ກຳນົດ ເອົາ 24 ບ້ານເຂດເມືອງໄຊທານີ ເປັນຈຸດສ້າງເມືອງໃໝ່ ເມືອງທີ10 ຂອງຂອງນະຄອນຫຼວງວຽງຈັນ

796

ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງເລກທີ393/ຈນວ ລົງວັນທີ 8 ມິຖຸນາ2021 ວ່າດ້ວຍການກຳນົດຂອບເຂດຕົວເມືອງໃໝ່ ໂດຍກຳນົດເອົາ 24 ບ້ານທີ່ຂຶ້ນກັບເມືອງໄຊທານີ ປະກອບມີບ້ານ ນາໂງມເກົ່າ, ນາໂງມໃໝ່, ນາຄາຍ, ນາຄັນທຸງ, ໂພນແພງ, ຫົວຂົວ, ຫົວນາ, ນາຕານ, ຊໍາບອນ, ທົ່ງມັ່ງ, ກຸດສາມບາດ, ຫາດກ້ຽງ, ນາກຸງ, ໂພນຄໍ້, ໂພນໄຮ່ຄໍາ, ໂພນໂຮງ, ຫາດພະອິນ, ດວງບຸດດີ, ນາແຖ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈໍາປາ ແລະ ບ້ານໄຮ່ ເປັນຂອບເຂດພື້ນທີ່ີເມືອງທີ່ຈະສ້າງຕັ້ງຂຶ້ນໃໝ່ຂອງນະຄອນຫຼວງວຽງຈັນ

ຫຼ້າສຸດເວັບໄຊໜັງສືພິມວຽງຈັນໃໝ່ລາາຍງານວ່າ: ວັນທີ 26 ມິຖຸນາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການສ້າງຕັ້ງເມືອງໃໝ່ ເຊິ່ງເປັນເມືອງທີ 10 ຂອງນະຄອນຫຼວງວຽງຈັນ ຢູ່ ມສ ພວງໄຊ ບ້ານນາໂງມໃໝ່ ເມືອງໄຊທານີ ຖືກຕ້ອນຮັບຈາກທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າກອງບັນຊາການທະຫານນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກງານຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ມີຄະນະຮັບຜິດຊອບບັນດາພະແນກການ ແລະ ນາຍບ້ານທັງ 24 ບ້ານທີ່ກວມຂອບເຂດພື້ນທີ່ເມືອງໃໝ່ເຂົ້າຮ່ວມ.

ທ່ານນາງ ລໍາດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບສ້າງຕັ້ງເມືອງໃໝ່ ລາຍງານໃຫ້ຮູ້ວ່າ: ປັດຈຸບັນການສ້າງຕັ້ງເມືອງໃໝ່ໄດ້ສໍາເລັດການຖາງແລວ ແລະ ປັກຫຼັກໝາຍໄດ້ 33 ຫຼັກ ຕາມລວງຮອບຂອງດິນ ໄດ້ເກັບກໍາຕອນດິນຂອງປະຊາຊົນຢູ່ໃນຕອນດິນດັ່ງກ່າວ ມີທັງໝົດ 22 ຕອນ ໄດ້ສໍາຫຼວດຈຸດຕອນດິນ 11,28 ເຮັກຕາ ເພື່ອປຸກສ້າງຫ້ອງການປົກຄອງເມືອງໃໝ່ ເຊິ່ງເປັນດິນລັດທັງໝົດ ພ້ອມນັ້ນ ການປຸກສ້າງຫ້ອງການຢູ່ເຂດຈຸດສຸມນາໂງມ-ນາຕານສໍາເລັດແລ້ວ 95%.

ສໍາລັບຂອບເຂດການສ້າງຕັ້ງເມືອງໃໝ່ ກວມເອົາ 24 ບ້ານທີ່ຂຶ້ນກັບເມືອງໄຊທານີ ປະກອບມີບ້ານ ນາໂງມເກົ່າ, ນາໂງມໃໝ່, ນາຄາຍ, ນາຄັນທຸງ, ໂພນແພງ, ຫົວຂົວ, ຫົວນາ, ນາຕານ, ຊໍາບອນ, ທົ່ງມັ່ງ, ກຸດສາມບາດ, ຫາດກ້ຽງ, ນາກຸງ, ໂພນຄໍ້, ໂພນໄຮ່ຄໍາ, ໂພນໂຮງ, ຫາດພະອິນ, ດວງບຸດດີ, ນາແຖ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈໍາປາ ແລະ ບ້ານໄຮ່.