24 ມິຖຸນາ ລາວ ຕິດເຊື້ອ 4 ຄົນ ໃນນັ້ນ ນວ 3 ຄົນ ສ່ອງຈຸດສ່ຽງທີ່ຜູ້ຕິດເຊື້ອເດີນທາງໄປ

760

ໃນວັນທີ 24 ມິຖຸນາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ພ້ອມດ້ວຍທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່  ໄດ້ກ່າວວ່າ: ມາຮອດວັນທີ 23 ມິຖຸນາ 2021 ລາວເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.080 ຄົນ ແລະ ມີຕົວເລກສະສົມຜູ້ເສຍຊີວິດຈຳນວນ 3 ຄົນ, ຍັງມີຜູ້ຍັງນອນປິ່ນປົວປະຈຸບັນຈຳນວນ 115 ຄົນ, ມີສູນຈຳກັດບໍລິເວນທັງໝົດ 43 ແຫ່ງ ມີຜູ້ຈຳກັດບໍລິເວນ 4.083 ຄົນ, ພ້ອມຍັງມີຜູ້ເດີນທາງເຂົ້າລາວ 2.499 ຄົນ.  ມີຜູ້ເດີນທາງເຂົ້າລາວ 4.083 ຄົນ ແຕ່ລະຄົນແມ່ນໄດ້ຜ່ານການກວດຫາເຊື້ອ ແລະ ໄດ້ຖືກນຳສົ່ງກັກບໍລິເວນ, ມາຮອດວັນທີ 23 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.574 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 4 ຄົນ, ຈາກນະຄອນຫຼວງ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ.  ສຳລັບນະຄອນຫຼວງວຽງຈັນ 3 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ. ສ່ວນ ແຂວງສະຫວັນນະເຂດ 1 ເປັນກໍລະນີນຳເຂົ້າ. ສ່ວນເຂດ/ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ, ມີດ່ັງຕໍ່ໄປນີ້:  ເວລາ 17:50 -18:10 ໂມງ ຂອງວັນທີ 19/06/2021: ໄປຕະຫລາດໄອຊິນ, ບ້ານນາສ້າງໄພ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ທ່ານກ່າວຕື່ມວ່າ: ຮອດປະຈຸບັນນີ້ ອົງການອະນາໄມໂລກ ໄດ້ຈັດແບ່ງສາຍພັນໂຄວິດ-19 ອອກເປັນ ​2 ໝວດໃຫຍ່ ຄື: ໝວດທີ 1 ສາຍພັນທີ່ໜ້າເປັນຫ່ວງ ແລະ ໝວດທີ 2 ສາຍພັນທີ່ຄວນເຝົ້າລະວັງ ສຳລັບໝວດທີ 1 ນັ້ນ ຈະມີສາຍພັນ ອານຟ້າ (ສາຍພັນອັງກິດ ), ເບຕ້າ (ສາຍພັນອາຟຣິກາໃຕ້), ກາມມ້າ (ສາຍພັນບຣາຊິວ) ແລະ ເດວຕ້າ (ສາຍພັນອິນເດຍ) ເຊິ່ງສາຍພັນທີ່ຢູ່ໃນໝວດທີ 1 ແມ່ນສາມາດແຜ່ເຊື້ອໄດ້ໄວ ແລະ ມີຄວາມຮຸນແຮງ. ສຳລັບໝວດທີ 2 ເຊິ່ງປະກອບດ້ວຍ ແອັບຊີລອນ (ອາເມລິກາ), ເຊຕ້າ (ບຣາຊິວ), ເອຕ້າ (ພົບເຫັນໃນຫຼາຍປະເທດ), ເຕຕ້າ (ຟີລິບປິນ), ອີໂອຕ້າ (ອາເມລິກາ) ແລະ ກັບປ້າ (ອິນເດຍ) ເຊິ່ງສາມາດເຮັດໃຫ້ເກີດມີການແຜ່ເຊື້ອໃນຊຸມຊົນ ຫຼື ເກີດມີການຕິດເຊື້ອເປັນຫຼາຍຈຸ້ມ ຫຼື ພົບເຫັນໄດ້ໃນຫຼາຍປະເທດ.

