2ມື້ຕິດ ສປປລາວ ບໍ່ພົບການລະບາດໂຄວິດ-19 ໃນຊຸມຊົນ, 26 ມິຖຸນາ ຕິດເຊື້ອໃໝ່ 6 ຄົນ ທັງໝົດເປັນກໍລະນີນຳເຂົ້າ

589

ວັນທີ 26 ມິຖຸນາ ສປປລາວ ມີກໍລະນິຕິດເຊື້ອໂຄວິດ-19 ຈຳນວນ 6 ຄົນ ທັງໝົດເປັນກໍລະນີນຳເຂົ້າ ເຊິ່ງເປັນເວລາ 2 ມື້ຕິດທີ່ບໍ່ມີການລະບາດໃນຊຸມຊົນ.

ທ່ານ ດຣ.ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຖະແຫຼງຂ່າວປະຈຳວັນທີ26 ມິຖຸນາ 2021ວ່າ: ໃນວັນທີ 25 ມີຖຸນາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ໂຄວິດ-19ທັງຫມົດ 1.552 ຕົວຢ່າງ, ກວດພົບຜູ້ຕິດເຊື້ອໃຫມ່ 6 ກໍລະນີ ທັງຫມົດແມ່ນຜູ້ເດີນທາງເຂົ້າມາຈາກປະເທດໃກ້ຄຽງ(ສະຫວັນນະເຂດ 3 ຄົນ ແລະ ຈໍາປາສັກ3 ຄົນ) ເຊິ່ງຖືເປັນມື້ທີ 2 ຕິດຕໍ່ກັນ ທີ່ສປປລາວ ບໍ່ພົບການຕິດເຊື້ອໃນຊຸມຊົນ.ເຮັດໃຫ້ທົ່ວປະເທດມີກໍລະນີຕິດເຊື້ອສະສົມ2.100ຄົນ, ປິ່ນປົວດີ ອອກໂຮງຫມໍ ທັງຫມົດ 1.972 ຄົນ(ໃໝ່4ຄົນ), ຍັງຕິດຕາມປິ່ນປົວທົ່ວປະເທດທັງຫມົດ 125 ຄົນ.

ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃຫມ່ 6 ຄົນ; ໃນນີ້3 ຄົນ ຢູ່ແຂວງສະຫວັນນະເຂດ ແລະ 3 ຄົນ ຢູ່ແຂວງຈໍາປາສັກ ແມ່ນແຮງງານລາວທີ່ ກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາ ຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຂອງແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ, ເມື່ອຜົນກວດເປັນຜົນບວກ ພວກກ່ຽວ ໄດ້ຖືກນໍາສົ່ງໄປປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.

ວັນທີ 25 ມີຖຸນາ 2021 ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດເດີນທາງ ເຂົ້າມາ ສປປ ລາວ ຈໍານວນ 2.565 ຄົນ ທຸກຄົນໄດ້ເກັບຕົວຢ່າງໄປກວດ ແລະ ເຂົ້າຈໍາກັດບໍລິເວນ 14 ມື້ ຈຶ່ງຈະອອກໄປ ເຄື່ອນໄຫວ ປົກກະຕິ.


ສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ 19 ຢູ່ນະຄອນຫຼວງວຽງຈັນ ມີໂຮງຫມໍສູນກາງ, ຈຸດກວດ ຢູ່ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ). ນອກຈາກຈຸດກວດຄົງທີ່ ທີ່ກ່າວມານັ້ນ ຫີມງານເຝົ້າລະວັງຍັງມີການຄົ້ນຫາກໍລະນີຜູ້ຕິດເຊື້ອໃຫມ່ແບບບຸກ (Active case finding) ໂດຍການເຄື່ອນທີ່ໄປ ເກັບຕົວຢ່າງຜູ້ສໍາຜັດໃກ້ຊິດ ແລະ ກຸ່ມສ່ຽງ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃຫມ່ ບໍ່ວ່າຈະເປັນ ບ້ານເຂດແດງ ສໍານັກງານອົງການ,ສະຖາບັນການສຶກສາ, ຕະຫຼາດສົດ, ລວມ ທັງບາງໂຮງງານ ແລະ ສະຖານທີ່ ທີ່ມີ ແຮງງານກໍາມະກອນຈໍານວນຫຼາຍ.

ຈໍານວນບ້ານເຂດແດງໃນນະຄອນຫຼວງວຽງຈັນ ຮອດມື້ນີ້ມີທັງຫມົດ 10 ບ້ານ (ໃໝ່0) ໃນ 5 ເມືອງຄື: ເມືອງຈັນທະບູລີ (2), ເມືອງສີສັດຕະນາກ(1),ໄຊເສດຖາ (1), ໄຊທານີ(2), ແລະ ສີໂຄດຕະບອງ (4) ແລະ ມື້ນີ້ ບໍ່ມີບ້ານໃຫມ່ທີ່ກໍານົດເປັນບ້ານເຂດແດງ. ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ເປັນເຂດເຫືຼອງໃນວັນທີ 25 ມິຖຸນາ 2021 ມີ 4 ບ້ານຄື:ບ້ານ ທົ່ງຕູມ ເມືອງຈັນທະບູລີ,  ບ້ານ ພະໂພ ເມືອງສີສັດຕະນາກ, ບ້ານ ຕານມີໄຊ ເມືອງ ໄຊທານີ ແລະ ບ້ານ  ຫນອງແຕ່ງ ສີໂຄດຕະບອງ.