ໂຣນັລໂດ ຂຶ້ນນໍາດາວຍິງສູງສຸດໃນຢູໂຣ 2020 ພ້ອມສະຖິຕິ ແລະ ໂອກາດພາທີມປ້ອງກັນແຊັມ

459
Portugal's Cristiano Ronaldo scores his side's second goal from the penalty spot during the Euro 2020 soccer championship group F match between Portugal and France at the Puskas Arena in Budapest, Wednesday, June 23, 2021. (Franck Fife, Pool photo via AP)

ຄຣິສເຕຍໂນ ໂຣນັລໂດ ກອງໜ້າທີມຊາດປ໊ອກຕຸຍການ ຂຶ້ນນໍາດາວຍິງສູງສຸດປະຈໍາການແຂ່ງຂັນບານເຕະ ຢູໂຣ 2020 ຫຼັງຈາກທີ່ຍິງ 2 ປະຕູຈາກຈຸດໂທດຊ່ວຍໃຫ້ທີມຕີສະເໝີ ຝຣັ່ງ ຮອງແຊັມເກົ່າ 2-2 ໃນນັດສຸດທ້າຍຂອງຮອບແບ່ງກຸ່ມເມື່ອຕອນເຊົ້າວັນທີ 24 ມິຖຸນາ 2020 ຕາມເວລາໃນບ້ານເຮົາ ເຮັດໃຫ້ ປ໊ອກຕຸຍການ ເຂົ້າຮອບ 16 ທີມສຸດທ້າຍໄປພົບກັບ ແບນຊິກ ໃນວັນທີ 27 ມິຖຸນາ 2021.

ຈາກຜົນດັ່ງກ່າວ ໂຣນັລໂດ ຍັງສ້າງສະຖິຕິເປັນນັກເຕະເອີຣົບຄົນທໍາອິດໃນປະຫວັດສາດທີ່ຍິງປະຕູໃນ ຢູໂຣ ແລະ ບານໂລກ ລວມກັນເຖິງຫຼັກ 20 ປະຕູ ຫຼັງຍິງປະຕູທີ 20 ກັບ 21 ໃນຢູໂຣ 2020 ທີ່ສະເໝີກັບ ຝຣັ່ງ 2-2 ໂດຍ 20 ປະຕູດັ່ງກ່າວແບ່ງເປັນ 13 ປະຕູໃນຢູໂຣ ແລະ 7 ປະຕູໃນບານໂລກ ແຊງ ມິໂຣສລາຟ ໂຄລເຊ ຈາກເຢຍລະມັນ ທີ່ຍິງໄດ້ 19 ປະຕູໄປເປັນທີ່ຮຽບຮ້ອຍ ແລະ ອັນດັບ 3 ເປັນຂອງ ແກັດ ມຸລເລີ ຈາກເຢຍລະມັນ ຍິງໄດ້ 18 ປະຕູ.

 

ນອກນັ້ນ, ໂຣນັລໂດ ຍິງປະຕູໃຫ້ກັບທີມຊາດໄປແລ້ວ 109 ປະຕູຈາກການລົງແຂ່ງຂັນ 178 ນັດ ທຽບເທົ່າສະຖິຕິຍິງປະຕູໃຫ້ກັບທີມຊາດສູງສຸດຂອງ ອາລີ ດາອີ ຕໍານານນັກເຕະທີມຊາດອີຣານ ທີ່ຢຶດສະຖິຕິດັ່ງກ່າວມາຢ່າງຍາວນານຈາກການຍິງປະຕູໃຫ້ກັບທີມຊາດ 109 ປະຕູ.

 

ສໍາລັບ ຜູ້ນໍາດາວຍິງສູງສຸດ ຢູໂຣ 2020 ຫຼັງຈົບຮອບແບ່ງກຸ່ມມີດັ່ງນີ້:
1.ຄຣິສເຕຍໂນ ໂຣນັລໂດ ກອງໜ້າທີມຊາດປ໊ອກຕຸຍການ ຍິງໄປ 5 ປະຕູ
2.ໂຣເມຣູ ຣູກາກູ ກອງໜ້າຂອງທີມຊາດ ແບນຊິກ ຍິງໄປ 3 ປະຕູ
3.ປາທຣິກ ຊິກ ກອງໜ້າທີມຊາດສາທາລະນະລັດເຊັກ ຍິງໄປ 3 ປະຕູ

 

4.ຈໍຈິນິໂອ ໄວນັລດຸມ ກອງກາງທີມຊາດໂຮນລັງ ຍິງໄປ 3 ປະຕູ
5.ອິມິລ ຟອສເບິກ ກອງໜ້າທີມຊາດຊູແອັດ ຍິງໄປ 3 ປະຕູ
6.ໂຣເບິດ ເລວານດອຟສະກີ ກອງໜ້າຈາກໂປໂລຍ (ຕົກຮອບໄປແລ້ວ)ຍິງໄປ 3 ປະຕູ

ຂະນະທີ່ ຜູ້ທີ່ຍິງໄດ້ 2 ແລ້ວໃນຢູໂຣ 2020 ມີເຖິງ 12 ຄົນ ແລະ ຍິງໄດ້ 1 ປະຕູມີເຖິງ 42 ຄົນ, ສ່ວນຍິງເຂົ້າປະຕູຕົວເອງໃນຢູໂຣປີນີ້ຖືວ່າຫຼາຍທີ່ສຸດໃນປະຫວັດສາດຢູໂຣ ມີເຖິງ 8 ຄົນ 8 ປະຕູ.

ຮູບຈາກ: AP