ຊາກ້າ ແຈ້ງເກີດໃນຢູໂຣ 2020 ຫຼັງເປັນສ່ວນສໍາຄັນພາ ອັງກິດ ຄວ້າແຊັມກຸ່ມເຂົ້າຮອບ 16 ທີມ

404
England's Bukayo Saka controls the ball during the Euro 2020 soccer championship group D match between the Czech Republic and England at Wembley stadium in London, Tuesday, June 22, 2021. (Justin Tallis, Pool photo via AP)

ບູຄາໂຢ ຊາກາ ກອງໜ້າດາວເດັ່ນອາຍຸພຽງ 19 ປີຂອງ ທີມຊາດອັງກິດ ສ້າງຜົນງານຢ່າງໂດດເດັ່ນຄວ້າລາງວັນ ສະຕາ ອ໊ອຟ ເດິ ແມັດ ໃນນັດທີ່ບຽດເອົາຊະນະ ສາທາລະນະລັດເຊັກ 1-0 ໃນການແຂ່ງຂັນບານເຕະ ຢູໂຣ 2020 ນັດສຸດທ້າຍທີ່ສະໜາມເວມບຣີ ປະເທດອັງກິດ ເມື່ອວັນທີ 23 ມິຖຸນາ ທີ່ຜ່ານມາ.

ນັດດັ່ງກ່າວ ຊາກ້າ ກອງໜ້າອະນາຄົດໄກຂອງ ອາເຊນອລ ໄດ້ຮັບໂອກາດລົງສະໜາມເປັນຕົວຈິງໃຫ້ກັບ ທີມຊາອັງກິດ ສາມາດຫຼິ້ນໄດ້ຢ່າງໂດດເດັ່ນ ແລະ ກົດດັນກອງຫຼັງຂອງ ສາທາລະນະລັດເຊັກ ໄດ້ຢ່າງຕໍ່ເນື່ອງ ໂດຍສະເພາະມີສ່ວນກັບປະຕູໄຊທີ່ ຣາຮີມ ສະເຕີລິງ ຍິງໃຫ້ກັບທີມຊາດອັງກິດ ຊະນະໄປ 1-0.

ຫຼັງຈົບການແຂ່ງຂັນ ຊາກ້າ ໄດ້ຮັບເລືອກໃຫ້ເປັນນັກເຕະດີເດັ່ນປະຈໍານັດ ຫຼື ສະຕາ ອ໊ອຟ ເດິ ແມັດ ໄປຄອງໂດຍລາວກ່າວວ່າ: ຂ້ອຍຄິດວ່າມັນປັນຟອມທີ່ໂດດເດັ່ນຈາກພວກເຮົາທຸກຄົນ ຊ່ວຍໃຫ້ທີມຫຼິ້ນດີຍິ່ງຂຶ້ນ ແນ່ນອນວ່າພວກເຮົາໄດ້ຜ່ານເຂົ້າຮອບຕໍໄປກ່ອນທີ່ຈະລົງແຂ່ງຂັນນັດນີ້ ພວກເຮົາມີອິດສະຫຼະ ແລະ ເວລາໃນການຫຼິ້ນ ເພື່ອສະແດງໃຫ້ເຫັນເຖິງຕົວຂອງພວກເຮົາ.

ສໍາລັບ ທີມຊາດອັງກິດ ລົງສະໜາມ 3 ນັດໃນກຸ່ມ D ມີ 7 ເຂົ້າສູ່ຮອບ16ທີມໃນຖານະແຊັມກຸ່ມ D, ສ່ວນ ໂຄຣອາຊີ ທີ່ນັດສຸດທ້າຍຊະນະ ສະກ໊ອດແລນ 3-1 ເກັບເພີ່ມເປັນ 4 ຄະແນນເທົ່າກັບ ສາທາລະນະລັດເຊັກ, ແຕ່ລູກໄດ້ເສຍຂອງ ໂຄຣອາຊີ ດີກວ່າເຂົ້າຮອບໄປໃນຖານະຮອງແຊັມກຸ່ມ, ສ່ວນ ສາທາລະນະລັດເຊັກ ເຂົ້າຮອບໄປໃນຖານະອັນດັບ 3 ທີ່ດີທີ່ສຸດເປັນ 1 ໃນ 4 ທີມເປັນທີ່ຮຽບຮ້ອຍ. ຂະນະທີ່ ສະກ໊ອດແລນ ມີ 1 ຄະແນນຕົກຮອບໄປ