີນັກທ່ອງທ່ຽວເຂົ້າທ່ຽວຊົມຈຳນວນ 1.423 ຄົນ. ໃນນັ້ນນັກທ່ອງທ່ຽວພາຍໃນ 1.338 ຄົນ ແລະ ຕ່າງປະເທດ 85 ຄົນ.


ໂອກາດດຽວກັນ ທ່ານ ໄຊສົມບູນ ສຸວັນດາລາ ກໍ່ໄດ້ມີຄຳເຫັນໂອ້ລົມ ໂດຍມອບໃຫ້ຄະນະຫ້ອງການ ແລະ ພະນັກງານວິຊາການໃນຂົງເຂດ ຖວທ ເມືອງ ສືບຕໍ່ເອົາໃຈໃສ່ວຽກງານການໂຄສະນາ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ການເຄື່ອນໄຫວຂອງການນຳຂັ້ນເມືອງ, ການໂຄສະນາກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຖືເອົາວຽກງານການຜະລິດ, ຄອບຄົວຕົວແບບ, ວຽກດີຄົນເດັ່ນມາໂຄສະນາໃຫ້ຫຼາຍຂຶ້ນ ແລະ ປຸກລະດົມຊຸກຍູ້ພາກສ່ວນຕ່າງໆເຂົ້າຮ່ວມໃນການຈັດລາຍການສະຖານີວິທະຍຸ ເພື່ອໃຫ້ມີຫລາກຫຼາຍຮຸບແບບ, ຫລາຍສີສັນ, ສືບຕໍ່ລົງປະເມີນບ້ານບັນດາບ້ານວັດທະນະທຳທີ່ໄດ້ປະກາດໄປແລ້ວ ພ້ອມທັງຊຸກຍູ້.

ສົ່ງເສີມຈຳນວນບ້ານທີ່ຍັງເຫຼືອໃຫ້ໄດ້ຮັບການຢັ້ງຢືນເປັນບ້ານວັດທະນະທຳຕາມມາດຖານ ແລະ ເງື່ອນໄຂ, ສືບຕໍ່ຊຸກຍູ້, ສົ່ງເສີມຮີດຄອງປະເພນີ, ສີລະປະວັດທະນະທຳ ຕິດພັນກັບການທ່ອງທ່ຽວ ເພື່ອອະນຸລັກຮັກສາ ໃຫ້ຢູ່ຄູ່ກັບທ້ອງຖິ່ນຕະຫຼອດໄປ, ສືບຕໍ່ເກັບກຳ ແລະ ຂຶ້ນບັນຊີສະຖານທີ່ທ່ອງທ່ຽວ ພ້ອມທັງຂຶ້ນແຜນກຳນົດສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນ ເພື່ອສ້າງເປັນຍຸດທະສາດພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວ ທີ່ສາມາດດຶງດູດນັກທ່ອງທ່ຽວໄດ້ຫຼາຍຂຶ້ນ, ສືບຕໍ່ຄຸ້ມຄອງບັນດາຮ້ານບັນເທີງ, ຄາຣາໂອເກະໂດຍສົມທົບກັນເຈົ້າໜ້າທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ເພື່ອບໍ່ໃຫ້ມີການລັກເຄື່ອນໄຫວໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສືບຕໍ່ຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດການທ່ອງທ່ຽວ ໃຫ້ມີການປັບປຸງທາງດ້ານສະຖານທີ່ທ່ອງທ່ຽວ, ສ້າງກິດຈະກໍາທີ່ມີຄວາມຫຼາກຫຼາຍ ແລະ ປັບປຸງທາງດ້ານຂອດການບໍລິການໃຫ້ດີຂຶ້ນ ເພື່ອສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ.

ໂອກາດດຽວກັນທ່ານຫົວໜ້າ ພະແນກ ຖວທ ແຂວງ ພ້ອມດ້ວຍການນໍາຂັ້ນເມືອງ ຍັງໄດ້ລົງຕິດຕາມ, ກວດກາ ຈຸດທີ່ຈະພັດທະນາເປັນແຫຼ່ງ ທ່ອງທ່ຽວ ແຫ່ງໃໝ່ຢູ່ພາຍໃນເມືອງບົວລະພາຕື່ມອີກ.