ທະນາຄານໂລກ ປັບຫຼຸດຄາດການເສດຖະກິດມາເລເຊຍລົງ

443

ໃນວັນທີ 23 ມິຖຸນາ 2021 ທະນາຄານໂລກໄດ້ເປີດເຜີຍບົດລາຍງານຄາດການເສດຖະກິດຂອງມາເລເຊຍ ໂດຍຄາດວ່າຈະຂະຫຍາຍຕົວ ປະມານ 4,5% ໃນປີ 2021 ຈາກທີ່ເຄີຍຄາດການກ່ອນໜ້ານີ້ວ່າຈະຂະຫຍາຍຕົວ 6% ໂດຍຄາດວ່າການແຜ່ລະບາດຂອງພະຍາດໂຄວິດ – 19 ຢູ່ມາເລເຊຍໃນຂະນະນີ້ ຍັງບໍ່ມີວີ່ແວວວ່າຈະຜ່ອນຄາຍລົງ ລວມທັງມາດຕະການຈຳກັດການເດີນທາງຈະສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດມາເລເຊຍ.

ບົດລາຍງານລະບຸວ່າ: ການປັບຫຼຸດຄາດການເສດຖະກິດຂອງມາເລເຊຍລົງຄັ້ງນີ້ ເປັນຜົນມາຈາກການຄວບຄຸມການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຈຳກັດການເດີນທາງ, ລວມທັງການສັກວັກແຊັງທີ່ຫຼ້າຊ້າ ສົ່ງຜົນຕໍ່ກິດຈະກຳທາງເສດຖະກິດ.

ນອກຈາກນີ້, ພຶດຕິກຳຂອງຊາວມາເລເຊຍທີ່ເພີ່ມຄວາມລະມັດລະວັງ, ຂະນະທີ່ຄ່າແຮງງານກໍມີທ່າອ່ຽງປັບຫຼຸດລົງ ປັດໄຈເຫຼົ່ານີ້ລ້ວນແຕ່ສົ່ງຜົນກະທົບຕໍ່ການໃຊ້ຈ່າຍຂອງພາກຄົວເຮືອນ. ແນວໃດກໍຕາມ, ເສດຖະກິດມາເລເຊຍ ຍັງໄດ້ແຮງຍູ້ຈາກການສົ່ງອອກ ເນື່ອງຈາກຕະຫຼາດໂລກມີ ຄວາມຕ້ອງການເພີ່ມຂຶ້ນ ໂດຍຄາດວ່າ ການສົ່ງອອກຂອງມາເລເຊຍຈະຂະຫຍາຍຕົວປະມານ 13,1% ໃນປີ 2021 ເມື່ອທຽບກັບປີຜ່ານມາທີ່ຫົດຕົວ 8,9%.