ກອງພັນທະຫານຮາບທີ 7 ສຳເລັດການຍິງລູກປືນແທ້ໃຫ້ທະຫານໃໝ່

926

ໃນວັນທີ 17 ມີຖຸນາ 2021 ຜ່ານມານີ້, ຄະນະພັກ – ຄະນະບັນຊາກອງພັນທະຫານຮາບທີ 7ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ຈັດຕັ້ງຍິງລູກປືນແທ້ໃຫ້ທະຫານໃໝ່ຢູ່ທີ່ສະໜາມຍິງປືນສູນຝຶກທະຫານຮາບກອງພົນທີ 4 ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນທັນ ແກ້ວພູວົງ ກຳມະການພັກກອງພົນ ຫົວໜ້າຫ້ອງເສນາທິການກອງພົນທີ 4, ມີສະຫາຍ ພັນຕີ ຄຳຕັນບົວລະພາ ຮອງຫົວໜ້າພະແນກອົບຮົມ ກອງພົນທະຫານຮາບທີ 4, ມີຄະນະພັກ – ຄະນະບັນຊາກອງພັນທີ 7, ສູນຝຶກທະຫານຮາບກອງພົນທີ4, ພະນັກງານຄູ – ອາຈານແລະອ້າຍນ້ອງທະຫານໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.

 

ສະຫາຍ ຮ້ອຍໂທ ຄອນຄຳ ພົມມະດີ ຮອງຫົວໜ້າການທະຫານກອງຮ້ອຍ I ຮັບຜິດຊອບຝຶກອົບຮົມ ທະຫານໃໝ່ຢູ່ ກອງພັນ 7 ໄກໍ່ດ້ຜ່ານແຜນການຍິງລູກປືນແທ້ຂອງຫົວໜ້າຫ້ອງເສນາທິການກອງພົນທະຫານຮາບທີ 4 ເລກທີ 157 / ຫສນ ລົງວັນທີ 18 ພຶດສະພາ 2021 ວ່າດ້ວຍແຜນການຍິງລູກປືນແທ້ໃຫ້ອ້າຍນ້ອງທະຫານໃໝ່ຂອງກອງພັນທະຫານຮາບທີ 7 ພ້ອມທັງປະກາດລະບຽບຂອງສະໜາມເພື່ອຮັບປະກັນຄວາມປອດໄພໃຫ້ໄດ້ 100% ໃນການຈັດຕັ້ງຍິງລູກປືນແທ້ຄັ້ງນີ້, ມີທະຫານໃໝ່ເຂົ້າຮ່ວມ 48 ສະຫາຍ ຜ່ານການຍິງຕົວຈິງແຕ່ລະສະຫາຍສາມາດກຳແໜ້ນບົດຮຽນໄດ້ດີ ເຊິ່ງມີຂັ້ນເກັ່ງ 21 ສະຫາຍ ເທົ່າກັບ43%, ຂັ້ນດີ 13 ສະຫາຍ ເທົ່າກັບ 38 % ແລະ ຄາດໝາຍ 14 ສະຫາຍ ເທົ່າກັບ 29 % ສະເລ່ຍຜົນໄດ້ຮັບຕົວຈິງແມ່ນສາມາດບັນລຸໄດ້ເກີນຄາດໝາຍທີ່ວາງໄວ້.


ໂອກາດນີ້ ສະຫາຍ ພັນໂທ ບຸນທັນ ແກ້ວພູວົງ ກຳມະການພັກກອງພົນ ຫົວໜ້າຫ້ອງເສນາທິການກອງພົນທະຫານຮາບທີ 4, ກໍ່ໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງຍິງລູກປືນແທ້ຂອງອ້າຍນ້ອງທະຫານໃໝ່, ສາມາດຮັບປະກັນໄດ້ຄວາມປອດໄພ 100%, ສາມາດກຳໄດ້ບັນດາທ່າຈັ່ງຫວະທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ແລະ ໄດ້ຮັບໝາກຜົນຕາມແຜນການຂອງຂັ້ນເທິງວາງໄວ້, ພ້ອມທັງຮຽກຮ້ອງໃຫ້ທະຫານໃໝ່ແຕ່ລະສະຫາຍ ພ້ອມກັນເອົາໃຈໃສ່ຄົ້ນຄວ້າພາກທິດສະດີແຕ່ລະພາກ ເພື່ອນຳໄປຈັດຕັ້ງປະຕິບັດຮັບໃຊ້ໜ້າທີ່ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.

ຂ່າວໂດຍ: ໄພວັນ ແທນຄຳມາ (ກອງພັນ 7)