ນະຄອນຫຼວງວຽງຈັນ ພົບ 6 ກໍລະນີ ຕິດເຊື້ອໃໝ່ ຢູ່ໃນ 3 ເມືອງ

1701

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 23 ມິຖຸນາ 2021 ວ່າ: ວັນທີ22 ມິຖຸນາ ໄດ້ກວດວິເຄາະທັງໝົດ 1.294 ຄົນ ກວດພົບຜູ້ຕິດເຊື້ອທັງໝົດ 9 ຄົນ, ຈາກນະຄອນຫຼວງ 6 ຄົນ, ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ.

ສຳລັບນະຄອນຫຼວງວຽງຈັນ 6 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ. ສ່ວນ ແຂວງສະຫວັນນະເຂດ 1 ຄົນ ແລະ ຈຳປາສັກ 2 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.ລາຍລະອຽດ ກ່ຽວກັບ 6 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ ມີດັ່ງນີ້:

ຄົນທີ 1
-ເພດຍິງ ອາຍຸ 24 ປີ, ສັນຊາດລາວ
– ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
– ຜູ້ກ່ຽວມີໄຂ້
– ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ)


ຄົນທີ 2
-ເພດຊາຍ ອາຍຸ 24 ປີ, ສັນຊາດລາວ
-ບ້ານໂພນຕ້ອງສະຫວ່າງ ເມືອງຈັນທະບູລີ
-ຜູ້ກ່ຽວບໍ່ມີອາການຫຍັງ
– ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ


ຄົນທີ 3
-ເພດຊາຍ ອາຍຸ 25 ປີ, ສັນຊາດລາວ
– ບ້ານໂພນຕ້ອງ ເມືອງຈັນທະບູລີ
-ຜູ້ກ່ຽວບໍ່ມີອາການຫຍັງ,
-ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ


ຄົນທີ 4
-ເພດຍິງ ອາຍຸ 48 ປີ, ສັນຊາດລາວ
– ບ້ານດອນດູ່ ເມືອງຫາດຊາຍຟອງ
-ຜູ້ກ່ຽວມີອາການໄຂ້, ໄອ, ຫາຍໃຈຝືດ, ເຈັບຄໍ, ຂີ້ມູກຍ້ອຍ ແລະ ເມື່ອຍ,
-ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ


ຄົນທີ 5
-ເພດຊາຍ ອາຍຸ 4 ປີ, ສັນຊາດລາວ
-ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ
-ຜູ້ກ່ຽວບໍ່ມີອາການຫຍັງ
-ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ


ຄົນທີ 6
-ເພດຊາຍ ອາຍຸ 26 ປີ ສັນຊາດລາວ
-ບ້ານວາທ່າ ເມືອງສີໂຄດຕະບອງ
-ຜູ້ກຽວບໍ່ມີອາການຫຍັງ
-ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