ໄພພິບັດ 13-14 ມິຖຸນາ ຜ່ານມາ ບໍ່ແກ້ວ ເສຍຫາຍ 1,6 ຕື້ກວ່າກີບ

398
ກອງປະຊຸມລົບບົບ ທາງໄກຂອງຄະນະຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງບໍ່ແກ້ວ ບັນດາເມືອງ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2021ນີ້ ໂດຍການເປັນ ປະທານຂອງທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມ ,ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ. ມີເຈົ້າເມືອງ,ຮອງເຈົ້າເມືອງ 5 ເມືອງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.ບັນດາເມືອງພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳຕຸ້ຍ ແກ້ວມະນີກອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍ່ແກ້ວ ລາຍງານຕໍ່ກອງປະຊຸມວ່າ: ລະຫ່າງວັນທີ 13-14ຜ່ານມານີ້ໄດ້ມີຝົນຕົກເປັນເວລາຫຼາຍຊົວໂມງຕິດຕໍ່ກັນ ຢູ່ແຂວງບໍ່ແກ້ວ ເຮັດໃຫ້ເກີດນ້ຳໄຫຼຊູດິນເຊາະເຈື່ອນ, ນ້ຳຖ້ວມເຮືອນຂອງປະຊາຊົນ, ຖ້ວມເນື້ອທີ່ທຳການຜະລິດ, ເສັ້ນທາງຈຳນວນໜຶ່ງເປ່ເພເສຍຫາຍ, ເສົາໄຟຟ້າຫັກ, ອາຄານໂຮງຮຽນ ຖືກຜົນກະທົບ ຢູ່ 03 ເມືອງ ທີ່ໄດ້ຮັບຜົນກະທົບຄື: ເມືອງຫ້ວຍຊາຍ, ເມືອງປາກທາ ແລະ ເມືອງຜາອຸດົມ ໃນນັ້ນເມືອງຜາອຸດົມ ໄດ້ຮັບຜົນກະທົບຫຼາຍກ່ວາໝູ່.ຜ່ານການເກັບກຳຂໍ້ມູນຜົນເສຍຫາຍເບື້ອງຕົ້ນ ລວມ ມີ 03 ເມືອງ, ມີ 27 ບ້ານ , ລວມ 361 ຄອບຄົວ, ລວມມູນຄ່າຄວາມເສຍຫາຍທັງໝົດ 1.631,920,000 ກີບ, ລະອຽດມີດັ່ງນີ້:ເຮືອນປະຊາຊົນເປ່ເພເສຍຫາຍ ຈໍານວນ 13 ຫຼັງຄາເຮືອນ, ໃນນັ້ນມີເຮືອນປະຊາຊົນນ້ຳຖ້ວມໄຫຼສູເສຍຫາຍ 100% ຈຳນວນ 06 ຫຼັງຄາເຮືອນ. ມີຄົນເສຍຊີວິດຈາກເຫດການໄພພິບັດນ້ຳຖ້ວມໄຫຼຊຸ ຢູ່ເມືອງປາທາ ຈຳນວນ 01 ຄົນ. ໂຮງຮຽນໄດ້ຮັບຜົນກະທົບ ຈໍານວນ 02 ແຫ່ງຄື: ໂຮງຮຽນມັດທະຍົມຕອນຕົ້ນທ່າຟ້າ ແລະໂຮງຮຽນມັດທະຍົມຕອນຕົ້ນກອນຊອດ, ຫໍພັກຄູ-ອາຈານເປ່ເພ ເສຍຫາຍ 2 ຫຼັງ, ຫໍພັກນັກຮຽນເປ່ເພເສຍຫາຍ 10 ຫຼັງ, ກຳແພງອ້ອມໂຮງຮຽນລົ້ມ ຍາວປະມານ 47 ແມັດ ແລະ ອຸປະກອນການຮຽນ-ການສອນ ເສຍຫາຍຈຳນວນໜື່ງ ລວມມູນຄ່າເສຍຫາຍທັງໝົດ: 63.500,000 ກີບ .
ເຂົ້າກ້າທີ່ໄດ້ຮັບຜົນກະທົບ ເສຍຫາຍທັງໝົດ 10.28 ໂຕນ ໃນຈຳນວນ 10 ບ້ານ 58 ຄອບຄົວ, ຊົນລະປະທານເສຍຫາຍ 05 ແຫ່ງ, ເນື້ອທີ່ນາ ຖືກເຊາະເຈື່ອນ ຈຳນວນ 5,8 ເຮັກຕາ, ໃນ 2ບ້ານ 9 ຄອບຄົວ, ເນື້ອທີ່ໄຮ່ຖືກເຊາະເຈື່ອນ 1,8 ເຮັກຕາ, ງົວ 3 ໂຕ, ໝູຕາຍ 14 ໂຕ, ສັດປີກສູນຫາຍ 218 ໂຕ ແລະ ໜອງປາເສຍຫາຍ 14 ໜອງ ລວມມູນຄ່າເສຍຫາຍທັງໝົດ: 247,500,000ກີບ.ເສັ້ນທາງຄົມມະນາຄົມ ຖືກຕັດຂາດບໍ່ສາມາດສັນຈອນໄປມາໄດ້ 17 ຈຸດ ແລະ ມີຫີນຖົ່ມໜ້າ ທາງ 4 ຈຸດ ລວມມູນຄ່າເສຍຫາຍທັງໝົດ: 1,320,950,000 ກີບ.ກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນລາຍງານເພິ້ມເຕີມເພືອສະເໜີ ຊອກວິທີ່ທາງເພືອຊ່ວຍເຫຼືອ.
ພິທີປະທານກອງປະຊຸມໄດ້ມີຄຳເຫັນຊີ້ນຳໃຫ້ເອົາໃຈໃສ່ສຶກສາອົບຮົມ ແລະ ນຳພາແນວຄິດ ເພື່ອສ້າງສະຕິຕື່ນຕົວ, ຄວາມເປັນເຈົ້າການໃນການແກ້ໄຂ ແລະ ຟື້ນຟູຜົນກະທົບຈາກໄພພິບັດໃນຄັ້ງນີ້ໃຫ້ກັບສູ່ສະພາບປົກກະຕິໂດຍໄວ.ຮີບຮ້ອນສົມກັບພາກສ່ວນທີ່ກ່ຽວຂ້ອງ ປູກສ້າງທີ່ຢູ່ອາໄສ ໃຫ້ປະຊາຊົນພາກສ່ວນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳໄຫຼສູ່ເຮືອນ.ທຸກພາກສ່ວນ ໂດຍສະເພາະຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ-ຂັ້ນເມືອງ ປູກລະດົມປະຊາຊົນທີ່ຖືກຜົນກະທົບຄັ້ງນີ້ ປັບປຸງຊີວິດການເປັນຢູ່ໃຫ້ເຂົ້າສູ່ສະພາບປົກກະຕິ ແລະຂະແໜງການກ່ຽວຂ້ອງຈົ່ງໃຫ້ການຕິດຕາມຊຸກຍູ້ຕາມໜ້າວຽກຂອງຕົນເອງ ຕາມພາລະບົດບາດຄວາມຮັບຜິດຊອບທີ່ການຈັດຕັ້ງມອບໝາຍ.ສົມທົບກັບອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ສ້ອມແປງຄືນອາຄານຮຽນ ແລະ ທຳຄວາມສະອາດ ເພື່ອໃຫ້ກັບສູ່ສະພາບປົກກະຕິ ແລະ ສາມາດເປີດການຮຽນການສອນໂດຍໄວ.