ສປປ ລາວ ເຮົາ ກວດພົບເຫັນ ການນຳເຂົ້າຂອງສາຍພັນອານຟ້າ (ສາຍພັນອັງກິດ) ໃນໄລຍະປີໃໝ່ລາວ ຈຶ່ງເຮັດໃຫ້ມີການຕິດເຊື້ອເປັນຈຳນວນຫຼວງຫຼາຍ ແລະ ປະຈຸບັນ ກໍ່ຍັງໃຊ້ຄວາມພະຍາຍາມຈາກທຸກພາກສ່ວນ ເພື່ອຢຸດຕິການຕິດເຊື້ອໂດຍໄວ. ເນື່ອງຈາກວ່າ ມີລາຍງານ ການກວດພົບ ສາຍພັນເດວຕ້າ​ (ສາຍພັນອິນເດຍ), ສາຍພັນເບຕ້າ (ສາຍພັນອາຟຣິກາໃຕ້) ໃນປະເທດເພື່ອນບ້ານ ແລະ ສາຍພັນປະສົມ ອານຟ້າ, ເດວຕ້າ (ອິນເດຍ-ອັງກິດ) ຈຶ່ງມີຄວາມຈຳເປັນທີ່ ສປປ ລາວເຮົາ ຈະຕ້ອງໄດ້ເຂັ້ມງວດໃນການກວດຂັນ, ກ່ັນກອງ ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນຕ່າງໆ ໂດຍສະເພາະແມ່ນປະເທດທີ່ມີການລະບາດຂອງສາຍພັນດ່ັງກ່າວ. ພວກເຮົາ ຈະເກັບຕົວຢ່າງທັງໝົດຂອງຜູ້ທີ່ເດີນທາງເຂົ້າມາຈາກຕ່າງປະເທດ ເພື່ອໄປວິໄຈ ຊອກຫາສາຍພັນ ໃນກຸ່ມຄົນທີ່ກວດພົບເຊື້ອໂຄວິດ-19.

ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄັ້ງໃໝ່ ໂດຍການນຳເຂົ້າສາຍພັນໃໝ່ ເຂົ້າມາບ້ານເຮົາເພິ່ມເຕີມ ຈຶ່ງຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນ, ເຈົ້າໜ້າທີ່ ປກສ, ປກຊ ເຂັ້ມງວດຕໍ່ຜູ້ທີ່ເຂົ້າມາບໍ່ຖືກກົດໝາຍ. ດັ່ງນັ້ນ, ຈຶ່ງໃຫ້ເອົາໃຈໃສ່ ເພິ່ມທະວີ ການລາດຕະເວນ ເພື່ອສະກັດກັ້ນ ການນຳເອົາເຊື້ອເຂົ້າມາ ແລະ ຖ້າພົບເຫັນ ບຸກຄົນທີ່ກັບມາຈາກປະເທດເພື່ອນບ້ານ ແມ່ນໃຫ້ຮີບຮ້ອນລາຍງານໃຫ້ແກ່ອຳນາດປົກຄອງບ້ານທັນທີ ເພື່ອຈະນຳເອົາຜູ້ກ່ຽວ ເຂົ້າໄປສູນຈຳກັດບໍລິເວນ, ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ; ເຖິງວ່າ ປະຊາຊົນລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດ ພ້ອມທັງ ພະນັກງານ, ທະຫານ, ຕຳຫຼວດ ສ່ວນຫຼາຍ ແມ່ນໄດ້ຮັບການສັກວັກຊີນ ຢ່າງໜ້ອຍ 1 ເຂັມ ແລ້ວກໍ່ຕາມ ແຕ່ການຮັກສາໄລຍະຫ່າງທາງສັງຄົມ, ສວມໃສ່ຜ້າປິດ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.