ຫ້ອງວ່າການແຂວງ ຈຳປາສັກ ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

520
ຫ້ອງວ່າການແຂວງຈຳປາສັກ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິ VIII ຂອງແຂວງ ຂື້ນໃນວັນທີ 24 ມິຖຸນາ 2021, ທີ່ ຫ້ອງວ່າການແຂວງຈຳປາສັກ ໂດຍການເປັນປະທານຂອງ ສະຫາຍ ສຸປານີ ສີລິບຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາແຂວງ. ມີ ສະຫາຍ ວັນນະໄຊ ຊາດຕະກຸນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ບັນດາ ສະຫາຍ ຄະນະພັກຮາກຖານ, ເລຂາ,ຮອງເລຂາໜ່ວຍພັກ ຕະຫລອດຮອດ ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຮາກຖານ ເຂົ້າຮ່ວມ.
ສະຫາຍ ວັນນະໄຊ ຊາດຕະກຸນ ໄດ້ກ່າວເປີດກອງປະຊຸມ ເນື້ອໃນບາງຕອນວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດຕາມແຜນດໍາເນີນງານ ແລະ ການປະຕິບັດ ບັນດາຄາດໝາຍສູ້ຊົນ ທີ່ພັກວາງອອກໃຫ້ສໍາເລັດຜົນເປັນກ້າວໆ, ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນເຊື່ອມຊຶມ ກຳແໜ້ນເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິ VIII ຂອງແຂວງ ໃຫ້ເລິກເຊິ່ງເຖິງຖອງ ແລະ ເຂົ້າສູ່ຊີວິດຕົວຈິງ ເພື່ອຈະນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ເກີດດອກອອກຜົນ; ເຮັດໃຫ້ແຂວງຈໍາປາສັກ ຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ.
ກອງປະຊຸມດັ່ງກ່າວ ຈະໄດ້ເຊຶ່ອຊຶມ ກຳແໜ້ນ ເນື້ອໃນເອກະສານ 2 ບົດຄື: 1 ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ. 2 ຜົນສໍາເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ. ໃນນັ້ນ ຈະໄດ້ກໍາແໜ້ນ ທິດທາງ, ໜ້າທີ່ຕົ້ນຕໍ ຂອງອົງຄະນະພັກແຂວງ ໃນ 5 ປີ ຕໍ່ໜ້າ (2021-2025), ທິດທາງວຽກງານຈຸດສຸມ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ແຕ່ໄລຍະ.