ນາຕະລີ ຈັນດາລີ ຂໍແຈ້ງເກີດກັບ Miss Teen Laos 2021 ສົ່ງໃຈໃຫ້ນ້ອງແນ່ເດີ້

602

ທໍາຄວາມຮູ້ຈັກ ນັກສຶກສາແພດໄວຫນ້າຮັກ ເວທີ Miss Teen Laos 2021 ຈັນດາລີ ພຸດກຼາດ ຫລື ນາຕະລີ MTL145 ອາຍຸ 18ປີ ສູງ 170 ຊັງຕີແມັດ ຈາກນະຄອນຫຼວງວຽງຈັນ ປັດຈຸບັນ ເປັນນັກສຶກສາຢູ່ທີ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄະນະແພດສາດ ປີທີ2  ທັງເປັນນາງແບບ ແລະ ນັກສະແດງ ຂອງສັງກັດ first modeling Lao ແລະ ໃນຕອນນີ້ ນ້ອງໄດ້ເຂົ້າຮອບ 50ຄົນເປັນທີ່ຮຽບຮ້ອຍແລ້ວ.

ນາຕະລີ ໄດ້ໃຫ້ສໍາພາດວ່າ: ເຫດຜົນທີ່ຮຽນແພດ ເພາະວ່າມັກສ່ວນຕົວຕັ້ງແຕ່ນ້ອຍ ແລະ ໃຫຍ່ມາກັບເລື່ອງແພດໝໍເລື່ອງຮັກສາຄົນເຈັບເພາະວ່າພໍ່ເປັນໝໍເລີຍເຮັດໃຫ້ເຫັນ ແລະເຂົ້າໃຈເຖິງອາຊີບນີ້ ເຮັດໃຫ້ຄົ້ນພົບຕົວເອງວ່າຢາກເປັນໝໍ ຢາກຊ່ວຍເຫຼືອຄົນເຈັບ ມີຄວາມສຸກເວລາທີ່ໄດ້ອະທິບາຍໃຫ້ຄົນອື່ນໆຮູ້ ແລະເຂົ້າໃຈໃນຮ່າງກາຍຕົວເອງໃຫ້ເຂົາເຈົ້າຮູ້ວິທີທາງການໃຊ້ຊິວິດໃຫ້ຖືກຕ້ອງ ແລະດີຂຶ້ນມີສຸຂະພາບແຂງແຮງ ເປັນສ່ວນໜຶ່ງທີ່ໄດ້ໃຫ້ປະໂຫຍດແກ່ສັງຄົມບໍ່ຫຼາຍປະໜ້ອຍ ບາງເທື່ອເຖິງຈະເປັນການໃຫ້ທີ່ເລັກນ້ອຍແຕ່ເຮົາກະດີໃຈທີ່ໄດ້ມີສ່ວນເຮັດໃຫ້ເຂົາເຈົ້າມີຄວາມສຸກ.

ທີ່ຜ່ານມາແມ່ນຍັງບໍ່ເຄີຍປະກວດເວທີໃດມາກ່ອນ ສ່ວນຕົວແມ່ນມັກໃນເລື່ອງຂອງແຟຊັນ ແລະວົງການບັນເທິງ ພ້ອມກັບມັກເບິ່ງການປະກວດຢູ່ແລ້ວຕັ້ງແຕ່ນ້ອຍ ຈິ່ງຄິດໄວ້ໃນໃຈວ່າຖ້າໄດ້ມີໂອກາດມີປະສົບການເປັນໜື່ງໃນນັ້ນຈະດີ ເພາະເວົ້າໄດ້ວ່າເປັນຄວາມໄຝ່ຝັນ ແລະ ກໍເປັນຄວາມສຸກອີກຢ່າງໜຶ່ງຂອງນ້ອງເລີຍສໍາລັບວົງການບັນເທີງ.

ນ້ອງເອງ ມັກຈະມີຄໍາເວົ້າທີ່ໃຊ້ເຕືອນໃຈ ຂອງຕົນເອງຢູ່ສະເຫມີວ່າ: ຕ້ອງເຊື່ອໝັ້ນໃນຕົນເອງ ບໍ່ທໍ້ຖອຍກ້າທີ່ຈະລົງມືເຮັດ ການທີ່ເຮົາເຮັດສິ່ງໃດສິ່ງໜື່ງກໍລ້ວນມີຄວາມຫວັງ ແລະ ຄວາມຫວັງນັ້ນເອງຈະເປັນແຮງພັກດັນເຮົາ, ຖ້າເຮົາເຊື່ອວ່າເຮົາເຮັດໄດ້ ເອົາຊະນະໃຈຕົວເອງ ແລະ ຜົນສຳເລັດກໍຈະຕາມມາ ໃນການປະກວດຄັ້ງນີ້ ສິ່ງທີ່ນ້ອງຢາກຈະໂຊອອກສູ່ສາຍຕາທຸກຄົນ  ຖ້ານ້ອງໄດ້ເປັນຕົວແທນຂອງຄົນລາວໃນສາກົນ ນ້ອງຈະນຳສະເໜີດ້ານວັດທະນະທຳໃນຮູບແບບຕ່າງໆ ເຊັ່ນຄວາມມີນຳ້ໃຈ, ການນຸ່ງຖື ອັນທີ່ເປັນເອກະລັກທີ່ເຮັດໃຫ້ເຮົາແຕກຕ່າງຈາກຊາດອື່ນໆ ແລະ ສິ່ງນີ້ເອງຈະບົ່ງບອກເຖິງຄວາມເປັນລາວໄດ້ດີທີ່ສຸດ.

