ມູດີ ຊີ້ ອາຊີຕ້ອງເລັ່ງສັກວັກແຊັງຟື້ນຟູເສດຖະກິດ ເພື່ອຮັບມືກັບການຂຶ້ນດອກເບ້ຍຂອງເຟດ

235

ທ່ານ ສະຕີຟ ໂຄເຄຣນ ຫົວໜ້ານັກເສດຖະສາດປະຈຳພາກພື້ນອາຊີ – ປາຊີຟິກຂອງບໍລິສັດມູດີ ອານາໄລຕິກ ກ່າວວ່າ: ຫຼາຍປະເທດໃນທະວີບອາຊີ ໄດ້ເລັ່ງສັກວັກແຊັງປ້ອງກັນໂຄວິດໃຫ້ປະຊາຊົນ ໂດຍສະເພາະແມ່ນ ສປ ຈີນ, ສ.ເກົາຫຼີ, ສິງກະໂປ ເພື່ອສ້າງພູມຄຸ້ມກັນໝູ່ແກ່ປະຊາຊົນ ແຕ່ຍັງມີອີກຫຼາຍປະເທດ ເປັນຕົ້ນແມ່ນ ໄທ, ອິນໂດເນເຊຍ, ຟີລິບປິນ ທີ່ຍັງບໍ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້, ໃນຂະນະທີ່ການສັກວັກແຊັງກໍຍັງຫຼ້າຊ້າ.

ທ່ານ ໂຄເຄຣນ ລະບຸວ່າ: ປະເທດໃນອາຊີຕ້ອງຄວບຄຸມການແຜ່ລະບາດໃຫ້ໄດ້ ເພື່ອຟື້ນຟູເສດຖະກິດໃຫ້ມີຄວາມພ້ອມໃນການຮັບມືກັບການປັບຂຶ້ນດອກເບ້ຍຂອງທະນາຄານກາງສະຫະລັດອາເມຣິກາ ( ເຟດ ), ທັງນີ້ ເຟດມີແຜນຈະປັບຂຶ້ນອັດຕາດອກເບ້ຍ 0,25% ຂອງທຸກໆໄຕມາດຂອງປີ 2023 ເຊິ່ງຫຼາຍກວ່າທີ່ເຟດໄດ້ລະບຸໄວ້ວ່າ ຈະປັບຂຶ້ນພຽງ 2 ຄັ້ງໃນປີ 2023.