ເຕັມໄປດ້ວຍມົນສະເໜ່ ກາເຟຫອມ LAK 40 – Coffee & Tea ຮ້ານທີ່ໃຫ້ກິ່ນອາຍຄວາມເປັນປາກຊ່ອງ

2305

ມື້ນີ້ມາເອົາໃຈສາຍກາເຟ ທີ່ມັກດື່ມດໍ່າກັບກິ່ນອາຍ ແລະ ລົດຊາດຂອງກາເຟ ໂດຍສະເພາະຄວາມເປັນເອກະລັກແຫ່ງດິນແດນແຜ່ນດິນຄໍາ ຫາກໃຜໄດ້ໄປຈໍາປາສັກ ບໍ່ຄວນພາດທີ່ນີ້ LAK 40 – Coffee & Tea ຮ້ານກາເຟທີ່ໃຫ້ກິ່ນອາຍຂອງຄວາມເປັນປາກຊ່ອງໄດ້ດີທີ່ສຸດ.

ເມື່ອໃຜໄດ້ຢ້ຽມຢາມປາກຊ່ອງແລ້ວ ຂໍບອກບໍ່ຄວນພາດ LAK 40 – Coffee & Tea ຫຼື ຮ້ານກາເຟ ຫຼັກ 40 ນີ້ເອງ ທີ່ຖືໄດ້ວ່າເປັນອີກໜຶ່ງຮ້ານກາເຟທີ່ຮວບຮວມກາເຟຫຼາກຫຼາຍສາຍພັນ ແລະ ມີການຕົກແຕ່ງສະຖານທີ່ແບບພື້ນບ້ານທີ່ສວຍງາມ ພ້ອມໃຫ້ຄວາມຮູ້ສຶກທີ່ແຕກຕ່າງຈາກຮ້ານກາເຟຮ້ານອື່ນໆທົ່ວໄປ ໂດຍສະເພາະແມ່ນລາຍການເຄື່ອງດື່ມປະເພດກາເຟທີ່ເພິ່ນປູກເອງ ແລະ ນອກຈາກນີ້, ຍັງເປັນກາເຟສົດປອດສານພິດ ( Organic ) ອີກດ້ວຍ, ຮັບຮອງວ່າດີຕໍ່ສຸຂະພາບ ແລະ ໃຫ້ລົດຊາດຂອງຄວາມເປັນເຟໄດ້ດີຢ່າງແນ່ນອນ.

ไม่มีคำอธิบายรูปภาพ

ບັນຍາກາດພາຍໃນ: ເນື່ອງຈາກການຕົກແຕ່ງທີ່ເປັນແບບພື້ນບ້ານເຮັດໃຫ້ເຫັນແລ້ວສະບາຍຕາ ເມື່ອໄດ້ມາສໍາຜັດກໍຮູ້ສຶກໄດ້ຮັບກິ່ນອາຍຂອງຄວາມເປັນທໍາມະຊາດ; ບັນຍາກາດພາຍໃນກໍງຽບສະຫງົບດີ, ອາກາດກໍເຢັນສົດຊື່ນ ເໝາະກັບການຈິບກາເຟເບົາໆ; ຈະເປັນກາເຟຮ້ອນ ຫຼື ມັກແບບເຢັນໆກໍມີໃຫ້ໄດ້ຕາມຄວາມຕ້ອງການ ນັ່ງຈິນຕະນາການສ້າງແຮງບັນດານໃຈກ່ອນໄປເຮັດວຽກກໍດີອີກແບບໜຶ່ງ ເຊິ່ງນອກຈາກຮ້ານກາເຟແລ້ວ ເພິ່ນກໍຍັງມີ Homestay ໄວ້ໃຫ້ລູກຄ້າທ່ານໃດທີ່ສົນໃຈຢາກສຳຜັດກັບວິຖີຊີວິດຊາວສວນກາເຟນໍາອີກ.

ເພື່ອເປັນການສະໜັບສະໜູນນະໂຍບາຍ “ ລາວທ່ຽວລາວ ” ຖ້າຫາກທ່ານໃດທີ່ມີໂອກາດໄດ້ຢ້ຽມຢາມເມືອງປາກຊ່ອງ ກໍຢ່າລືມແວ່ຊີມກາເຟຕົ້ນສະບັບ ຕາມແບບປາກຊ່ອງໄດ້ທີ່ LAK 40 – Coffee & Tea ໃຊ້ເວລາໃນການເດີນທາງຈາກຕົວເມືອງນະຄອນປາກເຊພຽງປະມານ 1 ຊົ່ວໂມງເທົ່ານັ້ນ ໄລຍະທາງ 40Km ອອກຈາກປາກເຊ ຫາ ປາກຊ່ອງ ເຂົ້າສູ່ບ້ານຫຼັກ 40 ເມືອງປາກຊ່ອງຮ້ານກາເຟຈະຢູ່ຟາກດຽວກັນກັບຮ່ອມທາງເຂົ້າຕາດເຍືອງ ເຊິ່ງການເດີນທາງກໍແມ່ນສະບາຍໃກ້ຕົວເມືອງອີກ, ສະນັ້ນບໍ່ຄວນພາດທີ່ຈະໄປສໍາຜັດດ້ວຍຕົນເອງ.

