ມອບ-ຮັບໜ້າທີ່ ຜູ້ອຳນວຍການ ວິທະຍາໄລຄູ ສາລະວັນ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່

915

ໃນຕອນເຊົ້າວັນທີ 23 ມິຖຸນາ 2021 ວິທະຍາໄລຄູສາລະວັນ ແຂວງສາລະວັນ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ຜູ້ອຳນວຍການ ວິທະຍາໄລຄູ ສາລະວັນ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ຂຶ້ນທີ່ວິທະຍາໄລ, ໂດຍການເຂົ້າຮ່ວມຂອງທ່ານ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍບັນດາຄູອາຈານ ອ້ອມຂ້າງວິທະຍາໄລຄູສາລະວັນເຂົ້າຮ່ວມ.

ທ່ານ ຄຳເບົາ ໄຊຍະສິດ ຮອງຄະນະຈັດຕັ້ງແຂວງສາລະວັນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງເຈົ້າແຂວງສາລະວັນ ເລກທີ 378/ຈຂ,ສວ ລົງວັນທີ 26 ພຶດສະພາ 2021 ວ່າດ້ວຍການອະນຸມັດ ຕົກລົງໃຫ້ ສະຫາຍ ສຸລິດ ສຸລິວົງ ອະດີດຜູ້ອຳນວຍການ ວິທະຍາໄລຄູສາລະວັນ ພັກການປິ່ນປົວສຸຂະພາບຍາວນານ ແລະ ມະຕິຕົກລົງຂອງເຈົ້າແຂວງສາລະວັນ ເລກທີ 361//ຈຂ,ສວ ລົງວັນທີ 26 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ວັດທະນາ ໝັ້ນວິໄລ ເປັນຮັກສາການ ຜູ້ອຳນວຍການ ວິທະຍາໄລຄູສາລະວັນ ຜູ້ໃໝ່ ພ້ອມທັງແຕ່ງຕັ້ງ ທ່ານ ບຸນນະ ໄຊຍະເພັດ ແລະ ທ່ານ ອາຈານ ນາງ ສົມປອງ ແສນທະວີສຸກ ເປັນຮອງຜູ້ອຳນວຍການຜູ້ໃໝ່.


ໃນພິທີກໍ່ໄດ້ມີການ ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສຸລິດ ສຸລິວົງ ອາດີດຜູ້ອຳນວຍການ ວິທະຍາໄລຄູສາລະວັນ (ຜູ້ເກົ່າ) ກັບ ທ່ານ ວັດທະນາ ໝັ້ນວິໄລ ຜູ້ອຳນວຍການ ວິທະຍາໄລຄູສາລະວັນ (ຜູ້ໃໝ່) ຊ້ອງໜ້າໂດຍ ທ່ານ ສົມໃຈ ອຸ່ນຈິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ສາລະວັນ ພ້ອມດ້ວຍແຂກທີ່ເຂົ້າຮ່ວມເປັນສັກຂີພິຍານ.

ໃນຕອນທ້າຍ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ກໍ່ໄດ້ເນັ້ນ ຄະນະນໍາວິທະຍາໄລຄູສາລະວັນ, ເພີ່ມທະວີສຶກສາອົບຮົມດ້ານເມືອງແນວຄິດ, ຮັກສາມູນເຊຶ້ອຄວາມສາມັກຄີ, ເອົາໃຈໃສ່ປັບປຸງວຽກງານວິຊາສະເພາະ, ແບບແຜນວິທີເຮັດວຽກ, ວິທີນຳພາ ແລະສືບຕໍ່ເອົາໃຈໃສ່ວຽກງານການຈັດການຮຽນ-ການສອນໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.