ຄູອາສາເມືອງປາກທາ ເສັງເຂົ້າລັດຖະກອນ ຂໍໃຫ້ໄດ້ໂຕເລກເດີ້

708

ການເຂົ້າຫ້ອງສອບເສັງ ເພື່ອຊ່ວງຊີງເອົາຕົວເລກລັດຖະກອນເປັນຄວາມຫວັງຂອງອາສາສະໝັກ ແລະສັນຍາຈ້າງທັງຫຼາຍ ຫຼັງຈາກທີ່ໄດ້ທຸ່ມເທເຮັດວຽກບໍໍເອົາເງິນເດືອນມາຫຼາຍປີ, ເຊິ່ງປີນີ້ແຂວງບໍ່ແກ້ວແມ່ນໄດ້ຮັບຕົວເລກລັດຖະກອນຄູທັງໝົດ 19 ໂກຕ້າ ໃນນັ້ນກໍ່ໄດ້ແບ່ງປັນໃຫ້ຫຼາຍເມືອງ ສະເພາະເມືອງປາກທາໄດ້ພຽງ 3 ຕົວເລກເທົ່ານັ້ນ.

ພິທີສອບເສັງບັນຈຸໂກຕາເຂົ້າເປັນລັດຖະກອນຄູໃໜ່ຂອງຂະແໜງການສຶກສາທິການ ແລະ ກິລາທົ່ວເມືອງປາກທາ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2021 ຢູ່ທີ່ສະໂມສອນຂອງເມືອງປາກທາ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຊາຍ ສີສະຫວັດ ຮອງຫົວໜ້າພະແນກສຶກ ສາທິການ ແລະ ກິລາແຂວງບໍ່ແກ້ວ, ທ່ານ ທອງວັນ ພົມມະຫານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ມີບັນດາຄະນະຮັບຜິດຊອບບັ້ນການສອບເສັງ ຕະຫຼອດຮອດຄູອາສາສະໝັກເຂົ້າຮ່ວມສອບເສັງ.

ການສອບເສັງບັນຈຸເຂົ້າເປັນລັດຖະກອນຄູໃໜ່ຂອງຂະແໜງການສຶກສາທິການ ແລະ ກິລາທົ່ວເມືອງປາກທາ ປະຈຳປີ 2021 ໃນຄັ້ງນີ້ ມີຄູອາສາສະໝັກເຂົ້າຮ່ວມສອບເສັງ ທັງໝົດ 34 ຄົນ, ຍິງ 19 ຄົນ, ໃນປີນີທົ່ວເມືອງໄດ້ຮັບໂກຕາລັດຖະກອນຄູທັງໝົດ 3 ໂຕເລກ ຕາມການແບ່ງປັນຂອງພະແນກ ສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ເຊິ່ງທາງເມືອງກໍ່ໄດ້ແບ່ງປັນຕົວເລກອອກເປັນ 3 ສາຍ ຄື: ສາຍຄູອະນຸບານ, ສາຍຄູປະຖົມ ແລະ ສາຍຄູມັດທະຍົມ ສຳລັບສາຍຄູອະນຸບານ ມີ 6 ຄົນ, ຄູປະຖົມມີ 6 ຄົນ, ຍິງ 2 ຄົນ, ຄູມັດທະຍົມ ມີ 22 ຄົນ, ຍິງ 11 ຄົນ.

ການສອບເສັງແມ່ນຈະໄດ້ສອບເສັງຮອບດຽວ ທາງດ້ານວິຊາສະເພາະວິຊາຄູທີ່ໄດ້ຮຽນມາທັງໝົດ 100 ຂໍ້, ຄວາມຮູ້ທົ່ວໄປ 10 ຂໍ້, ວິຊາຄູ 20 ຂໍ້ ແລະ ວິຊາສະເພາະ 70 ຂໍ້ ໃຊ້ເວລາ ສອບເສັງ 120 ນາທີ. ເພື່ອໃຫ້ຖືກຕ້ອງຕາມຫຼັກການຢ່າງເຄັງຄັດຜູ້ທີ່ຈະບັນຈຸເຂົ້າເປັນລັດຖະກອນໃໝ່ຕ້ອງໄດ້ຜ່ານການສອບເສັງ ມີຄວາມໂປ່ງໃສ່ ບໍລິສຸດ ຊອກໃຫ້ເຫັນຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ມີເງື່ອນໄຂຄົບຖ້ວນ.


ໂອກາດດຽວກັນນີ້ ທ່ານ ສົມຊາຍ ສີສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະກຳມະການ ແລະ ນັກສອບເສັງຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມລະບຽບຂອງການສອບເສັງຢ່າງເຂັ້ມງວດ ຈົ່ງກ່ຽມພ້ອມທາງດ້ານຄວາມຮູ້ຄວາມສາມາດວິຊາສະເພາະ ປະສົບການປະຕິບັດຕົວຈິງ ການປະຕິບັດໂມງເວລາຂອງຄະນະກຳມະການເຝົ້າຫ້ອງສອບເສັງ ແນ່ໃສ່ຮັບປະກັນໃຫ້ໄດ້ພະນັກງານລັດຖະກອນຄູໃຫ້ມີຄຸນນະພາບໃນສະເພາະໜ້າ ແລະ ຍາວນານ.


ພາບ-ຂ່າວ: ພັດສະວົງ ບູນຍະຜົນ