ໂຮນລັງ ຍິງໄດ້ຢ່າງໜ້ອຍ 2 ປະຕູເປັນ 10 ນັດຊ້ອນເຂົ້າຮອບຢູໂຣ, ໄວນັລດຸມ ຂຶ້ນດາວຍິງສູງສຸດທີມຊາດ

644

ທີມຊາດໂຮນລັງ ກາຍເປັນອີກທີມໜຶ່ງທີ່ໜ້າຕິດຕາມໃນການແຂ່ງຂັນບານເຕະ ຢູໂຣ 2020 ຫຼັງນັດຫຼ້າສຸດເອົາຊະນະ ນອດ ມາຊິໂດເນຍ ໄປຂາດລອຍ 3-0 ເມື່ອວັນທີ 21 ມິຖຸນາ 2021 ເຂົ້າຮອບ 16 ທີມສຸດທ້າຍໃນຖານະແຊັມກຸ່ມ C ຈາກການຊະນະ 3 ນັດລວດ. ນອກນັ້ນ, ຍັງເຮັດໃຫ້ ໂຮນລັງ ຍິງປະຕູໃສ່ຄູ່ແຂ່ງຢ່າງໜ້ອຍ 2 ໜ່ວຍເປັນນັດທີ 10 ນັດຕິດຕໍ່ກັນ.

ໂຮນລັງ ລົງສະໜາມນັດສຸດທ້າຍຂອງກຸ່ມ C ເອົາຊະນະ ນອດ ມາຊິໂດເນຍ 3-0 ຈາກການຍິງຂອງ ແມນຟິສ ເດປາຍ 1 ປະຕູ ແລະ ຈໍຈິນໂຢ ໄວນັລດຸມ 2 ປະຕູ ເຮັດໃຫ້ທີມຊາດໂຮນລັງ ສ້າງສະຖິຕິຍິງໄດ້ຢ່າງໜ້ອຍ 2 ປະຕູເປັນນັດທີ 10 ຕິດຕໍ່ກັນ ທໍາລາຍສະຖິຕິເກົ່າທີ່ເຄີຍເຮັດໄວ້ 9 ນັດຕິດຕໍ່ກັນລະຫວ່າງປີ 1934-1935.

ນອກຈາກນີ້ ໄວນັລດຸມ ທີ່ສາມາດຍິງໄດ້ 2 ປະຕູໃນນັດຫຼ້າສຸດ ເພີ່ມສະຖິຕິຍິງໄດ້ 25 ປະຕູຈາກ 78 ນັດເຊິ່ງເປັນສະຖິຕິໂດດເດັ່ນທີ່ສຸດແຊງ ມາໂກ ຟານ ບາສເທນ ທີ່ຍິງ 24 ປະຕູຈາກ 58 ນັດໃນອັນດັບດາວຍິງສູງສຸດຕະຫຼອດການຂອງທີມຊາດໂຮນລັງ.