ຮອບ 16 ທີມສຸດທ້າຍໃນຢູໂຣ 2020 ຕົວເຕັງຍັງຢູ່ຄົບ ປ໊ອກຕຸຍການ ພົບ ແບນຊິກ, ອັງກິດ ພົບ ເຢຍລະມັນ

512
Players of both teams react after the Euro 2020 soccer championship group F match between Germany and Hungary at the Allianz Arena in Munich, Germany,Wednesday, June 23, 2021. (Lukas Barth/Pool Photo via AP)

ມາຮອດວັນທີ 24 ມິຖຸນາ 2021 ການແຂ່ງຂັນ ຢູໂຣ 2020 ແມ່ນຈົບຮອບແບ່ງກຸ່ມເປັນທີ່ຮຽບຮ້ອຍ ຖືວ່າທີມຕົວເຕັງຍັງຢູ່ຄົບໜ້າຄົບຕາ ໂດຍສະເພາະແມ່ນ ເຢຍລະມັນ ກັບ ປ໊ອກຕຸຍການ ທີ່ຢູ່ຮ່ວມສາຍ F ຕ້ອງລຸ້ນກັນເຖິງວິນາທີສຸດທ້າຍຂອງຮອບແບ່ງກຸ່ມ ກ່ອນຈະກອດຄໍກັນເຂົ້າຮອບໄດ້ແບບຫວຸດຫວິດໄປເລີຍ.

ກຸ່ມ F ເປັນສາຍທີ່ຍາກທີ່ສຸດໃນຢູໂຣ 2020 ປະກອບມີ ປ໊ອກຕຸຍການ ແຊັມເກົ່າ, ຝຣັ່ງ ຮອງແຊັມເກົ່າ, ເຢຍລະມັນ ແລະ ຮົງກາລີ ເຊິ່ງກໍສົມກັບກຸ່ມຍາກ ເພາະຕ້ອງລຸ້ນເຖິງວິນາທີສຸດທ້າຍຂອງນັດສຸດທ້າຍ ໂດຍສະເພາະແມ່ນຄູ່ຂອງ ເຢຍລະມັນ ກັບ ຮົງກາລີ ຕ້ອງລຸ້ນໜັກເມື່ອ ຮົງກາລີ ລະເບີດຟອມເກັ່ງສູ້ຕາຍເພື່ອເຂົ້າຮອບ ແລະ ກໍໄດ້ປະຕູຂຶ້ນນໍາເຖິງ 2 ຄັ້ງແຕ່ກໍຖືກ ເຢຍລະມັນ ຕີສະເໝີໄດ້ 2 ຄັ້ງ ເຊິ່ງກວ່າຈະຕີສະເໝີໄດ້ກໍຕ້ອງໃຊ້ເວລາເຖິງ 84 ນາທີກ່ອນຈົບດ້ວຍຜົນສະເໝີ, ສ່ວນ ຝຣັ່ງ ສະເໝີ ປ໊ອກຕຸຍການ 2-2 ເຂົ້າຮອບໃນຖານະແຊັມກຸ່ມ, ແຕ່ ເຢຍລະມັນ ເຂົ້າຮອບໃນຖານະຮອງແຊັມກຸ່ມພົບງານໜັກ ເພາະຈະພົບກັບ ອັງກິດ ແຊັມກຸ່ມ D ເຊັ່ນດຽວກັບ ປ໊ອກຕຸຍການ ຈົບອັນດັບ 3 ຂອງກຸ່ມ F ໄປພົບກັບ ແບນຊິກ ແຊັມກຸ່ມ B.

ສະຫຼຸບ 16 ທີມໄດ້ເຂົ້າຮອບ ຢູໂຣ 2020 ມີດັ່ງນີ້:
-ກຸ່ມ A: ອິຕາລີ ແຊັມກຸ່ມ, ເວລ ຮອງແຊັມກຸ່ມ ແລະ ສະວິດເຊີແລນ ທີມອັນດັບ 3 ດີທີ່ສຸດ
-ກຸ່ມ B: ແບນຊິກ ແຊັມກຸ່ມ ແລະ ດານມາກ ຮອງແຊັມກຸ່ມ
-ກຸ່ມ C: ໂຮນລັງ ແຊັມກຸ່ມ, ໂອຕຣິດ ຮອງແຊັມກຸ່ມ ແລະ ອູແກຣນ ທີມອັນດັບ 3 ດີທີ່ສຸດ

-ກຸ່ມ D: ອັງກິດ ແຊັມກຸ່ມ, ໂຄຣອາຊີ ຮອງແຊັມກຸ່ມ ແລະ ສາທາລະນະລັດເຊັກ ທີມອັນດັບ 3 ດີທີ່ສຸດ
-ກຸ່ມ E: ຊູແອັດ ແຊັມກຸ່ມ ແລະ ແອັດສະປາຍ ຮອງແຊັມກຸ່ມ
-ກຸ່ມ F: ຝຣັ່ງ ແຊັມກຸ່ມ, ເຢຍລະມັນ ຮອງແຊັມກຸ່ມ ແລະ ປ໊ອກຕຸຍການ ທີມອັນດັບ 3 ດີທີ່ສຸດ

ສ່ວນຕາຕະລາງແຂງຂັນ ຢູໂຣ 2020 ຮອບ 16 ທີມສຸດທ້າຍມີດັ່ງນີ້:
+ວັນທີ 26 ມິຖຸນາ 2021:
-ເວລ ພົບ ດານມາກ ເວລາ 23:00 ໂມງ
-ອິຕາລີ ພົບ ໂອຕຣິດ ເວລາ 2:00 ໂມງ

+ວັນທີ 27 ມິຖຸນາ 2021:
-ໂຮນລັງ ພົບ ສາທາລະນະລັດເຊັກ ເວລາ 23:00 ໂມງ
-ແບນຊິກ ພົບ ປ໊ອກຕຸຍການ ເວລາ 2:00 ໂມງ

+ວັນທີ 28 ມິຖຸນາ 2021:
-ໂຄຣອາຊີ ພົບ ແອັດສະປາຍ ເວລາ 23:00 ໂມງ
-ຝຣັ່ງ ພົບ ສະວິດເຊີແລນ ເວລາ 2:00 ໂມງ

+ວັນທີ 29 ມິຖຸນາ 2021:
-ອັງກິດ ພົບ ເຢຍລະມັນ ເວລາ 23:00 ໂມງ
-ຊູແອັດ ພົບ ອູແກຣນ ເວລາ 2:00 ໂມງ