ການຈັດການແຂ່ງຂັນກິລາ-ກາຍຍະກໍາ ມີອົງປະກອບຫຍັງແດ່ ແລະ ປະຕິບັດແບບໃດ

837

ກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ  ໄດ້ກຳນົດການຈັດການແຂ່ງຂັນ ກິລາ-ກາຍຍະກໍາລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນໄວ້ດັ່ງນີ້
ຫມວດທີ 5 ການຈັດການແຂ່ງຂັນ ກິລາ-ກາຍຍະກໍາລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ
+ມາດຕາ 56 (ປັບປຸງ) ການຈັດການແຂ່ງຂັນ: ການຈັດການແຂ່ງຂັນກິລາ-ກາຍຍະກໍາ ລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຢູ່ ສປປ ລາວ ໃຫ້ປະຕິບັດ ດັ່ງນີ້:
1. ການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກໍາມະການ; 2. ການສ້າງກົດລະບຽບ; 3. ການກຽມສະຖານທີ່, ການຂົນສົ່ງ ແລະ ພິທີເປີດ-ປິດ; 4. ການໂຄສະນາ ແລະ ປຸກລະດົມມວນຊົນ; 5. ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ; 6. ການຂຶ້ນແຜນງົບປະມານ.

+ມາດຕາ 57 ການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກໍາມະການ
ໃນການຈັດການແຂ່ງຂັນກິລາ-ກາຍຍະກໍາແຕ່ລະຄັ້ງ ຕ້ອງມີການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກໍາ ມະການດ້ານຕ່າງໆ ເປັນຕົ້ນ ດ້ານເຕັກນິກ, ກໍາມະການຕັດສີນ, ສະຖານທີ່ແຂ່ງຂັນ, ການປ້ອງກັນຄວາມ ສະຫງົບ, ແພຸດ, ທີ່ພັກ, ອາຫານ, ການຂົນສົ່ງ. ຄະນະຮັບຜິດຊອບ ແລະ ກໍາມະການແຂ່ງຂັນກິລາ-ກາຍຍະກໍາ ດ້ານຕ່າງໆ ຕ້ອງໄດ້ກໍານົດສິດ, ຫນ້າ ທີ່, ຄວາມຮັບຜິດຊອບໃຫ້ລະອຽດ, ຄົບຖ້ວນ ແລະ ແບ່ງງານກັນຢ່າງຈະແຈ້ງ.
+ມາດຕາ 58 (ປັບປຸງ) ການສ້າງກົດລະບຽບ
ໃນການຈັດການແຂ່ງຂັນກິລາ-ກາຍຍະກໍາແຕ່ລະຄັ້ງ ຄະນະຮັບຜິດຊອບ ແລະ ກໍາມະການ ດ້ານຕ່າງໆ ຕ້ອງສ້າງກົດລະບຽບ, ກະຕິກາ ການເເຂ່ງຂັນໃຫ້ເຫມາະສົມຕາມຄວາມເປັນຈິງຂອງການແຂ່ງຂັນ ດັ່ງກ່າວ ແລະ ໃຫ້ສອດຄ່ອງກັບກົດຫມາຍ ຂອງ ສປປ ລາວ, ກົດລະບຽບ ແລະ ກະຕິກາ ຂອງລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ.

+ມາດຕາ 59 (ປັບປຸງ) ການກຽມສະຖານທີ່, ການຂົນສົ່ງ ແລະ ພິທີເປີດ-ປິດ
ເພື່ອກະກຽມໃຫ້ແກ່ການເປັນເຈົ້າພາບຈັດການແຂ່ງຂັນກີລາແຕ່ລະຄັ້ງ ຢູ່ ສປປ ລາວ ຕ້ອງ ມີສະຖານທີ່ຝຶກແອບ, ຝຶກຊ້ອມ, ສະແດງ ແລະ ແຂ່ງຂັນ ລວມທັງທີ່ພັກ, ອາຫານ, ພາຫະນະຂົນສົ່ງ, ວັດຖປະກອນກີລາ-ກາຍຍະກໍາ ທີ່ໄດ້ມາດຕະຖານສາກົນ ສໍາລັບແຕ່ລະປະເພດກີລາ-ກາຍຍະກໍາ ທີ່ທໍາການແຂ່ງ ຂັ້ນນັ້ນ ພ້ອມນີ້ກໍຕ້ອງກະກຽມພິທີເປີດ-ປິດ ຢ່າງເຫມາະສົມ.
+ມາດຕາ 60 (ປັບປຸງ) ການໂຄສະນາ ແລະ ປຸກລະດົມມວນຊົນ
ໃນການເປັນເຈົ້າພາບຈັດການແຂ່ງຂັນແຕ່ລະຄັ້ງ ຢູ່ ສປປ ລາວ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໂດຍສະເພາະ ຄະນະຮັບຜິດຊອບຈັດການແຂ່ງຂັນ ຕ້ອງເອົາໃຈໃສ່ໂຄສະນາ ແລະ ປຸກລະດົມຂົນ ຂວາຍ ໃຫ້ມວນຊົນມີຄວາມຕື່ນຕົວເຂົ້າຮ່ວມ ແລະ ເປັນເຈົ້າພາບຮ່ວມກັນ.


+ມາດຕາ 61. (ປັບປຸງ) ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ
ໃນການຈັດການແຂ່ງຂັນ ແຕ່ລະຄັ້ງ ຕ້ອງຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ທັງໃນໄລຍະກ່ອນ ແລະ ຫຼັງການແຂ່ງຂັນ. ນອກຈາກຄະນະຮັບຜິດຊອບດ້ານຄວາມສະຫງົບເປັນກໍາລັງຫຼັກແຫຼ່ງແລ້ວ ບຸກຄົນ, ນິຕິບຸກ ຄົນ ແລະ ການຈັດຕັ້ງອື່ນ ຕ້ອງມີຄວາມຮັບຜິດຊອບໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ.
+ມາດຕາ 62 (ປັບປຸງ) ການຂຶ້ນແຜນງົບປະມານ
ໃນການຈັດການແຂ່ງຂັນກີລາ-ກາຍຍະກໍາ ແຕ່ລະຄັ້ງ ຢູ່ ສປປ ລາວ ຕ້ອງກະກຽມຂຶ້ນແຜນ ງົບປະມານ ຕາມຄວາມເຫມາະສົມ ເພື່ອຮັບປະກັນວຽກງານດັ່ງກ່າວ ໃຫ້ບັນລຸຜົນສໍາເລັດ ແລະ ຕ້ອງຄຸ້ມຄອງ, ນໍາໃຊ້ງົບປະມານ ໃຫ້ຖືກຕ້ອງຕາມກົດຫມາຍ.