ຄະນະສະເພາະກິດ ໂຄວິດ-19 ເມືອງປາກທາ ໄດ້ຮັບເຄື່ອງຊ່ວຍເຫຼືອ ຈາກອົງການແພລນສາກົນ ປະຈຳລາວ ສປປ ລາວ

393

ວັນທີ 24 ມິຖຸນານີ້ ຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງປາກທາ ນໍາໂດຍ ທ່ານ ນາງ ຈັນສຸກ ວັນນະວົງ ຮອງເຈົ້າເມືອງປາກທາ ຫົວໜ້າຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງປາກທາ ພ້ອມດ້ວຍຄະນະ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກອົງການແພລນສາກົນ ປະຈຳລາວ ສປປ ລາວ ພິທີໄດ້ຈັດຂຶ້ນທີ່ອົງການແພລນສາກົນປະຈຳແຂວງບໍ່ແກ້ວ ກ່າວມອບ ໂດຍແມ່ນທ່ານ ນາງ ສຸນິສາ ອຸ່ນອາລົມ ຫົວໜ້າອົງການແພລນສາກົນ ປະຈຳແຂວງບໍ່ແກ້ວ ພ້ອມທັງເປັນຫົວໜ້າໂຄງການສ້າງຄວາມເຂັ້ມແຂງໃຫ້ເດັກຍິງ ແລະ ໄວໜຸ່ມ ໂດຍຊ່ອງໜ້າກັບຄະນະນຳຂອງອົງການແພລນ ແລະ ຄະນະສະເພາກິດຂອງເມືອງ.


ອຸປະກອນທີ່ຮັບມາຄັ້ງນີ້ສ່ວນໜຶ່ງແມ່ນນຳໄຊ້ເຂົ້ໃນສູນກັກກັ່ນ ເພື່ອເຮັດໃຫ້ແຮງງານທີ່ກັບມາຈກຕາງແຂວງ, ຕາງເມືອງ ແລະ ຕາງປະເທດໄດ້ເຂົ້າມາກັກກັ່ນຢູ່ສູນກັກກັ່ນປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງປາກທາ ໄດ້ມີເຄື່ອງໄຊ້ຄົວເຮືອນ ຮັບໄຊ້ເຂົ້າໃນເວລາກັກກັ່ນຢູ່ສູນໄດ້ຢ່າງສະດວກສະບາຍ ແລະ ເປັນການຮັກສາໄລຍະຫ່າງຂອງການແຜ່ເຊື້ອ ເຄື່ອງທີ່ໄດ້ຮັບຄັ້ງນີ້ ປະກອບມີ: ອຸປະກອນສຸຄະອະນາໄມ, ຊຸດເຄື່ອງນອນ, ເຄື່ອງຄົວເຮືອນເປັນຕົ້ນ: ເຈວລ້າງມື 50 ກ໋ອງ, ຜ້າປິດປາກ-ດັງ 50 ກັບ, ໜ້າກາກແຜ່ນໃສ 100 ຊຸດ, ຜ້າຫົມໂຕໂຕ້ 60 ຜືນ, ມຸ້ງນອນ 60 ດາງ, ໝອນໝູນ 60 ໜ່ວຍ, ສະບູ 65 ແພັກ, ແຟບຖົງໃຫ່ຍ 60 ຖົງ, ນ້ຳດືມຫົວເສືອ 30 ແກັດ, ກະເຟດາວ 35 ຖົງ, ໂອວັນຕິນ 35 ຖົງ, ໝີໄວໆ 30 ແກັດ, ປ໋ອງປາ 30 ແພັກ, ໄຂໄກ່ 20 ແຕະ, ເຈ້ຍກະດາດທິດຊູ້ 15 ຖົງ, ເຈ້ຍຂະໜາດA4 5 ແກັດ, ນໍ້ຳມຶກປິນເຕີ 8 ປ໋ອງ, ບິກຂຽນ 5 ກັບ, ຊອງເຫຼືອງຂະໜາດA4 10 ຕັບ, ແຟ້ມຢາງໃສ່ເອກະສານຂະໜາດ A4 5 ຕັບ, ປື້ມບັນທຶກ 40 ຫົວ, ຜ້າເຊື່ອພັບ 60 ຜືນ, ຜ້າປູນອນ 60 ຜືນ, ໝໍ້ໜຶ້ງເຂົ້າ 35 ໜ່ວຍ, ໝໍ້ແກງ 35 ໜ່ວຍ, ໝໍ້ຂາງ 35 ໜ່ວຍ, ຈານດູກ 80 ໃບ, ຖ້ວຍດູກ 80 ໃບ, ບ່ວງ 25 ກັບ, ຈອງຕັກແກງ 35 ກ້ານ, ຈອງແບນ 35 ກ້ານ, ຈອກແກ້ວ 100 ໜ່ວຍ, ຕິກໃສ່ນ້ຳ 40 ໜ່ວຍ, ຊ້າໃສ່ຈອກ 40 ອັນ, ແອ່ງຊາມ 40 ໜ່ວຍ, ກະຕິກໃສ່ເຂົ້າ 40 ໜ່ວຍ, ພາເຂົ້າເຫຼັກ 40 ແຜ່ນ, ຄຸຕັກນ້ຳເບີ16, 50 ໜ່ວຍ, ບວຍຕັກນ້ຳ 50 ໜ່ວຍ, ມີດ 35 ດວງ, ຂຽງໄມ້ 35 ແຜ່ນ, ເຕົາໂລ້ດັງໄຟ 35 ເຕົາ, ຫວດໜຶ້ງເຂົ້າ 35 ໜ່ວຍ, ເກືອໄອໂອດິນ 50 ຖົງ, ແປງນົວ 50 ຖົງ, ນ້ຳຕານ 50 ຖົງ ແລະ ນ້ຳປາແທ້ 50 ຕຸກ ລວມມູນຄ່າທັງໝົດ 65 ລ້ານ 900,000 ກວ່າກີບ.

ໂອກາດດັ່ງນີ້ ທ່ານ ນາງຈາກສຸກ ວັນນະວົງ ຕ່າງໜ້າໃຫ້ຄະນະນໍາຂອງເມືອງກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງອົງການແພລນສາກົນ ປະຈຳ ສປປ ລາວ ທີ່ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອມາຕະຫຼອດ ເຄື່ອງທີ່ໄດ້ຮັບຄັ້ງນີ້ ແມ່ນຈະໄດ້ນຳໄປຮັບໃຊ້ເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ ຕໍ່ກັບການຊ່ວຍເຫຼືອງຄັ້ງນີ້ ທາງຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງປາກທາ ກໍ່ເຄື່ອງທາງຄະນະນຳຂອງເມືອງແມ່ນຈະໄດ້ຈາລຶກບຸນຄຸນໄວ້ ຢູ່ພາຍໃນເມືອງຕະຫຼອດໄປ.