ກູບາ ພັດທະນາວັກແຊັງປ້ອງກັນໂຄວິດ ມີປະສິດທິພາບສູງກວ່າ 92%

231

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານກູບາໄດ້ເປີດເຜີຍຄວາມຄືບໜ້າໃນການພັດທະນາວັກແຊັງປ້ອງກັນໂຄວິດ-19 ທີ່ຜະລິດຂຶ້ນເອງ ໂດຍມີປະສິດທິພາບສູງໃນການປ້ອງກັນໂຄວິດສູງເຖິງ 92,28%.


ລາຍງານລະບຸວ່າ: ສະຖາບັນຟິນເລ ເຊິ່ງເປັນສະຖາບັນວິໄຈແຖວໜ້າຂອງກູບາໄດ້ຮ່ວມກັບສູນພັດທະນາວິສາວະກຳ ແລະ ເຕັກໂນໂລຊີ ແຫ່ງ ຊາດກູບາໄດ້ຮ່ວມກັນເປີດຕົວວັກແຊັງທີ່ຜະລິດຂຶ້ນເອງໂດຍມີຊື່ທາງເຕັກນິກວ່າ “CIGB-66” ແລະ ມີຊື່ທາງການຄ້າວ່າ “ABDALA”, ທັງນີ້ຜົນການທົດລອງທາງຄລີນິກໄລຍະທີ 3 ກັບມະນຸດປາກົດວ່າ ວັກແຊັງດັ່ງກ່າວຕ້ອງສັກເຖິງ 3 ໂດສ ແລະ ມີປະສິດທິພາບສູງເຖິງ 92,28%, ທັງນີ້ ກູບາໄດ້ທົດລອງຊັກວັກແຊັງດັ່ງກ່າວໃຫ້ປະຊາຊົນຂອງຕົນເອງມາຕັ້ງແຕ່ເດືອນພຶດສະພາຜ່ານມາ ກ່ອນຈະເປີດຕົວຢ່າງເປັນທາງການໃນວັນທີ 22 ມິຖຸນາ2021.


ນອກຈາກນີ້ ສະຖາບັນຟິນເລ ຍັງລາຍງານຄວາມຄືບໜ້າໃນການທົດລອງປະສິດທິພາບຂອງວັກແຊັງປ້ອງກັນໂຄວິດ-19 ອີກຊະນິດໜຶ່ງຄື: “FINLAY-FR-2” ຫຼື “SOBERANA 02” ເປັນວັກແຊັງທີ່ພັດທະນາຂຶ້ນໂດຍໃຊ້ເຕັກໂນໂລຊີຄອນຈູເກດ ຜະລິດຈາກສ່ວນໜຶ່ງຂອງເຊື້ອໄວຣັສໂຄວິດ-19 ມີປະສິດທິພາບ 62% ຈາກການສັກ 2 ເຂັມ ຈາກທັງໝົດ 3 ເຂັມ.


ໃນຂະນະທີ່ ທ່ານ ມິເກລ ດີແອັສ-ກາເນລ ເລຂາທິການທີໜຶ່ງຂອງຄະນະບໍລິຫານງານສູກາງພັກກອມມູນິດກູບາ ໄດ້ອອກມາສະແດງຄວາມຊົມເຊີຍເຖິງຄວາມກ້າວໜ້າໃນການພັດທະນາວັກແຊັງທັງ 2 ຊະນິດ ຈາກທັງໝົດ 5 ຊະນິດທີ່ພັດທະນາຂຶ້ນເອງໃນຂະນະນີ້ ເຖິງແມ່ນວ່າກູບາຈະຖືກອາເມຣິກາຂວ້ຳບາດຢ່າງໜັກໜ່ວງ ແຕ່ກູບາ ເປັນໜຶ່ງໃນປະເທດທີ່ມີລະບົບການແພດ ແລະ ລະບົບສາທາລະນະສຸກທີ່ດີທີ່ສຸດຂອງໂລກ.