ວິທະຍາຄານກົມມະດຳ ຈັດຕັ້ງສອບ​ເສັງ​ລະ​ດັບ​ຊາດໃຫ້​ນັກ​ຮຽນບຳລຸງລະບົບ6ເດືອນແລະລະບົບ 10 ເດືອນ

474

ວັນ​ທີ 21 ມິຖຸ​ນາ 2021 ວິ​ທະ​ຍາ​ຄານ ກົມ​ມະ​ດຳ ໄດ້​ຈັດ​ຕັ້ງ​ສອບ​ເສັງໃຫ້​ນັກ​ຮຽນບຳລຸງລະບົບ 6 ເດືອນ ແລະ ລະບົບ 10 ເດືອນໃຫ້ແກ່ພະນັກງານນຳພາ-ບັນຊາສົກ​ຮຽ​ນ 2020-2021  ພາຍ​ໃຕ້ ການ​ເປັນປະທານຂອງສະຫາຍ ພັນເອກ ບົວໄລ ສີລັກສາ ຫົວໜ້າການຫານ ວິທະຍາຄານ ກົມມະດຳ, ມີອະ​ນຸ​ກຳ​ມະ​ການສອບ​ເສັງ ແລະ ນັກ​ຮຽນເຂົ້າ​ຮ່ວມສອບ​ເສັງ​ຕົວ​ຈິງຢ່າງພ້ອມພຽງ.


ການ​ສອບ​ເສັງຂອງນັກ​ຮຽນບຳລຸງລະບົບ 6 ເດືອນ ແລະ 10 ເດືອນຈຳ​ນວນ 2 ເຫຼົ່າ​ຮົບວິ​ຊາ​ສະ​ເພາະຄື: ເຫຼົ່າຮົບການເມືອງ ແລະ ເຫຼົ່າຮົບເສນາ ທີ່​ກະ​ຊວງປ້ອງ​ກັນ​ປະ​ເທດໄດ້​ອະ​ນຸ​ມັດສະ​ບັບ​ເລກ​ທີ່ 954/ກ​ປ​ທ, ລົງ​ວັນ​ທີ 15 ມິ​ຖຸ​ນາ 2004 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງປະ​ທານ,ຄະ​ນະ​ປະ​ທານ ແລ​ະ ຄ​ະ​ນ​ະ​ກຳ​ມະ​ການສອບ​ເສັງລະ​ດັບ​ຊາດຂອງ​ນັກ​ຮຽ​ນບຳລຸງ 2 ເຫຼົ່າຮົບວິຊາສະເພາະສົກ​ຮຽນ​ 2020-2021 .

ອີງ​ຕາມໂຄງ​ການຫຼັກ​ສູດການ​ຮຽນ-ການ​ສອນທີ່ກະ​ຊວງ ປ້ອງ​ກັນ​ປະ​ເທດໄດ້​ອະ​ນຸ​ມັດ ແລະ ແຜນ​ການ​ສອບ​ເສັງໃຫ້ນັກ​ຮຽນບຳລຸງຈຳ​ນວນ 142 ສະ​ຫາຍ ທີ່ກົມ​ໃຫ່​ຍເສ​ນາ​ທິ​ການອະ​ນຸ​ມັດສະ​ບັບເລ​ກ​ທີ່ 937/ກ​ສນ , ລົງ​ວັນ​ທີ 21 ເມ​ສາ 2021.


ໃນ​ນັ້ນໄດ້ສອບ​ເສັງວິ​ຊາຫຼັກລວມມີ 4 ວິ​ຊາ​ຄື: ວິ​ຊາ ວຽກ​ງານ​ພັກ-ວຽກ​ງານ​ການ​ເມືອງ, ວິ​ຊາ ທິດ​ສະ​ດີມາກ-ເລ​ນິນ,ວິ​ຊາ ສິນ​ລະ​ປະ​ຍຸດ ແລະ ວິ​ຊາ ຍຸດ​ທະ​ວິ​ທີ.

ການ​ສອບ​ເສັງຄັ້ງ​ນີ້ແມ່ນ​ເປັນ​ການທົດ​ສອບຄວາມ​ຮູ້-ຄວາມສາມາດດ້ານທິດ​ສະ​ດີ-ຫຼັກ​ການ ແລະ ພາກ​ປະ​ຕິ​ບັດຕົວ​ຈິງຢູ່​ພາກ​ສະ​ໝາມຫັດ​ແອບພ້ອມ​ທັງ ເກັບ​ເອົາ​ຄະ​ແນນ​ດີ-ຄະ​ແນນ​ເກັ່ງເຂົ້​າ​ໃສ່ໃບ​ປະ​ກາສະ​ນິ​ຍະ​ບັດນຳ​ອີກ. ບັ້ນ​ສອບ​ເສັງດັ່ງ​ກ່າວແມ່ນຈະ​ດຳ​ເນີນ​ໄປ​ຮອດວັນ​ທີ 25 ມິ​ຖຸ​ນາ 2021 ຈຶ່ງ​ສຳ​ເລັດ.

ໂດຍ: ລຸນທອງ ສີບຸນເຮືອງ.