ແກ່ນຕາເວັນສາມາດເຮັດງ່າຍໆຂາຍໄດ້ພາຍໃນ 7 ວັນ

766

ຕົ້ນດອກຕາເວັນທີ່ກໍາລັງງອກ ສາມາດນໍາມາເຮັດອາຫານໄດ້ຫຼາຍຢ່າງ ແລະ ຍັງສາມາດຮັບປະທານສົດໆໄດ້ນໍາອີກ, ດັ່ງນັ້ນຄໍລຳກະສິກຳມື້ນີ້ຜູ້ຂຽນໄດ້ຮຽບຮຽງເອົາຂັ້ນຕອນການກ້າຕົ້ນຕາເວັນມາຝາກ ເພື່ອໃຫ້ຜູ້ທີ່ຍັງບໍ່ເຄີຍປູກສາມາດໄປທົດລອງດ້ວຍຕົນເອງຕາມຕ້ອງການ.

ສິ່ງຈໍາເປັນ 3 ຢ່າງຕ້ອງມີ:

1. ແກ່ນດອກຕາເວັນ

2. ດິນທີ່ເປັນຝຸ່ນ

3. ພາຊະນະທີ່ເປັນຖາດ ຫຼື ກະຕ່າ

อาจเป็นรูปภาพของ ต้นกล้า

ຫຼັງຈາກໄດ້ຄົບ 3 ຢ່າງນີ້ແລ້ວ ກໍສາມາດເລີ່ມລົງມືໄດ້ທັນທີ ໂດຍມີວິທີ ແລະ ຂັ້ນຕອນພື້ນຖານດັ່ງນີ້:

1. ເມື່ອໄດ້ແກ່ນດອກຕາເວັນແລ້ວແມ່ນໃຫ້ເອົາໄປຕາກແດດ 1 ມື້, ຈາກນັ້ນກໍເອົາເມັດ ຫຼື ແກ່ນແຊ່ນ້ຳໄວ້ປະມານ 4 – 6 ຊົ່ວໂມງ ໃນລະຫວ່າງທີ່ແຊ່ນ້ຳຢູ່ນັ້ນຈະມີຟອງອາກາດ ເຊິ່ງເກີດຈາກນ້ຳເຂົ້າໄປໃນເມັດນັ້ນເອງ, ຫຼັງຈາກນັ້ນກໍເທນ້ຳອອກ.

2. ນຳເມັດທີ່ແຊ່ນໍ້າແລ້ວນັ້ນໄປບົ່ມໃນຜ້າຂົນໜູ ປະມານ 20 ຊົ່ວໂມງ ຫຼື 1 ຄືນ ແລະ ທຸກ ໆ 5 ຊົ່ວໂມງ ໃຫ້ຄົນລະບາຍອາກາດ.

ເມື່ອຮາກງອກອອກປະມານ 2 – 3 ມິນລີແມັດ ແມ່ນສາມາດນໍາເອົາໄປປູກໄດ້ ( ບໍ່ຄວນປ່ອຍໃຫ້ຍາວເກີນໄປ ).

3. ໂຮຍເມັດທີ່ງອກອອກລົງດິນເບົາໆໃນອັດຕາສ່ວນຂະໜາດຖາດ 30×60 ຊັງຕີແມັດ ແກ່ນດອກຕາເວັນທີ່ປະມານ 1,5 ຂີດ.

4. ໂຮຍດິນປົກບາງໆ ແລະ ຫົດນ້ຳພໍດີຊຸ່ມ, ດິນທີ່ນໍາມາໂຮຍຄວນປະສົມກັບຝຸ່ນໝາກພ້າວກ່ອນ ແລະ ຄວນໃຊ້ດິນທີ່ມຸ່ນລະອຽດເທົ່ານັ້ນ.

ไม่มีคำอธิบายรูปภาพ

5. ນຳຖາດແຕ່ລະຖາດມາຊ້ອນກັນປະໄວ້ປະມານ 1 ຄືນ, ຫຼັງຈາກນັ້ນໃຫ້ນຳຖາດອອກມາຫົດນ້ຳຕາມປົກກະຕິ ທີ່ສໍາຄັນຖາດທີ່ຊື້ມາຄວນເປັນຖາດແບບດຽວກັນ ເພື່ອສະດວກຕໍ່ການຊ້ອນໃສ່ກັນ.

6. ແຍກຖາດອອກໄວ້ໃນຮົ່ມ ຫົດນ້ຳມື້ລະ 2 ຄັ້ງ ( ເຊົ້າ – ແລງ ) ຫຼັງຈາກແຍກຖາດ ຄວນວາງໃກ້ແສງແດດຍາມເຊົ້າ ເພື່ອໃຫ້ຕົ້ນຢືດຫາແສງ ຈະເຮັດໃຫ້ໄດ້ຕົ້ນຍາວອອກ.

7. ເຂົ້າສູ່ວັນທີ 3 ສືບຕໍ່ຫົດນ້ຳມື້ລະ 2 ຄັ້ງ ເຊົ້າ – ແລງເປັນປົກກະຕິ.

8. ເຂົ້າສູ່ວັນທີ 4 ຫົດນ້ຳຄ່ອຍໆ ເພື່ອໃຫ້ດິນຫຼຸດຈາກໃບອ່ອນ ແລະ ສາມາດເລີ່ມເກັບເມັດທີ່ຕິດໃບອອກໄດ້ ພ້ອມຫົດນ້ຳເຊົ້າ – ແລງຕໍ່ໄປ.

9. ເຂົ້າສູ່ວັນທີ 5 ຫົດນ້ຳປົກກະຕິເຊົ້າ – ແລງໃນປະລິມານເໝາະສົມ, ກ່ອນມື້ຕັດ 1 – 2 ວັນ ຈຶ່ງໃຫ້ຖືກແສງແດດ ເພື່ອໃຫ້ຕົ້ນຍາວອອກ ແລະ ຂຽວງາມ.

อาจเป็นรูปภาพของ สถานที่ในร่ม

10. ເຂົ້າສູ່ວັນທີ 6 – 7 ໃຫ້ຫົດນ້ຳເຊົ້າ – ແລງປົກກະຕິ ແລະ ນຳອອກມາຮັບແສງແດດໃນມື້ທີ່ຈະຕັດ ສາມາດຕັດໄດ້ໃນວັນທີ 6 – 7 ຫຼື ຫຼາຍກວ່າກໍໄດ້ ແລ້ວແຕ່ຄວາມຍາວຂອງຕົ້ນ.

ການຕັດ: ໃຊ້ມືກໍາຫຼາຍໆຕົ້ນພ້ອມກັນເປັນແລ້ວໃຊ້ມີດຕັດ ຫຼື ຄັດເຕີຄົມໆຕັດທີ່ກົກ ສາເຫດທີ່ຕ້ອງໃຊ້ມີດຄົມ ກໍເພື່ອປ້ອງກັນບໍ່ໃຫ້ຕົ້ນຊ້ຳ, ຫຼັງຈາກນັ້ນກໍນຳໄປລ້າງນ້ຳໃຫ້ສະອາດ ຈາກນັ້ນແພ່ປະໄວ້ໃຫ້ແຫ້ງຈຶ່ງນໍາໄປບໍລິໂພກ ຫຼື ຈະຫໍ່ດ້ວຍຖົງໄວ້ຕູ້ເຢັນ ໂດຍມັດປາກຖົງໃຫ້ແໜ້ນແບບບໍ່ຕ້ອງເຈາະຮູ ສາມາດເກັບໄວ້ໄດ້ເຖິງ 5 – 7 ວັນ.

APB