ອິນເດຍ ຢືນຢັນ ໂຄວິດ “ ເດລຕ້າ ພລັສ ” ເປັນສາຍພັນທີ່ໜ້າເປັນຫ່ວງ

453

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການອິນເດຍ ອອກຖະແຫຼງການຢືນຢັນວ່າໄດ້ກວດພົບໂຄວິດ – 19 ສາຍພັນໃໝ່ທີ່ມີຊື່ວ່າ AY.1 ຫຼື ເອີ້ນວ່າ ເດລຕ້າ ພລັສ “ Delta plus ” ໂດຍພົບຜູ້ຕິດເຊື້ອສາຍພັນດັ່ງກ່າວແລ້ວ 22 ຄົນ ໂດຍກະຊວງສາທາລະນະສຸກອິນເດຍ ໄດ້ຈັດສາຍພັນດັ່ງກ່າວເປັນສາຍພັນທີ່ໜ້າເປັນຫ່ວງ.

ລາຍງານລະບຸວ່າ: ຈາກການສືບຫາຂໍ້ມູນຫຼ້າສຸດຂອງນັກວິທະຍາສາດຂອງສະມາຄົມພັນທຸສາດ Sars-CoV-2 ແຫ່ງອິນເດຍ ( INSACOG ) ພົບວ່າ: ສາຍພັນເດລຕ້າ ພລັສ ມີການລະບາດທີ່ຮຸນແຮງຂຶ້ນ ພ້ອມທັງແນະນຳໃຫ້ແຂວງມະຫາຣາຊຕຣະ, ເກຣລະ ແລະ ມັດທະຍະປຣະເທດ ເຊິ່ງເປັນພື້ນທີ່ກວດພົບຜູ້ຕິດເຊື້ອສາຍພັນດັ່ງກ່າວ ເພີ່ມທະວີກວດສອບຜູ້ຕິດເຊື້ອເພີ່ມຂຶ້ນ.

ສາຍພັນເດລຕ້າ ພລັສ ເປັນການກາຍພັນມາຈາກສາຍພັນເດລຕ້າ ຫຼື ສາຍພັນ B.1617.2 ທີ່ກວດພົບຄັ້ງທຳອິດໃນອິນເດຍ ແລະ ເປັນທີ່ເຊື່ອກັນວ່າ ເປັນສາເຫດເຮັດໃຫ້ເກີດການລະບາດຮອບ 2 ໃນອິນເດຍນັບແຕ່ເດືອນກຸມພາຜ່ານມາ ໂດຍຜູ້ຊ່ຽວຊານເຕືອນວ່າສາຍພັນເດລຕ້າ ພລັສ ອາດເຮັດໃຫ້ເກີດການລະບາດຮອບ 3 ໄດ້.