ອາເມຣິກາ ທຸ່ມງົບ 3 ພັນລ້ານໂດລາ ຜະລິດຢາຕ້ານໂຄວິດ

259

ສຳນັກຂ່າວຊິນຮວາລາຍງານວ່າ ກະຊວງສາທາລະນະສຸກ ແລະ ບໍລິການ ( HHS ) ຂອງສະຫະລັດອາເມຣິກາ ໄດ້ອອກຖະແຫຼງການລະບຸວ່າ: ລັດຖະບານສະຫະລັດອາເມຣິກາ ຈະທຸ່ມງົບປະມານຫຼາຍກວ່າ 3 ພັນລ້ານໂດລາ ເພື່ອພັດທະນາ ແລະ ຜະລິດຢາຕ້ານໄວຣັສ ໂດຍແຜນການດັ່ງກ່າວມີຊື່ວ່າ ໂຄງການຕ້ານໄວຣັສ ເພື່ອປ້ອງກັນການລະບາດໃຫຍ່ ( Antiviral Program for Pandemics ) ທີ່ມຸ່ງພັດທະນາ ແລະ ຜະລິດຢາຕ້ານໄວຣັສ ເພື່ອປິ່ນປົວຜູ້ຕິດເຊື້ອໂຄໂຣນາສາຍພັນໃໝ່ ( ໂຄວິດ – 19 ) ຢ່າງເລັ່ງດ່ວນ ເພື່ອປ້ອງກັນການເກີດອາການເຈັບປ່ວຍຮຸນແຮງ ແລະ ຊ່ວຍຮັກສາຊີວິດຂອງປະຊາຊົນ.

ລາຍງານລະບຸວ່າ: ໂຄງການດັ່ງກ່າວຈະສ້າງແພຼັດຟອມທີ່ຍືນຍົງ ເພື່ອພັດທະນາຢາຕ້ານໄວຣັສສຳລັບໄວຣັສອື່ນໆທີ່ອາດຈະລະບາດຄັ້ງໃຫຍ່ໃນອະນາຄົດ.

ໂຄງການດັ່ງກ່າວຈະຈັດສັນເງິນຫຼາຍກວ່າ 300 ລ້ານໂດລາ ເພື່ອສະໜັບສະໜູນການວິໄຈ ແລະ ຫ້ອງປະຕິບັດການ, ໃນຂະນະທີ່ອີກ 1 ພັນລ້ານໂດລາ ຈະນຳໃຊ້ເຂົ້າໃນການປະເມີນກ່ອນຄົນເຈັບມີອາການ ແລະ ຂະນະທີ່ມີອາການຂອງຜູ້ຕິດເຊື້ອ ແລະ ອີກ 700 ລ້ານກວ່າໂດລາ ນຳໃຊ້ເຂົ້າໃນການພັດທະນາ ແລະ ຜະລິດຢາຜ່ານສະຖາບັນພະຍາດພູມແພ້ ແລະ ພະຍາດຕິດເຊື້ອຂອງອາເມຣິກາ ( NIAID ) ແລະ ອົງການວິໄຈ ແລະ ພັດທະນາຂັ້ນສູງທາງຊີວະການແພດຂອງອາເມຣິກາ ( BARDA ).

ທ່ານ ແອນໂທນີ ເຟົາຊີ ຫົວໜ້າສະຖາບັນ NIAID ກ່າວວ່າ: ຢາຕ້ານໄວຣັສຊະນິດນີ້ຈະມີປະສິດທິພາບໃນການປ້ອງກັນບໍ່ໃຫ້ມີອາການຮຸນແຮງ ແລະ ເສຍຊີວິດຈາກພະຍາດໂຄວິດ – 19 ໂດຍສະເພາະຢາຊະນິດເມັດທີ່ສາມາດຊື້ໄປກິນເອງຢູ່ເຮືອນໄດ້ໃນໄລຍະທຳອິດຂອງການຕິດເຊື້ອ ຈະເປັນເຄື່ອງມືທີ່ມີປະສິດທິພາບການຕໍ່ສູ້ກັບການລະບາດໃຫຍ່ ແລະ ຮັກສາຊີວິດຂອງປະຊາຊົນ.