ສໍາລັບ ໃນຄວາມຄິດນ້ອງ Miss teen Laos ເປັນເວທີທີ່ເຮັດໃຫ້ໄວລຸ້ນໄດ້ສະແດງຄວາມສາມາດຂອງຕົນເອງ ທຸກຄົນທີ່ມາປະກວດແມ່ນເປັນບາດກ້າວຫນຶ່ງທີ່ສຳຄັນໃນການເອົາຊະນະໃຈ ແລະ ເຊື່ອໝັ້ນໃນຕົວເອງ ເຊິ່ງນ້ອງຄິດວ່າບຸກຂະລິກກະພາບການສະແດງອອກທີ່ເປັນຕົວຂອງຕົວເອງ ການປັບຕົວໃຫ້ເຮົາເຂົ້າກັບທຸກຄົນ ແລະ ສິ່ງທີ່ສຳຄັນກໍຄືຮອຍຍິ້ມທີ່ຈິງໃຈ ເຊິ່ງນ້ອງຄິດວ່ານັ້ນຈະເປັນສິ່ງທີ່ເຮັດໃຫ້ນ້ອງຊະນະໃຈກຳມະການ ແລະ ທຸກໆຄົນໄດ້.

ໃນການກຽມຕົວກ່ອນເຂົ້າປະກວດ ໂດຍຫຼັກໆເລີຍກໍຄື ການກຽມທາງດ້ານການຕອບຄຳຖາມເປັນພິເສດ ໂດຍສະເພະແມ່ນການປັບແນວຄວາມຄິດໃຫ້ເຂົ້າໃຈໃນສິ່ງຕ່າງໆຫຼາຍຂື້ນ ເພາະສີ່ງທີ່ຈະເຮັດໃຫ້ຄົນອື່ນໆເຂົ້າໃຈໃນຄວາມຄິດຂອງເຮົາກໍຄືການເວົ້າການອະທິບາຍ ແລະ ການກະທຳ  ນ້ອງເຊື່ອວ່າເມື່ອທັດສະນະຄະຕິເຮົາດີ ຄວາມຄິດທີ່ດີມັນກໍຈະຖ່າຍທອດອອກມາຜ່ານທາງສີໜ້າ, ແວວຕາ, ທ່າທາງ ແລະ ຄໍາເວົ້າຂອງເຮົານັ້ນເອງ.

ສ່ວນຕົວແລ້ວນ້ອງເປັນຄົນທີ່ມັກເຮັດກິດຈະກຳຂ້າງນອກ ແຕ່ສ່ວນໃຫຍ່ຖ້າຢູ່ເຮືອນບວກກັບຊ່ວງລ໋ອກດາວໂຄວິດ ກິດຈະກຳຍາມວ່າງທີ່ມັກເຮັດກໍຄືມັກອ່ານເລື່ອງຕ່າງໆ, ຟັງວິທີການ ຫຼື ເທັກນິກຕ່າງໆທີ່ຈະປ່ຽນແປງໃຫ້ເຮົາດີຂຶ້ນ, ພະຍາຍາມຫັນປ່ຽນສິ່ງທີ່ມັກໃຫ້ເປັນຄວາມຮູ້ ແລະ ເປັນປະໂຫຍດໃຫ້ໄດ້ຫຼາຍທີ່ສຸດ ບໍ່ວ່າຈະເປັນການເຝິກພາສາໂດຍສະເພາະແມ່ນເບິ່ງໜັງ ຫຼື ຟັງເພງຈະຊ່ວຍໄດ້ຫຼາຍ ນອກນີ້ ຍັງມັກເຮັດອາຫານ ຫຼື ຂະໜົມອີກດ້ວຍ ສ່ວນຜົນງານທີ່ຜ່ານມາຕ່າງໆຂອງນ້ອງ ແມ່ນສາມາດເຂົ້າໄປຕິດຕາມໃນ Facebook page : First modeling Lao ຫຼື ເຟສບຸກສ່ວນຕົວ Natalie puscas ຝາກຕິດຕາມ ແລະ ເຊຍເປັນກຳລັງໃຈໃຫ້ນ້ອງແນ່ເດີ້.