ເຕືອນ ເຊື້ອສາຍພັນປະສົມ (ອິນເດຍ-ອັງກິດ) ກຳລັງລະບາດ ຢູ່ເພື່ອນບ້ານ ຂໍໃຫ້ເຈົ້າໜ້າທີ່ເຂັ້ມງວດຕໍ່ຜູ້ເດີນທາງເຂົ້າລາວ

733

ໃນວັນທີ 23 ມິຖຸນາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນທ່ົວໂລກ ຍັງຕ້ອງເຝົ້າລະວັງຢ່າງໃກ້ຊິດ ພາຍຫຼັງພົບຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊິວິດເພິ່ມຂຶ້ນຢ່າງຕໍ່ເນື່ອງ, ມີລາຍງານການເກີດລະບາດຮອບໃໝ່ ໃນຫຼາຍປະເທດ ໃນຍູໂຣບ ເຊິ່ງມີສາເຫດຂອງການຈໍລະຈອນຂອງສາຍພັນໃໝ່ ເຮັດໃຫ້ມີການຕິດເຊື້ອໄດ້ໄວກວ່າເກ່ົາ ແລະ ແຜ່ອອກສູ່ຊຸມຊົນໄດ້ໄວ; ສປປ ລາວ ເຮົາປະສົບກັບການນຳເຂົ້າຂອງສາຍພັນ ອານຟ້າ ໃນໄລຍະປີໃໝ່ລາວ ຈຶ່ງເຮັດໃຫ້ມີການຕິດເຊື້ອເປັນຈຳນວນຫຼວງຫຼາຍ ແລະ ປະຈຸບັນ ກໍ່ຍັງໃຊ້ຄວາມພະຍາຍາມຈາກທຸກພາກສ່ວນ ເພື່ອຢຸດຕິການຕິດເຊື້ອໂດຍໄວ. ມີການລາຍງານ ການພົບສາຍພັນເດວຕ້າ (ສາຍພັນອິນເດຍ), ສາຍພັນເບຕ້າ (ສາຍພັນອາຟຣິກາໃຕ້) ໃນປະເທດເພື່ອນບ້ານ ແລະ ສາຍພັນປະສົມ ອານຟ້າ, ເດວຕ້າ (ອິນເດຍ-ອັງກິດ) ເຊິ່ງຮຽກຮ້ອງໃຫ້ພວກເຮົາ ຈະຕ້ອງໄດ້ເຂັ້ມງວດໃນການກວດຂັນ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນຕ່າງໆ ໂດຍສະເພາະແມ່ນ ການລັກລອບເຂົ້າມາບໍ່ຖືກຕາມລະບຽບຫຼັກການ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ ທັງ ປກສ ແລະ ປກຊ ກໍ່ຄື ອຳນາດການປົກຄອງທ້ອງຖິ່ນ ຈົ່ງເອົາໃຈໃສ່ລາດຕະເວນ ເພື່ອສະກັດກັ້ນ ການນຳເອົາເຊື້ອເຂົ້າມາ ແລະ ຖ້າພົບເຫັນ ບຸກຄົນທີ່ກັບມາຈາກປະເທດເພື່ອນບ້ານ ແມ່ນໃຫ້ຮີບຮ້ອນລາຍງານໃຫ້ແກ່ອຳນາດປົກຄອງບ້ານທັນທີ ເພື່ອຈະນຳເອົາຜູ້ກ່ຽວ ເຂົ້າໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງກວດຊອກຫາເຊື້ອ.

ປະຈຸບັນນີ້ ໄດ້ມີການເປີດບໍລິການສັກວັກຊີນ ໃນຫຼາຍຈຸດຂອງນະຄອນຫຼວງ ກໍ່ຄື ບັນດາແຂວງຕ່າງໆ ຈຶ່ງຂໍເຊີນຊວນ ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ ໄປສັກວັກຊີນ ເພື່ອເຮັດໃຫ້ເມືອງ/ແຂວງ ແລະ ປະເທດຂອງພວກເຮົາ ປອດໄພ ຈາກພະຍາດໂຄວິດ-19 ໂດຍໄວ ເມື່ອອັດຕາການສັກຢາຂອງວັກຊີນທົ່ວປະເທດ ຫາສູງກວ່າ 70% ຂຶ້ນໄປ ຕາມທີ່ທາງກະຊວງສາທາລະນະສຸກໄດ້ວາງອອກ ເນື່ອງຈາກ ຄວາມສຳຄັນຂອງການສັກວັກຊີນ ແມ່ນ ສາມາດຫຼຸດຜ່ອນຄວາມຮຸນແຮງຂອງພະຍາດໄດ້ ແລະ ນຳໄປສູ່ການເກີດພູມຄຸ້ມກັນໝູ່; ເຖິງແມ່ນວ່າ ສະພາບການລະບາດຂອງພວກເຮົາ ມີທ່າອ່ຽງຫຼຸດລົງ ແຕ່ພວກເຮົາກໍ່ບໍ່ຄວນປະໝາດ ຂໍຮຽກຮ້ອງ ມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 671/ຫສນຍ, ລົງວັນທີ 19 ມີຖຸນາ 2021 ການສືບຕໍ່ປະຕິບັດມາດຕະການຜ່ອນຜັນ ຢ່າງເຂັ້ມງວດ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ; ການຮັກສາໄລຍະຫ່າງທາງສັງຄົມ, ສວມໃສ່ຜ້າປິດ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.