อาจเป็นรูปภาพของ เครื่องดื่ม และข้อความ

ສໍາລັບທ່ານໃດທີ່ບໍ່ມັກດື່ມກາເຟ ທາງຮ້ານກໍຈະມີຊາ ແລະ ລາຍການຕ່າງໆໄວ້ຄອຍຖ້າໃຫ້ບໍລິການທຸກທ່ານທີ່ຢ້ຽມຢາມ LAK 40 – Coffee & Tea ແຫ່ງນີ້ອີກ. ພ້ອມນີ້, ຍັງມີສະຖານທີ່ຖ່າຍຮູບງາມໆກັບບັນຍາກາດຮ້ານ ຫຼື ຕົ້ນກາເຟ ເໝາະກັບການບັນທຶກພາບເກັບໄວ້ໄປອວດໝູ່ ແລະ ເພື່ອເກັບເປັນພາບ ຄວາມຊົງຈໍາດີໆຂອງຕົນເອງ ຮັບຮອງວ່າຕ້ອງໄດ້ຮັບຄວາມສົນໃຈຈາກໝູ່ເພື່ອນຢ່າງແນ່ນອນ ສະຖານທີ່ແຫ່ງນີ້ເໝາະສໍາລັບການພາຄອບຄົວ, ໝູ່ເພື່ອນ ແລະ ຄົນທີ່ທ່ານຮັກມາສໍາຜັດພ້ອມທັງຜ່ອນຄາຍ ຄວາມຕຶງຄຽດກັບບັນຍາກາດດີໆ ດ້ວຍກິ່ນຫອມຈາກກາເຟທີ່ໄດ້ຈາກທໍາມະຊາດຢ່າງແທ້ຈິງ.

อาจเป็นรูปภาพของ เครื่องดื่ม และสถานที่ในร่ม

ນອກຈາກຈະໄດ້ດື່ມດໍ່າກັບກິ່ນອາຍ ແລະ ລົດຊາດຂອງກາເຟ, ຊາຫຼາກຫຼາຍຊະນິດແລ້ວ ຍັງມີບໍລິການອາຫານວ່າງໃຫ້ທ່ານໄດ້ເລືອກຊື້ເລືອກຊີມ ບໍ່ວ່າຈະເປັນເຂົ້າໜົມ ແລະ ຂອງຫວານຫຼາກຫຼາຍຊະນິດ. ຍັງບໍ່ພໍເທົ່ານັ້ນທາງຮ້ານຂອງເພິ່ນຍັງມີຜະລິດຕະພັນເມັດກາເຟ – ຊາ ຊະນິດຕ່າງໆແບບສໍາເລັດຮູບ ເພື່ອໃຫ້ຜູ້ທີ່ໄປທ່ອງທ່ຽວໄດ້ຂອງຕ້ອນຂອງຝາກຕິດມືກັບໄປນໍາ ຖືໄດ້ວ່າໄປບ່ອນດຽວກໍຄົບກຸ້ມຄ່າເລີຍ.

ກ່ອນສະຖານະການການລະບາດຂອງພະຍາດໂຄວິດ – 19 ແລະ ການລັອກດາວຖືໄດ້ວ່າ LAK 40 – Coffee & Tea ແຫ່ງນີ້ ໄດ້ມີນັກທ່ອງທ່ຽວແວະວຽນມາບໍ່ຂາດ. ຮູ້ແນວນີ້ແລ້ວໃຜທີ່ຍັງບໍ່ໄດ້ໄປແມ່ນບໍ່ຄວນພາດເດີ ເພາະຕອນນີ້ທາງຮ້ານເພິ່ນໄດ້ກັບມາເປີດໃຫ້ບໍລິການແລ້ວ ທ່ານຈະໄດ້ສໍາຜັດກັບບັນຍາກາດແບບບ້ານໆ ກິ່ນອາຍຂອງກາເຟສົດໆປອດສານພິດທີ່ຫາຊີມໄດ້ຍາກ.

อาจเป็นรูปภาพของ สถานที่ในร่ม

ໃຜທີ່ສົນໃຈຢາກໄປສໍາຜັດດ້ວຍຕົນເອງ ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່: 020 2274 8822, ອີເມວ: lak40coffeeshop@gmail.com ແລະ ເພຈ໌ LAK 40 – Coffee & Tea ໄດ້ເລີຍ ຕື່ມເຕັມໄລຍະເວລາດີໆຂອງທ່ານດ້ວຍກາເຟຫອມ ແລະ ບັນຍາກາດດີໆແບບນີ້ໄດ້ທີ່ LAK 40 – Coffee & Tea.