ອຄ ສະຫວັນນະເຂດ ກວດກາຄືນ ບັນດາປໍ້ານໍ້າມັນ ທົ່ວແຂວງເພື່ອຈະໄດ້ມີການດັດສົມຄືນໃຫມ່

1095
ເພື່ອເປັນການຫັນເຂົ້າສູ່ລະ ບຽບກົດໝາຍ, ໃຫ້ຖືກຕ້ອງຕາມ ເຕັກນິກໃນການສ້າງຕັ້ງປ້ຳນ້ຳ ມັນໃນທົ່ວແຂວງສະຫວັນນະ ເຂດ. ດັ່ງນັ້ນ ມາໃນວັນທີ 21 ມິຖຸ ນາ 2021, ທ່ານ ໄຊຍະເດດ ຜຸຍ ຍະວົງ ຮອງຫົວໜ້າພະແນກອຸດ ສາຫະກຳ-ການຄ້າແຂວງ ພ້ອມ ດ້ວຍ ທ່ານ ແກ້ວອຸດອນ ສິດທິຊົນ ຫົວໜ້າຂະແໜງການຄ້າພາຍໃນ ແລະຄະນະ ໄດ້ລົງແຈ້ງເຈດຈຳນົງ ໃນການລົງກວດກາບັນດາປ້ຳ ນ້ຳມັນທີ່ເປີດບໍລິການຢູ່ເມືອງທ່າ ປາງທອງ, ເມືອງສອງຄອນ ແລະ ເມືອງໄຊພູທອງ ໂດຍໄດ້ເຂົ້າພົບ ກັບທ່ານເຈົ້າເມືອງ, ຮອງເຈົ້າ ເມືອງທັງ 3 ເມືອງໃນເບື້ອງຕົ້ນ.
ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ລາຍງານໃຫ້ຮູ້ວ່າ: ໂດຍປະຕິ ບັດຕາມ ດຳລັດຂອງນາ ຍົກລັດຖະ ມົນຕີ ສະບັບເລກທີ 331/ນຍ, ລົງວັນທີ 27/10/2017 ວ່າດ້ວຍ ທຸລະກິດນ້ຳມັນເຊື້ອໄຟ, ດັ່ງນັ້ນ ຄະນະສະເພາະກິດ ເຊິ່ງປະກອບ ດ້ວຍ: ພະແນກອຸດສາຫະກຳ-ການຄ້າ, ພະແນກການເງິນ, ພະ ແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ພະແນກໂຍ ທາທິການ ແລະຂົນສົ່ງ ຈະໄດ້ ຮ່ວມກັນລົງສຳຫຼວດບັນດາປ້ຳ ນ້ຳມັນທັງໝົດທົ່ວແຂວງສະ ຫວັນນະເຂດ ຈຳນວນ 259 ປ້ຳ, ສຳລັບຢູ່ເມືອງທ່າງປາງທອງມີ ທັງໝົດ 24 ປ້ຳ, ເມືອງສອງຄອນ ມີ 48 ປ້ຳ ແລະເມືອງໄຊພູທອງ ມີ 15 ປ້ຳ ທັງນີ້ກໍ່ເພື່ອເປັນການດັດສົມ, ກວດກາຄືນດ້ານເຕັກນິກ, ປະ ເມີນຜົນກະທົບຕໍ່ສິ່ງແວດລ້ອມ ພ້ອມທັງໄລຍະຫ່າງໃນການສ້າງ ຕັ້ງລະຫວ່າງ ປ້ຳຕໍ່ປ້ຳ ໃຫ້ມີຄວາມ ແທດເໝາະກັບລະບຽບກົດໝາຍ ກໍ່ຄືດຳລັດສະບັບນີ້.
ຕາມການຫາ ລືກັນກັບການ ນຳເມືອງ ທັງ 3 ເມືອງກໍ່ພົບວ່າ ຍັງພົບບັນຫາຫຍຸ້ງຍາກໃນການ ດັດສົມກໍ່ຄື: ການອະນຸຍາດສ້າງ ຕັ້ງປ້ຳນ້ຳມັນໃນຜ່ານມາປະກົດ ເຫັນບັນດາປ້ຳນ້ຳມັນທີ່ມີທີ່ຕັ້ງ ໃກ້ຄຽງກັນ, ມີບາງບ່ອນມີໄລຍະ ຫ່າງກັນພຽງ 100 ແມັດ, ມີ ບາງປ້ຳຕັ້ງຢູ່ທາງໂຄ້ງ, ເຊິ່ງບັນ ຫາດັ່ງກ່າວ ກໍ່ຍ້ອນຜູ້ປະກອບການ ໄດ້ມີການສ້າງຕັ້ງກ່ອນແລ້ວ ຈຶ່ງ ໄປຂໍອະນຸຍາດດຳເນີນທຸລະກິດ, ເຮັດໃຫ້ມີຜົນກະທົບຕໍ່ການດຳ ເນີນທຸລະກິດຢ່າງນີ້ເປັນຕົ້ນ.