ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດຫຼັກຊັບເຄຣດິດສະວິດ ເປີດເຜີຍວ່າ: ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ເມື່ອປີ 2020 ເປັນຕົ້ນມາ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ເສດຖະກິດໂລກ ແຕ່ວິກິດເຫຼົ່ານັ້ນໄດ້ເກີດມີເສດຖີໜ້າໃໝ່ທີ່ມີຊັບສິນ 1 ລ້ານໂດລາສະຫະລັດຂຶ້ນໄປເຖິງ 5 ລ້ານກວ່າຄົນ.
ໃນຂະນະດຽວກັນ, ຜູ້ທີ່ທຸກຍາກກໍຍິ່ງລຳບາກເພີ່ມຂຶ້ນ, ຫຼາຍຮ້ອຍລ້ານຄົນຢູ່ໃນໂລກນີ້ເກືອບວ່າບໍ່ມີອັນຈະກິນ ແຕ່ກົງກັນຂ້າມໃນສະຖານະການແບບນີ້ຊ້ຳພັດມີເສດຖີໜ້າໃໝ່ເກີດຂຶ້ນເຖິງ 5,2 ລ້ານຄົນ ສົ່ງຜົນເຮັດໃຫ້ເສດຖີທີ່ມີຊັບສິນ 1 ລ້ານໂດລາສະຫະລັດຂຶ້ນໄປທົ່ວໂລກເພີ່ມເປັນ 56,1 ລ້ານຄົນ.
ໃນປີ 2020 ກວ່າ 1% ທີ່ເປັນຜູ້ໃຫຍ່ທົ່ວໂລກກາຍເປັນເສດຖີໜ້າໃໝ່ ໂດຍບໍລິສັດເຄຣດິດສະວິດ ຊີ້ວ່າ: ຄວາມເປັນຈິງນີ້ໄດ້ສະທ້ອນໃຫ້ເຫັນວ່າ ເຖິງວ່າໂລກຈະພົບກັບວິກິດ ແຕ່ກໍຍັງເປັນໂອກາດເຮັດໃຫ້ຜູ້ຄົນທຳມາຫາກິນ ແລະ ສະແຫວງຫາຄວາມຮັ່ງມີໄດ້.
ລາຍງານລະບຸວ່າ: ພາບລວມຂອງຄວາມລ້ຳລວຍທົ່ວໂລກ ເພີ່ມຂຶ້ນ 7,4% ນັບແຕ່ຕົ້ນສະຕະວັດທີ 21 ເຊິ່ງຈຳນວນຜູ້ທີ່ມີສິນຊັບແຕ່ 10.000 – 100.000 ໂດລາສະຫະລັດ ເພີ່ມຂຶ້ນຫຼາຍກວ່າ 3 ເທົ່າ ຈາກ 507 ລ້ານຄົນ ໃນປີ 2000 ເພີ່ມຂຶ້ນເປັນ 1,7 ພັນລ້ານກວ່າຄົນ ໃນປີ 2020. ການເພີ່ມຂຶ້ນຂອງຄວາມລ້ຳລວຍມີຜົນມາຈາກຄວາມເຂັ້ມແຂງຂອງບັນດາປະເທດເສດຖະກິດໃໝ່ ໂດຍສະເພາະແມ່ນຈີນ ແລະ ການເພີ່ມຂຶ້ນຂອງຄົນຊົນຊັ້ນກາງໃນປະເທດກຳລັງພັດທະນາ.