ຈີນ ຄອງສ່ວນແບ່ງຕະຫຼາດລົດໄຟຟ້າເຄິ່ງໜຶ່ງຂອງໂລກ

291

ສຳນັກຂ່າວຊິນຮວາລາຍງານ ໂດຍອ້າງການເປີດເຜີຍຂອງສະມາຄົມຜູ້ຜະລິດລົດຍົນແຫ່ງ ສປ ຈີນ ( CAAM ) ໃຫ້ຮູ້ວ່າຍອດຈຳໜ່າຍລົດພະລັງງານໃໝ່ ຫຼື ລົດໄຟຟ້າຂອງຈີນ ( NEV ) ໃນໄລຍະ 5 ເດືອນຕົ້ນປີ 2021 ຢູ່ທີ່ 950.000 ຄັນ ເພີ່ມຂຶ້ນ 2,2 ເທົ່າ ທຽບໃສ່ປີຜ່ານມາ, ເຮັດໃຫ້ມາຮອດເດືອນພຶດສະພາ ຈີນ ມີຜູ້ໃຊ້ ( ຄອບຄອງ ) ລົດໄຟຟ້າສູງເຖິງ 5,8 ລ້ານຄັນ ກວມເອົາເຄິ່ງໜຶ່ງຂອງຜູ້ນຳໃຊ້ລົດໄຟຟ້າໃນທົ່ວໂລກ.

ລາຍງານລະບຸວ່າ: ມາຮອດເດືອນເມສາ 2021 ຈີນ ມີສະຖານີສາກ 65.000 ແຫ່ງ, ສະຖານີສະລັບ ( ປ່ຽນ ) ໝໍ້ໄຟ 644 ແຫ່ງ ແລະ ເສົາສາກລົດໄຟຟ້າ 1,87 ລ້ານຕົ້ນ ເຊິ່ງຕິດຕັ້ງກະຈາຍຢູ່ໃນ 176 ເມືອງ ແລະ ທາງຫຼວງຍາວ 50.000 ກິໂລແມັດ, ສະມາຄົມຜູ້ຜະລິດລົດແຫ່ງ ສປ ຈີນ ຄາດການວ່າອັດຕາການເຕີບໂຕຂອງການຜະລິດ ແລະ ຈຳໜ່າຍລົດໄຟຟ້າຍັງຈະສູງເຖິງ 40% ໃນໄລຍະ 5 ປີຂ້າງໜ້າ.