ເຕືອນ ອັງກິດອາດພົບກັບໄວຣັສຊະນິດໃໝ່ໃນລະດູໜາວຈະເຖິງນີ້

251

ຄະນະນັກວິທະຍາສາດຂອງອັງກິດ ລາຍງານວ່າ: ປະຊາຊົນຊາວອັງກິດ ອາດຈະພົບກັບລະດູໜາວທີ່ໜ້າເສົ້າ ເນື່ອງຈາກມີຄວາມເປັນໄປໄດ້ທີ່ໄວຣັສທາງເດີນຫາຍໃຈຊະນິດໃໝ່ຈະເກີດລະບາດຂຶ້ນໃນໄລຍະລະດູໜາວຈະເຖິງນີ້ ແລະ ມີຄວາມເປັນໄປໄດ້ສູງທີ່ຈະໃຊ້ມາດຕະການລັອກດາວ.

ສາດສະດາຈານ ຄາລັມ ເຊັມເພີລ ທີ່ປຶກສາທາງວິທະຍາສາດ ເພື່ອສະຖານະການສຸກເສີນ ( SAGE ) ເຊິ່ງເປັນໜ່ວຍງານຂອງລັດຖະບານອັງກິດ ເປີດເຜີຍວ່າ: ເດັກນ້ອຍ ແລະ ຜູ້ອາຍຸສູງຈະເປັນກຸ່ມສ່ຽງສູງທີ່ຈະຕິດເຊື້ອໄວຣັສດັ່ງກ່າວທີ່ອາດຈະລະບາດຂຶ້ນໃນທ້າຍປີນີ້.

ສາດສະດາຈານ ເຊັມເພີລ ກ່າວອີກວ່າ: ເຊື້ອໄວຣັສດັ່ງກ່າວປຽບເໝືອນ “ ການລະບາດຮອບທີ 4 ໃນລະດູໜາວຈະເຖິງນີ້ ” ແລະ ມັກຈະມີຜົນທີ່ບໍ່ຄາດຄິດຕາມມາ ພາຍຫຼັງເກີດການລະບາດ ເຊິ່ງການເວັ້ນໄລຍະຫ່າງທາງສັງຄົມຈະຫຼຸດຜ່ອນການລະບາດຂອງເຊື້ອໄວຣັສທາງເດີນຫາຍໃຈ ເຊິ່ງຈະເຮັດໃຫ້ເກີດອາການປອດບວມ, ຫຼອດລົມອັກເສບ.

ທາງດ້ານຜູ້ອຳນວຍການສູນຮັບມືພະຍາດໂຄວິດ – 19 ເປີດເຜີຍວ່າ: ອັງກິດອາດຈະຕ້ອງລັອກດາວອີກຄັ້ງໃນໄລຍະລະດູໜາວຈະເຖິງນີ້, ຫາກໂຮງໝໍແຫ່ງຕ່າງໆໃນອັງກິດບໍ່ສາມາດຮອງຮັບກັບຜູ້ຕິດເຊື້ອໂຄວິດ – 19 ໂດຍຂະນະນີ້ ອັງກິດ ໄດ້ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ – 19 ດ້ວຍການສັກວັກແຊັງປ້ອງກັນໂຄວິດ – 19, ການໃຊ້ຢາຕ້ານໄວຣັສ ແລະ ການກວດຫາເຊື້ອ ເຊິ່ງແຕກຕ່າງຈາກການຮັບມືໃນລະດູໜາວຜ່ານມາ.