ການລົງທຶນຂອງຕ່າງປະເທດທົ່ວໂລກຈະຂະຫຍາຍຕົວ 10-15% ໃນປີນີ້

1275

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ໄດ້ອອກບົດລາຍງານການລົງທຶນສະບັບຫຼ້າສຸດລະບຸວ່າ ຍອດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທົ່ວໂລກໃນປີ 2020 ຫຼຸດລົງເຖິງ 35% ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແນວໃດກໍດີຄາດວ່າ ຍອດການລົງທຶນໂດຍກົງຈາກຕ່າງປະເທດທົ່ວໂລກໃນປີ 2021 ນີ້ ຈະເພີ່ມຂຶ້ນ 10-15% ໂດຍໄດ້ແຮງຍູ້ຈາກການຟື້ນຕົວຂອງເສດຖະກິດໃນພູມີພາກອາຊີ.


ລາຍງານ “World Investment Report 2021” ຂອງ UNCTAD ທີ່ເປີດເຜີຍເມື່ອບໍ່ດົນມານີ້ ລະບຸວ່າ: ຍອດ FDI ທົ່ວໂລກໃນປີ 2020 ຫຼຸດລົງມາຢູທີ່ 1 ລ້ານໆໂດລາ (1 ພັນຕື້ໂດລາ) ເຊິ່ງເປັນການຫຼຸດລົງຈາກລະດັບ 1,5 ລ້ານໆໂດລາໃນປີ 2019. ທັງນີ້ມາດຕະການລັອກດາວທີ່ລັດຖະບານຫຼາຍປະເທດທົ່ວໂລກນຳໃຊ້ໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນ ໄດ້ສົ່ງຜົນໃຫ້ໂຄງການລົງທຶນຕ່າງໆທົ່ວໂລກສະລໍຕົວລົງ, ນອກຈາກນີ້ ເສດຖະກິດໂລກທົດຖອຍ ໄດ້ເຮັດໃຫ້ບັນດາບໍລິສັດຂ້າມຊາດກັບມາທົບທວນແຜນການລົງທຶນໃໝ່.


ບົດລາຍງານຂອງ UNCTAD ຍັງລະບຸວ່າ: ໂຄງການລົງທຶນສີຂຽວໃນກຸ່ມປະເທດກຳລັງພັດທະນາຫຼຸດລົງ 42% ຂະນະທີ່ການເຮັດຂໍ້ຕົກລົງທາງດ້ານການເງິນໂຄງການລະຫວ່າງປະເທດເຊິ່ງເປັນສິ່ງທີ່ຈຳເປັນດ້ານສາທາລະນຸປະໂພກຫຼຸດລົງ 14%.
ແນວໃດກໍຕາມ ເປັນທີ່ໜ້າສັງເກດວ່າ ຍອດ FDI ໃນກຸ່ມປະເທດທີ່ກຳລັງພັດທະນາໃນອາຊີຊ້ຳພັດເພີ່ມຂຶ້ນ 4% ຈຸທີ່ລະດັບ 535 ຕື້ໂດລາສະຫະລັດໃນປີ 2020 ເຊິ່ງເປັນການບົ່ງຊີ້ວ່າ ເສດຖະກິດອາຊີມີຄວາມເຂັ້ມແຂງ ເຖິງວ່າເປັນຊ່ວງເວລາທີ່ເສດຖະກິດໂລກທົດຖອຍກໍຕາມ.


ບົດລາຍງານຂອງ UNCTAD ຍັງຄາດການວ່າ ຍອດການລົງທຶນໂດຍໃນປີ 2021 ໃນອາຊີມີທ່າອ່ຽງຈະເພີ່ມຂຶ້ນທ ສູງກວ່າຄ່າສະເລ່ຍຂອງຍອດ FDI ທົ່ວໂລກ ເນື່ອງຈາກການຜະລິດໄດ້ຟື້ນຕົວກັບມາອີກຄັ້ງ ບວກກັບຈີດີພີຂອງພູມີພາກອາຊີຂະຫຍາຍຕົວຢ່າງມີຄຸນນະພາບ.